ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ເທັກໂນໂລຍີການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ເທັກໂນໂລຍີການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan



ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA

~ ເທກໂນໂລຍີການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan ~



ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ຖືກແນະນໍາໂດຍ ຕົວແທນຈໍາໜ່າຍລົດຍົນນິສສັນ NISSAN ໃນປະເທດລາວ ຄືບໍລິສັດ ຕັນຈົງ (ລາວ) ຈຳກັດ (Lao) Sole Co., Ltd. (“TCML”). ລົດຍົນໄດ້ຖືກຜະລິດທີ່ສູນການຜະລິດລົດຍົນນິສສັນໃນປະເທດໄທຍ ເພື່ອສະໜອງລົດຍົນໃຫ້ກັບຕະຫຼາດໃນເອເຊຍຕາເວັນອອກສ່ຽງໃຕ້, ລົດຍົນນິສສັນ NISSAN ໄດ້ຜະສົມຜະສານການທຳງານຂອງເຄື່ອງຍົນລະດັບສູງດ້ວຍເທກໂນໂລຍິການຂັບທີ່ອັນລໍ້າເລີດເພື່ອການຂັບຂີ່ທີ່ສະດວກສະບາຍ ແລະ ເຮັດໃຫ້ລູກຄ້າເກີດຄວາມໝັ້ນໃຈໃນການຂັບຂີ່.ດ້ວຍຮູບແບບໂຄງສ້າງ 7 ທີ່ນັ່ງຂອງລົດຍົນສະປອດທ໌ ເອັດຢູວີ ອໍລ ນິວ ນິສສັນ ເທີຣາ SUV ALL- NEW NISSAN TERRA ທີ່ສ້າງຂື້ນມາດົນຫຼາຍກວ່າ 60 ປີຂອງຂອງລົດຕະກູນສຸບວ໌ SUV ຂອງນິສສັນ Nissan ລວມເຖີງລຸ່ນທີ່ເປັນເອກະລັກຂອງນິສສັນ Nissan ໄດ້ແກ່ ນິສສັນ ແພັທໂທລ໌ Nissan Patrol, ນັສສັນ ເສີຟາຣີ Nissan Safari, ນິສສັນ ເທີຣາໂນ Nissan Terrrano ແລະ ນິສສັນ ເອັກຊ໌ເທີຣາ Nissan Xterra.





ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ຖືກຕິດຕັ້ງດ້ວຍເທກໂນໂລຍິການຂັບຂີ່ແບບອັດສະລິຍະ ທີ່ເນັ້ນນຳໃຊ້ເທກໂນໂລຍິລ້າສຸດທີ່ເຮັດລົດຍົນຮັບຮູ້ເຖີງສະພາບແວດລ້ອມຕ່າງໆ ໃນເວລາຂັບຂີ່ເຊັ່ນ ເທັກໂນໂລຍີກ້ອງອັດສະລິຍະທີ່ຊ່ວຍໃຫ້ເຫັນພາບຮອບທິດທາງຮອບຕົວລົດIntelligent Around View Monitor ແລະ ລະບົບກວດຈັບວັດຖຸເຄື່ອນທີ່ Moving Object Detection (MOD).



           ເທັກໂນໂລຍິການຂັບຂີ່ແບບອັດສະລິຍະຂອງລົດຍົນນິສສັນ Nissan ທີ່ນຳໃຊ້ເທັກໂນໂລຍິຂັ້ນສູງ




ວັດຖຸປະສົງຂອງການຂັບເຄື່ອນແບບອັດສະລິຍະຂອງນິສສັນ NISSAN ເພື່ອເຮັດໃຫ້ລູກຄ້າຮູ້ສືກໝັ້ນໃຈ, ຕື່ນເຕັ້ນ ແລະ ເຂົ້າເຖີງໃນການຂັບຂີ່ໄດ້ຫຼາຍຂື້ນ.ດ້ວຍພາບລັກການຂັບຂີ່ເພື່ອຄວາມປອດໄພທີ່ຖືກຕິດຕັ້ງມາໃນຕົວລົດຍົນຂອງ ອໍລ ນູ ນິສສັນ ເທີຣາ ALL- NEW NISSAN TERRA ປະກອບດ້ວຍ:

1) ເທັກໂນໂລຍີກ້ອງອັດສະລິຍະທີ່ຊ່ວຍໃຫ້ເຫັນພາບຮອບທິດທາງຮອບຕົວລົດ Intelligent Around View Monitor (i-AVM) ແມ່ນນຳໃຊ້ກ້ອງ 4 ຕົວທີ່ຕິດຮອບຕົວລົດ ເພື່ອໃຫ້ໄດ້ພາບມຸມ 360 ອົງສາຊື່ງຈະຊ່ວຍໃຫ້ທ່ານຈອດລົດໄດ້ສະດວກສະບາຍຍີ່ງຂື້ນ ຫຼື ຊ່ວຍຫຼົບຫຼືກຂຸມເມື່ອທ່ານຂັັບເທີງເສັ້ນທາງທີ່ບໍ່ລຽບ ສິ່ງນີ້ແມ່ນສີ່ງທີ່ມະຫັດສະຈັນຫຼາຍ ເພາະວ່າກ້ອງ4ຕົວທີ່ຕິດຕັ້ງຢູ່ດ້ານໜ້າ, ດ້ານຫຼັງ ແລະ ທັງສອງດ້ານຂອງລົດຍົນຈະຊ່ວຍໃຫ້ທ່ານໄດ້ເຫັນມຸມ 360 ອົງສາແບບສົດໆ ຊື່ງເຮັດໃຫ້ທ່ານເຫັນທຸກໆສີ່ງເວລາທ່ານນັ່ງຢູ່ໃນລົດ.


2) ອີກໜຶ່ງລະບົບທີ່ນ່າອັດສະຈັນ ຂອງເທີຣາ TERRA ນັ້ນກໍ່ຄື ລະບົບກວດຈັບວັດຖຸເຄື່ອນທີ່ Moving Object Detection (MOD) ເຊິ່ງນຳໃຊ້ກ້ອງສີ່ຕົວໃນການກວດຈັບວັດຖຸເຄື່ອນທີ່ຮອບຕົວລົດເມື່ອລົດຢູ່ໃນໂໝດຈອດ ຫຼື ເວລາລົດກຳລັງແລ່ນຢ່າງຊ້າໆ. ລະບົບຈະແຈ້ງເຕືອນທ່ານດ້ວຍພາບແລະສຽງເມື່ອກວດພົບວັດຖຸເຄື່ອນທີ່. ສິ່ງນີ້ເອງທີ່ເຮັດໃຫ້ທ່ານປຽບເໝືອນວ່າທ່ານມີພະລັງວິເສດໃນການກວດຈັບວັດຖຸເຄື່ອນທີ່.

ລູກຄ້າສາມາດເຂົ້າມາຢ້ຽມຊົມ ແລະ ທົດລອງຂັບ ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ໄດ້ທີ່ ໂຊ ຣູມ Showroom ຫຼື ໂຣດໂຊ Roadshows ໃນສະຖານທີ່ ທີ່ພົບເຫັນ. ສຳລັບ ອໍລ ນິວ ນິສສັນ ເທີຣາ ALL- NEW NISSAN TERRA ມີຫຼາກຫຼາຍສີໃຫ້ທ່ານໄດ້ເລືອກເຊັ່ນ: ສີຄີມ, ສີແດງ, ສີນໍ້າຕານ, ສີຟ້າ, ສີຂາວ, ສີເງີນ, ສີຂີ້ເຖົ້າ, ແລະ ດຳ.

ສໍາຫຼັບຂໍ້ມູນເພີ່ມເຕີມກ່ຽວກັບນິສສັນ Nissan ທຸກຮຸ່ນໃນລາວ. ກະລຸນາເຂົ້າເບິ່ງທີ່ເວັບໄຊທ໌ຂອງນິສສັນລາວ www.nissan-lao.la ຫຼືຕິດຕາມທາງຫນ້າ Facebook ຂອງນິສສັນລາວທີ່ fb.com/NissanLaos/


_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ



Post Bottom Ad