ຄວາມໝາຍລະອຽດ ກ່ຽວກັບ ທຸງຊາດລາວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄວາມໝາຍລະອຽດ ກ່ຽວກັບ ທຸງຊາດລາວ



 ຄວາມເປັນມາຂອງ ທຸງຊາດລາວ
       ເອກະລັກທຸງຊາດລາວ ໄດ້ກ່າວແລ້ວວ່າ ທຸງຊາດລາວມີທີ່ມາແນວໃດເກີດຂຶ້ນເວລາໃດ. ແມ່ນຜູ້ໃດເປັນຜູ້ລິເລີ່ມ ຈິນຕະນາການອອກຫົວຄິດປະດິດ ສ້າງຮູບແບບທຸງຊາດລາວ.
      ເວລາສະຫຍາມປົກຄອງລາວ ສະຫຍາມໄດ້ນຳທຸງຊາດສະຫຍາມເຂົ້າມາ, ເວລາຝຣັ່ງປົກຄອງລາວ ຝຣັ່ງກໍ່ນຳທຸງຊາດຝຣັ່ງເຂົ້າມາ ໂດຍທີ່ບໍ່ມີທຸງຊາດ ລາວ, ບໍ່ມີເອກະສານຫຼັກຖານໃດຢັ້ງຢືນພິສູດວ່າມີທຸງຊາດລາວມາກ່ອນນັ້ນ. ສະນັ້ນ, ຈຶ່ງມີເຫດຜົນໜັກໜ່ວງທີ່ຕ້ອງມີທຸງຊາດຂອງລາວ ໃນເວລາທີ່ລາວ ມີເອກະລາດແລ້ວ ແລະ ແລ້ວ ຄະນະກູ້ຊາດລາວອິດສະຫຼະຕົວຈິງ, ໃນນາມມະຫາຊົນຄົນລາວ, ຈຶ່ງມີມະຕິໃຫ້ມີທຸງຊາດນັບແຕ່ບັດນັ້ນເປັນຕົ້ນມາ.
        ເອກະລັກຂອງທຸງຊາດລາວ ຕາມມະຕິດັ້ງເດີມຂອງຜູ້ລິເລີ້ມຈິນຕະນາການ ມີລັກສະນະຖືກຕ້ອງ ດັ່ງນີ້:
1. ສີ, ມີສາມສີ ຄື: ສີຂາວ, ສີແຫຼ້ໝາກຄໍ້ ( ຫຼື ສີຟ້າແກ່ ) ແລະ ສີແດງ, ຮ້ອງວ່າທຸງໄຕຣຣົງ.
2. ຮູບ ແລະ ຂະໜາດ
       • ສີຂາວມີຮູບເປັນວົງກົມ ຢູ່ໃນໃຈກາງຂອງແຖບສີແຫຼ້ໝາກຄໍ້ ( ສີຟ້າແກ່ ) ມີຂະໜາດເສັ້ນທາງສູນກາງທໍ່ກັບ 4/5 ຂອງລວງກວ້າງຂອງສີແຫຼ້ ໝາກຄໍ້ (ສີຟ້າແກ່).
    • ສີແຫຼ້ໝາກຄໍ້ (ສີຟ້າແກ່) ເປັນແຖບໆດຽວຢູ່ກາງ, ຍາວຕາມທາງນອນ ອົມເອົາວົງກົມສີຂາວໄວ້ໃຈກາງມີຂະໜາດກວ້າງເທົ່າກັບສອງເທື່ອ ຂອງແຖບສີແດງ.
      • ສີແດງ (ແດງເຂັ້ມ) ເປັນແຖບສອງແຖບເທົ່າກັນ ຍາວຕາມທາງນອນ ຕິດກັບຂອບສອງຂອບຂອງສີຟ້າແກ່ ແຕ່ລະແຖບມີຂະໜາດເທົ່າກັບ ເຄິ່ງໜຶ່ງ (1/2) ຂອງແຖບສີແຫຼ້ໝາກຄໍ້ (ສີຟ້າແກ່). ທັງໝົດນັ້ນ ເມື່ອຕໍ່ຕິດເຂົ້າກັນແລ້ວຈະຕ້ອງໄດ້ຂະໜາດທາງຍາວ ສອງເທົ່າຂອງທາງກວ້າງ.
3. ຄວາມໝາຍ ແລະ ຄວາມອະທິບາຍລະອຽດ
      - ສີຂາວປອດເປັນຮູບວົງກົມ (ເວົ້າຕາມສູດວິທະຍາສາດການຄໍານວນຄື້ນແສງ) ແຕ່ຮູບວົງກົມໃນນີ້ ບໍ່ແມ່ນຮູບວົງກົມທຳມະດາ, ຫາກແມ່ນ ຮູບວົງກົມທີ່ໄດ້ມາຈາກຮູບດວງຈັນວັນເພັງ 15 ຄໍ່າ ຊຶ່ງແມ່ນພະຈັນເຕັມດວງ. ມີສີແສງປອດໃສຂາວສະອາດ, ສະຫວ່າງສະໄຫວ ໜ້າຊື່ນຊົມສົມມະນັດ ແກ່ຊາວໂລກມະນຸດທຸກຊາດ, ທຸກພາສາ, ທຸກສາດສະໜາ. ແສງອ່ອນນວນໃຍຊວນໃຫ້ຕິດໃຈໃຝ່ຝັນຫາບໍ່ລືມ ຈົນເກີດສຳນວນພາສາວ່າ: "ດື່ມນ້ຳເຜີ້ງໃນພະຈັນ" ແສງເຢັນຫູເຢັນຕາເຢັນສະບາຍ ເບົາບາງໝົດທັງເນື້ອທັງຕົວ. ຕ່າງຈາກແສງພະອາທິດທີ່ຮ້ອນແຜດເຜົາ ເຫື່ອໄຫຼໄຄຍ້ອຍ ຕ້ອງຟ້າວແລ່ນເຂົ້າຊົ້ນຮົ່ມ ຊອກຫາຄວາມເຢັນ ຊຶ່ງລວມຄວາມວ່າ: ດວງຈັນນັ້ນ ມີແຕ່ໃຫ້ຄວາມຮົ່ມເຢັນເປັນສຸກສົດຊື່ນ ແກ່ຊີວິດມະນຸດ, ສັດ ແລະ ພືດພັນ.
     ເລື່ອງສີຂາວນີ້ ມັກນິຍົມຖືວ່າ ແມ່ນຄວາມຂາວບໍລິສຸດ ສະອາດຜຸດຜ່ອງປອດໃສ ສຸດຈະລິດ ບໍ່ມີມົນທິນມົວໝອງ (ບວດນາງຊີ, ນາງຂາວ, ຍາພໍ່ພະຂາວ ) ຊຶ່ງລ້ວນແຕ່ໝາຍເອົາຄວາມສະອາດປອດໃສ ຈິດໃຈຊື່ສັດ ບໍ່ຫຼອກລວງຫຼົບປີ້ນ ບໍ່ເປັນຂີ້ຫູດສາມານ, ບໍ່ຂີ້ສໍ້ຕໍແຫຼ, ບໍ່ທໍລະຍົດຫັກຫຼັງ, ບໍ່ທຳລາຍຊາດບໍ່ທຳລາຍຕົນເອງ…
     ຂອບວົງມົນຂອງດວງພະຈັນ ແມ່ນຂອບສູນກາງ ເປັນຈຸດລວມສູນທ້ອນໂຮມກຳລັງສາມັກຄີມະຫາສາມັກຄີໃນຊາດ ໃຫ້ເປັນຈິດໜຶ່ງໃຈດຽວ ເປັນໜຶ່ງບໍ່ມີສອງ, ລວມອຳນາດການເມືອງ ການປົກຄອງເຂົ້າໄວ້ເປັນກ້ອນດຽວໜຽວແໜ້ນ, ບໍ່ແຕກແຫງ, ບໍ່ບິດເບືອນແຕກແຍກທໍລະຍົດ, ຕາມຄະຕິ ພາສິດທີ່ວ່າ: " ທ້ອນໂຮມແຮງກັນລາວຢູ່ - ແຕກພວກກັນຢູ່ລາວຕາຍ ".
    ອີກທັດສະນະໜຶ່ງ ທຸງພະຈັນນີ້ ມີສຳພັດໃກ້ຄຽງກັບຄຳວ່າ: " ວຽງຈັນ " ຊຶ່ງມີໃຈຄວາມວ່າ: ນະຄອນຂອງດວງຈັນ ຫຼື ນະຄອນທີ່ເຕັມ ໄປດວ້ຍດວງຈັນເດັ່ນດວງສີຂາວ, ສີສະອາດຜ່ອງໃສ, ທີ່ເລືອກໃຫ້ເປັນຊື່ຂອງນະຄອນຫຼວງຂອງລາວ ຄືນະຄອນຫຼວງວຽງຈັນ, ນີ້ກໍ່ຖືວ່າເປັນ ທັດສະນະທີ່ດີ ມີສະເໜ່ອີກທັດສະນະໜຶ່ງ.
      - ສີແຫຼ້ໝາກຄໍ້ ຫຼື ສີຟ້າແກ່ ເປັນແຖບລອຍທາງນອນ, ອົມເອົາດວງຈັນໄວ້ໃຈກາງ ໄດ້ເຄົ້າມາຈາກທ້ອງຟ້ານະພາກາດສີແກ່ ທີ່ສະຖິດ ຢູ່ສູງເໜືອສິ່ງໃດທັງໜົດໃນໂລກ. ບໍ່ມີຜູ້ໃດຢຽບຢໍ້າທຳລາຍຢ່ອງຢີໄດ້, ອັນໝາຍເອົາອຳນາດອະທິປະໄຕອັນສູງສຸດຂອງຊາດ ທີ່ປົກຄອງຕົນເອງ ດ້ວຍສິດທິເສລີພາບ ປະຊາທິປະໄຕດ້ວຍອຳນາດອະທິປະໄຕ ບໍ່ມີອາຣັກຂາ ຫຼື ບໍ່ມີອານານິຄົມຂອງຊາດອື່ນໃດ. ຈະແມ່ນທາງກົງ ຫຼື ທາງອ້ອມແອບ ແຝງກໍບໍ່ມີເດັດຂາດ. ອີກທັດສະນະໜຶ່ງກໍ່ໝາຍເອົາທິດເບື້ອງສູງໃນພຸດທະທຳມະ ຕາມຄວາມເຊື່ອສັດທາປະສາທະຂອງຜູ້ເຊື່ອຖື ໃນຄະລືຫາດສະຖະທຳ. ອີກທັ້ງໝາຍເຖິງຄວາມອຸດົມຮັ່ງມີທາງພືດພັນທັນຍາຫານດ້ວຍ.
      - ສີແດງເຂັ້ມ ໄດ້ເຄົ້າມາຈາກຈິດໃຈກ້າກັ່ນຫານຫ້າວປະຕິວັດ, ມາຈາກເລືອດຮັກຊາດ ອັນເລືອດຮັກຊາດແພງເຊື້ອນີ້ມີສີແດງເຂັ້ມ ແມ່ນໄດ້ຫຼັ່ງໄຫຼ ໃນແຜ່ນດິນລາວມາແລ້ວ ໃນອະດີດຕະການອັນຮຸ່ງເຮືອງ ແລະ ຍັງຈະຫຼັ່ງໄຫຼຕໍ່ໄປໃນອະນາຄົດ ເພື່ອປົກປັກຮັກສາ ແລະ ປ້ອງກັນຜືນແຜ່ນດິນອັນແສນ ຮັກຫວງແຫນຂອງລາວທັງຊາດ. ສີແດງເປັນສອງແຖບ, ແຕ່ລະແຖບຢູ່ຂອບນອກລອຍຕາມທາງນອນ, ໜ້າທີ່ປ້ອງກັນຕິດກັບຂອບສີຟ້າທັງສອງຂອບ ແມ່ນເພື່ອປ້ອງກັນສີຟ້າອົມພະຈັນ ອັນໝາຍເຖິງອຳນາດອະທິປະໄຕ ຫຼື ຄວາມເປັນເອກະລາດຂອງຊາດ, ໝາຍມີເຂດນ້ຳແດນດິນ ເຂດຟ້ານະພາກາດ ຂອງລາວ ໃຫ້ເປັນຂອງລາວຕະຫຼອດໄປ ຜູ້ໃດບຸກລຸກລ່ວງລໍ້າບໍ່ໄດ້ ແລະ ປ້ອງກັນຈິດວິນຍານຂອງຊາດລາວທີ່ຝັງຢູ່ໃນດວງຈັນນັ້ນ. ດັ່ງບົດກອນລຸ່ມນີ້:
      ທີ່ກ່າວມາຂ້າງເທິງນີ້ ແມ່ນເອກະລັກພິເສດສະເພາະຂອງທຸງຊາດລາວ ທີ່ໃຊ້ໃນປະຈຸບັນ. ມີສາມສີ: ຂາວ, ຟ້າແກ່, ແດງເຂັ້ມ. ຮ້ອງຕາມສາກົນວ່າ: ທຸງໄຕຣຣົງ, ເປັນເອກະລັກຄົບຖ້ວນ ໄດ້ມາດຕະຖານສາກົນນິຍົມນານາຊາດ ແຕ່ການຈັດວາງລວດລາຍ ສະຫຼັບສີແມ່ນເປັນໄປຕາມທັດສະນະຄະຕິ ຂອງມະຕິມະຫາຊົນຄົນລາວທັ້ງຊາດ. ດັ່ງນັ້ນ, ເພິ່ນຈຶ່ງໄດ້ແຕ່ງເພັງຊາດລາວຂຶ້ນ ໃນວັນທີ 2 ຕຸລາ 1975 ເຊິ່ງແຕ່ງໂດຍທ່ານ ສີຊະນະ ສີສານ ໂດຍມີເນື້ອໃນດັ່ງລຸ່ມນີ້:
                        ຊາດລາວ               ຕັ້ງແຕ່ໃດມາ
                   ລາວທຸກທົ່ວໜ້າ            ເຊີດຊູສຸດໃຈ
                   ຮ່ວມແຮງ                  ຮ່ວມຈິດຮ່ວມໃຈ
                   ສາມັກຄີກັນ                ເປັນກຳລັງດຽວ
                   ເດັດດ່ຽວ                   ພ້ອມກັນກ້າວໜ້າ
                   ບູຊາ                        ຊູກຽດຂອງລາວ
                   ສົ່ງເສີມ                    ໃຊ້ສິດເປັນເຈົ້າ
                   ລາວທຸກຊົນເຜົ່າ            ສະເໝີພາບກັນ
                   ບໍ່ໃຫ້                       ພວກຈັກກະພັດ
                   ແລະ ພວກຂາຍຊາດ       ເຂົ້າມາລົບກວນ
                   ລາວທັງມວນ               ຊູເອກະລາດ
                   ອິດສະລະພາບ             ຂອງຊາດລາວໄວ້
                   ຕັດສິນໃຈ                  ສູ້ຊີງເອົາໄຊ
                   ພາຊາດກ້າວໄປ            ສູ່ຄວາມວັດທະນາ.

    ຜູ້ຕັດຫຍິບທຸງຊາດລາວຜືນທຳອິດແມ່ນປ້າຄຳຈັນ (ເວລານັ້ນຍັງບໍ່ໃຊ້ນາມສະກຸນ) ປ້າຄຳຈັນ ມີກິດຈະການຕັດຫຍິບປະຈຳຄອບຄົວເປັນອາຊີບ; ມີຈັກຫຍິບສອງຈັກຕັ້ງຢູ່ຫ້ອງຕຶກຊັ້ນດຽວ ໃນຄຸ້ມວັດບ້ານອິນແປງ ຕາແສງວັດຈັນ, ເມືອງຈັນທະບູລີ ກຳແພງນະຄອນຫຼວງວຽງຈັນ ໃນປາງນັ້ນ (ດຽວນີ້ແມ່ນເຂດໜຶ່ງຂອງບ້ານຫາຍໂສກ). ປ້າຄຳຈັນ ຈັດການຕັດຫຍິບທຸງຊາດລາວຕາມການຊີ້ແນະ ແລະ ຕາມຮູບແຜນຜັງຂອງທ້າວ ທຳ ໄຊຍະສິດເສນາ ຜູ້ເປັນນ້ອງຄີງ ແລະ ເປັນປະທານກຳມະການຂອງຂະບວການລາວອິດສະຫຼະກູ້ເອກະລາດ.
      ການໃຊ້ທຸງຊາດລາວຜືນປະຈຸບັນ ແມ່ນເລີ້ມໃຊ້ມາແຕ່ວັນກຳເນີດເກີດຂຶ້ນ ຄືວັນທີ 12 ຕຸລາ ຄສ 1954 ຕະຫຼອດມາໂດຍບໍ່ຂາດໄລຍະ. ຫຼັງຈາກ ຄສ 1946 ຮອດປີ 1974, ພວກຈັກກະພັດ ໄດ້ຟື້ນຟູໃຫ້ພະລາຊະວັງຫຼວງພະບາງ ນຳເອົາທຸງຊ້າງສາມຫົວ ຄືນມາໃຊ້ແຂ່ງຊີງລັດສະໝີກັນ ແຕ່ແລ້ວທຸງຊ້າງສາມຫົວກໍ່ໄດ້ເລີກລາຫາຍໄປ.
  ເວລານີ້ໃນເວທີສາກົນ ມີທຸງຊາດລາວປິວສະບັດພັດແກ່ວງຢູ່ຍອດເສົາທຸງ ຕັ້ງລຽງລາຍຢູ່ຄູ່ຄຽງກັບທຸງຊາດອື່ນທຸກຊາດ ໃນທຸກສະຖາບັນ ທີ່ສຳຄັນຢ່າງສະເໝີພາບ ຄຽງບ່າຄຽງໄຫຼ່ກັນ. ເປັນຕົ້ນຢູ່ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກສະຫະລັດອາເມລິກາ ແລະ ຢູ່ທຸກເມືອງ ທີ່ມີອົງການນີ້ຕັ້ງຢູ່, ຢູ່ອົງການພຸດທະສາດສະໜາສຳພັນໂລກ ຢູ່ອົງການກິລາເອຊຽນເກມ ຢູ່ອົງການກິລາໂລແລມປິກ. ຢູ່ພາຍໃນປະເທດລາວ ແມ່ນມີທຸງຊາດລາວຕິດຕັ້ງເດຍລະດາດທົ່ວໄປຕາມໂຮງຮຽນ, ຄ້າຍທະຫານ, ຄ້າຍຕຳຫຼວດ, ສຳນັກງານສະຖານທີ່ທາງການ, ຕາມວັດວາອາຮາມ, ຕາມຫົວເຮືອ, ຕາມປີກເຮືອບິນ. ໂດຍສະເພາະໃນວັນສຳຄັນຂອງຊາດ (ວັນຊາດ, ວັນລັດຖະທຳມະນູນ, ວັນກອງທັບ…. ) ມີການປະດັບປະດາ ທຸງຊາດຕາມເຄຫະສະຖານບ້ານເຮືອນ ຕາມຖະໜົນຫົນທາງຢ່າງວີຈິດງົດງາມ ບາງຜ່ອງກໍ່ຈັດດອກໄຟຟ້າສະຫຼັບສີເປັນທຸງຈັນເພັງ. ເວລານັກກິລາ ໄປຮ່ວມເກມກິລາຕ່າງປະເທດ ກໍ່ເອົາທຸງຊາດລາວໄປສະແດງໃຫ້ເຫັນວ່າມີຊາດລາວຢູ່ນຳເພື່ອຊິງໄຊຊະນະ ຄັນໄດ້ໄຊຊະນະ ກໍ່ໂບກທຸງຊາດກວັດແກ່ວງ ໄປມາ ສະແດງກຽດສັກສີຄວາມສາມາດຂອງຊາດລາວທັນທີ. ຊຶ່ງຊາວລາວພາກັນຮ້ອງໂຮສະອອນສະອຶ້ນເຖິງໃຈ.
ທຸງຊາດໄດ້ປະຕິບັດໜ້າທີ່ຂອງຕົນ ຄື:
1. ສະແດງປາກົດຕົວຕົນຂອງຊາດລາວຢູ່ໃນທີ່ທຸກແຫ່ງທີ່ມີທຸງຊາດລາວ, ໃຫ້ສະຕິສຳນຶກແກ່ລູກຫຼານລາວທຸກເວລາ ວ່າຕົນນັ້ນມີຊາດ, ເປັນເຈົ້າຂອງ ປະເທດຊາດແທ້ຈິງ.
2. ພິສູດ, ສະແດງວ່າ ຊາດລາວມີເອກະລາດ ມີອຳນາດອະທິປະໄຕປົກຄອງຕົນເອງ, ເປັນເຈົ້າຕົນເອງ, ມີສິດທິເສລີພາບ ປະຊາທິປະໄຕ, ສະເໝີພາບ ເທົ່າທຽມກັບຊາດອື່ນທຸກໆຊາດໃນໂລກ.
3. ຊັກຈູງ, ໂນ້ມນ້າວ, ປຸກປັ່ນຈິດໃຈ " ລູກລາວ! ", ໂດຍຮູບເອກະລັກອັນດີພິເສດຂອງທຸງຊາດເອງ, ໃຫ້ຕື່ນຕົວມີສະຕິຮູ້ເມື່ອຄີງສະເໜີ ວ່າ: ຕົນຈະງົດ, ຈະຫຼີກເວັ້ນການທຳຊົ່ວ, ກໍ່ກຳທຳເຂັນທັ້ງສິ້ນທັງປວງ; ຕົນຈະກະທຳແຕ່ຄວາມດີມີຄຸນແກ່ຕົນ ແລະ ແກ່ຜູ້ອື່ນ.
4. ກະຕຸ້ນປຸກປັ່ນຈິດໃຈ ທະຫານ, ຕຳຫຼວດ, ນັກກິລາ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ຮຶກເຫີມ, ຫ້າວຫັນ, ກ້າກັ່ນ, ບຸກບືນສູ້ຊົນ, ພາກພຽນພະຍາຍາມຕໍ່ໜ້າອຸປະສັກ ຕໍ່ໜ້າຄວາມຫຍຸ້ງຍາກໃຫ້ການດຳລົງຊີວິດ, ຕໍ່ໜ້າສັດຕູ້ ...... ຈົນກຳໄດ້ຄວາມສຳເລັດ ແລະ ໄຊຊະນະ.

ແຫລ່ງ: ລັດຖະທຳມະນູນ ແຫ່ງ ສປປ ລາວ, ໝວດທີ X ແລະ ປຶ້ມທຸງຊາດ ໂດຍທ່ານ ທໍາ ໄຊຍະສິດເສນາ 

Post Bottom Ad