ລົດເກງປີ້ນ ກາງເດິກ ທງ ບ້ານດົງນາທອງ ເສຍຊີວິດຄາທີ 1, ເຈັບສາຫັດ 1 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດເກງປີ້ນ ກາງເດິກ ທງ ບ້ານດົງນາທອງ ເສຍຊີວິດຄາທີ 1, ເຈັບສາຫັດ 1



ນະຄອນຫຼວງວຽງຈັນ: ຍິ່ງເດິກ ຍິ່ງຕ້ອງລະວັງ! ກັບອຸບັດຕິເຫດ ທີ່ເກີດຂຶ້ນໃນຍາມຄໍ່າຄືນ ທີ່ເຫັນວ່າ ມີຄວາມຮຸນແຮງ ທຸກມື້ ອັນກໍ່ໃຫ້ເກີດຄວາມສູນເສຍ ທາງຊັບສິນ ແລະ ຊີວິດ. ຈາກການລາຍງານຂອງກູ້ໄພມູນນິທິຈີນ 1628 ໃຫ້ຮູ້ວ່າ ໃນວັນອັງຄານ ວັນທີ 11 ມິຖຸນາ 2019 ເວລາ 02:00 ນາທີ ໄດ້ຮັບແຈ້ງຜ່ານເບີສຸກເສີນ 1628 ວ່າມີລົດໃຫຍ່ປີ້ນເຂດ ບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ



ໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດໃຫຍ່ 1 ຄັນ ມີຜູ້ບາດເຈັບ 2 ຄົນເພດຊາຍ 1 ຄົນ ແລະເພດຍິງ 1 ຄົນ ອາການເບື້ອງຕົ້ນແມ່ນ

-ເພດຍິງ : ຫົວແຕກ ມີບາດແຜຢູ່ແຂນຂາເບື້ອງຂວາ ແລ້ວນຳສົ່ງໂຮງໝໍມິດຕະພາບ........
-ເພດຊາຍ: ກະທົບຄໍ.ກະທົບໜ້າເອີກແລະຊີພະຈອນຢຸດເຕັ້ນ, ເສຍຊີວິດຄາທີ່



ດັ່ງນັ້ນໜ່ວຍກູ້ໄພຈື່ງທຳການ CPR ຫຼືນ ວດຫົວໃຈແຕ່ບໍ່ມີການຕອບສະໜອງ ດັ່ງນັ້ນເຮົາຈື່ງໄດ້ຕິດຕໍ່ຫາເຈົ້າໜ້າທີ່ແລະຍາດພີ່ນ້ອງຜູ້ເສຍຊີວິດແລ້ວນຳສົ່ງວັດຂາມງອຍ.






_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad