5.ວິທີເຮັດໃຫ້ສິວຫາຍພາຍໃນໜື່ງຄືນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

5.ວິທີເຮັດໃຫ້ສິວຫາຍພາຍໃນໜື່ງຄືນ



5.ວິທີເຮັດໃຫ້ສິວຫາຍພາຍໃນໜື່ງຄືນ





1.ນໍ້າແຂງສະອາດ

    ນໍາເອົາຜ້າສະອາດຫໍ່ນໍ້າແຂງໄວ້ ແລ້ວເອົາມາປະທົບກັບບໍລິເວນສິວປະໄວ້ປະມານ 20-30ວິນາທີ ຄວາມເຢັນຂອງນໍ້າແຂງຈະຊ່ວຍລົດຮອຍແດງຂອງສິວລົງໄດ້. 




2.ນໍ້າຜື້ງ

    ນໍາເອົານໍ້າຜື້ງມາແປະບ່ອນສິວປະໄວ້ 1ຊົ່ວໂມງແລ້ວລ້າງອອກພຽງເທົ່ານີ້ສິວກໍຈະຍຸບລົງ.




3.ນໍ້າໝາກນາວ

     ພ່ຽງແຕ່ນໍາເອົາສໍາລີກ້ອນໄປຈຸ່ມນໍ້າໝາກນາວສົດໆ ແລ້ວນໍາໄປແປະບໍລິເວນສິວປະໄວ້ປະມານ 5ນາທີຈາກນັ້ນໃຊ້ສໍາລີສຸບນໍ້າເຢັນໆເອົາໄປແປະທີ່ສິວ ເຮັດແບບນີ້ຈົນກວ່ານໍ້າຈະເຊົາເຢັນແລ້ວເຊັດໜ້າໃຫ້ແຫ້ງ ສູດນີ້ແນະນໍາໃຫ້ໃຊ້ກ່ອນນອນ ເຊົ້າມາຈະເຫັນຜົນໄດ້ຊັດວ່າສິວຍຸບລົງ.



4.ຢາສີຟັນ
   
   ບີບຢາສີຟັນເທົ່າເມັດຖົ່ວຂຽວແລ້ວນໍາມາແປະໄວ້ສິວຂ້າມຄືນເທົ່ານີ້ສິວກໍຍຸບລົງ ແຕ່ແນະນໍາຖ້າໃຜຜິວແພ້ງ່າຍບໍ່ຄວນໃຊ້ວິທີນີ້.




5.Aloe Vera Gel

    ພ່ຽງແຕ່ນໍາເອົາ Aloe Vera Gel ມາແປະຢູ່ສິວພາຍໃນຂ້າມຄືນສິວກໍຈະຍຸບແລະນ້ອຍລົງນໍາ ເພາະວ່າ Aloe Vera ມີຄຸນສົມບັດຕ້ານແບກທີເລຍຈື່ງຊ່ວຍໃຫ້ສິວຍຸບລົງ.



_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ





Post Bottom Ad