ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຊີ້ແຈງສາເຫດ ຂອງການອອກໃບຕາດິນຊໍ້າຊ້ອນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຊີ້ແຈງສາເຫດ ຂອງການອອກໃບຕາດິນຊໍ້າຊ້ອນ


ນະຄອນຫຼວງວຽງຈັນ: 10 ມິຖຸນາ 2019 ກອງປະຊຸມສະໄຫມສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 4: ສສຊປະກອບຄໍາເຫັນໃສ່ບັນຫາການອອກໃບຕາດິນຊໍ້າຊ້ອນຊຶ່ງຍັງ ເປັນບັນຫາຊໍາເຮື້ອ ທີ່ຕ້ອງໄດ້ພ້ອມກັນແກ້ໄຂ:

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໃນຕອນເຊົ້າວັນທີ 10 ມິຖຸນາ 2019 ພາຍໃຕ້ການເປັນປະທານຂອງທ່ານບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດ ໄດ້ຮັບຟັງການລາຍງານ ຂອງທ່ານ ສົມມາດ ພົນເສນາ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບການຄຸ້ມຄອງການອອກໃບຕາດິນຊໍ້າຊ້ອນ ໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.

ກ່ຽວກັບການຄຸ້ມຄອງການອອກໃບຕາດິນ ແລະ ໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າເຫັນວ່າ ລັດຖະບານ ກໍ່ຄື ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີຄວາມພະຍາຍາມສູງໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງການອອກໃບຕາດິນໃນໄລຍະຜ່ານມາ ຊຶ່ງມາຮອດປັດຈຸບັນສາມາດຂຶ້ນສຳມະໂນທີ່ດິນໄດ້ 3.061.616 ຕອນ, ອອກໃບຕາດິນໃນທົ່ວປະເທດໄດ້ແລ້ວ 1.290.243 ຕອນ, ໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 098/ສພຊ, ລົງວັນທີ 28 ມິຖຸນາ 2018 ວ່າດ້ວຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ໂດຍໄດ້ອອກຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ສະບັບເລກທີ 10/ນຍ, ລົງວັນທີ 5 ກຸມພາ 2019 ແລະ ມະຕິເລກທີ 099/ສພຊ, ລົງວັນທີ 28 ພະຈິກ 2018 ກ່ຽວກັບຄາດໝາຍດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ເອົາໃຈໃສ່ແກ້ໄຂບັນຫາ ການອອກໃບຕາດິນຊໍ້າຊ້ອນໃນຂອບເຂດທົ່ວປະເທດ, ໂດຍມີຜົນສຳເລັດດີພໍສົມຄວນ ຊຶ່ງເຮັດໃຫ້ວຽກງານຄຸ້ມຄອງການນຳໃຊ້ທີ່ດິນ ພາຍໃນປະເທດເຮົາດຳເນີນໄປດ້ວຍທ່ວງທ່າທີ່ດີຂຶ້ນ.


ອັນພົ້ນເດັ່ນກວ່າໝູ່ແມ່ນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຄົ້ນຄວ້ານຳໃຊ້ເຄື່ອງມືອອກໃບຕາດິນທີ່ທັນສະໄໝ ສາມາດປະຕິບັດການອອກໃບຕາດິນໄດ້ເກີນແຜນທີ່ສະພາແຫ່ງຊາດຮັບຮອງ 38,6% ໃນປີ 2017 ແລະ 33,2% ໃນປີ 2018; ນອກນີ້ ຍັງໄດ້ອອກຂໍ້ຕົກລົງ ສະບັບເລກທີ 55/ນຍ, ລົງວັນທີ 25 ກໍລະກົດ 2017 ແຕ່ງຕັ້ງຄະນະສະເພາະກິດເພື່ອດຳເນີນການກວດກາ, ສຶກສາ, ຄົ້ນຄ້ວາ ແລະ ວິໄຈບັນຫາທີ່ດິນໃນຂອບເຂດທົ່ວປະເທດ, ແກ້ໄຂສະພາບການອອກໃບຕາດິນຊໍ້າຊ້ອນໄດ້ຢ່າງທັນການ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃນແຕ່ລະໄລຍະ.



ພ້ອມດຽວກັນນັ້ນ, ກໍ່ໄດ້ມີຄວາມພະຍາຍາມແກ້ໄຂບັນຫາທີ່ເປັນຫາງສຽງຂອງສັງຄົມ ແລະ ປະກົດການຫຍໍ້ທໍ້ຈາກຂໍ້ຂັດແຍ່ງກ່ຽວກັບທີ່ດິນພາຍໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຫຼຸດລົງເທື່ອລະກ້າວ.

ແຕ່ອີງໃສ່ຂໍ້ມູນຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນໃນ ຂອບເຂດທົ່ວປະເທດກ່ຽວກັບບັນກາທີ່ດິນໃນໄລຍະຜ່ານມາ ແລະ ອີງຕາມຄວາມຮຽກຮ້ອງຕ້ອງ ການຕົວຈິງໃນປັດຈຸບັນເຫັນວ່າການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການອອກໃບຕາດິນໃນໄລຍະຜ່ານມາຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຍັງມີຊ່ອງຫວ່າງ ແລະ ເກີດມີບັນຫາທີ່ສັບສົນ ໂດຍສະເພາະການອອກໃບຕາດິນຊໍ້າຊ້ອນ, ອັນພາໃຫ້ເກີດມີຂໍ້ຂັດແຍ່ງກັນ, ເກີດມີການສະເໜີ, ການຮ້ອງຟ້ອງ ແລະ ການຮ້ອງຂໍຄວາມເປັນທຳກ່ຽວກັບທີ່ດິນຂອງບຸກຄົນ ແລະ ນິຕິບຸກຄົນທີ່ນຳໄປຄໍ້າປະກັນການກູ້ຢືມເງິນກັບທະນາຄານທຸລະກິດ ແລະ ສະຖາບັນການເງິນໃນຂອບເຂດທົ່ວປະເທດ, ມີທັງໝົດ 425.812 ລາຍການ, ໃນນັ້ນເອກະສານທີ່ດິນທີ່ບໍ່ແມ່ນໃບຕາດິນມີທັງໝົດ 13.878 ລາຍການ, ເຫັນມີເອກະສານທີ່ດິນຊໍ້າຊ້ອນ ຫຼື ໃບຕາດິນຊໍ້າຊ້ອນທັງໝົດ 153 ກໍລະນີ ໃນນີ້ໄດ້ຈາກການລາຍງານຂອງສະມາຊິກສະພາແຫ່ງຊາດທີ່ເປັນກຳມະການຂອງກຳມາທິການປະຈຳຢູ່ເຂດເລືອກຕັ້ງຈຳນວນ 37 ກໍລະນີ ແລະ ໄດ້ຈາກທະນາຄານແຫ່ງ ສປປ ລາວ ແລະ ບັນດາທະນາຄານທຸລະກິດໃນຂອບເຂດທົ່ວປະເທດຈຳນວນ 116 ກໍລະນີ (ບໍ່ນັບກໍລະນີມີໃບຕາດິນຊໍ້າຊ້ອນທີ່ໄປກູ້ຢືມເງິນນຳສະຖາບັນການເງິນ ແລະ ການປ່ອຍກູ້ນອກລະບົບ), ໃນນີ້ແຂວງທີ່ມີໃບຕາດິນຊໍ້າຊ້ອນຫຼາຍກວ່າໝູ່ແມ່ນແຂວງສະຫວັນນະເຂດ ແລະ ຮອງລົງແມ່ນນະຄອງຫຼວງວຽງຈັນ ຊຶ່ງມີຄວາມຈຳເປັນຕ້ອງໄດ້ຮັບການແກ້ໄຂໂດຍໄວ.



ສາເຫດຕົ້ນຕໍທີ່ພາໃຫ້ເກີດມີການອອກໃບຕາດິນຊໍ້າຊ້ອນສັງລວມໄດ້ດັ່ງນີ້:

1. ການກວດກາ ແລະ ການເກັບຂໍ້ມູນທີ່ດິນບໍ່ຊັດເຈນ.
2. ການເກັບກຳຂໍ້ມູນເອກະສານທີ່ພົວພັນກັບທີ່ດິນຍັງບໍ່ເປັນລະບົບ.
3. ການອອກໃບຕາດິນບໍ່ປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ເປັນຕົ້ນມາດຕາ 49, 50 ຂອງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ປີ 2003. ການອອກໃບຕາດິນບາງກໍລະນີບໍ່ມີການກວດກາພິສູດຫຼັກຖານໃຫ້ແນ່ນອນຊຶ່ງເປັນສາເຫດໜຶ່ງທີ່ພາໃຫ້ມີການນຳເອົາເອກະສານທີ່ດິນໄປອອກໃບຕາດິນຊໍ້າຊ້ອນ.
4. ຍັງບໍ່ມີເຄື່ອງມືທີ່ທັນສະໄໝໃນການສຳຫຼວດ, ວັດແທກ ແລະ ອອກໃບຕາດິນ.
5. ກົນໄກການປະສານງານລະຫວ່າງອົງການອອກໃບຕາດິນ ແລະ ຜູ້ຮັບໃບຕາດິນເພື່ອເປັນຫຼັກຊັບຄໍ້າປະກັນບໍ່ທັນເປັນລະບົບ.
6. ການເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍກ່ຽວກັບທີ່ດິນຍັງບໍ່ທັນທົ່ວເຖິງ, ນິຕິກຳໃນການຄຸ້ມຄອງທີ່ດິນມີຫຼາຍແຕ່ບັນດານິຕິກຳດັ່ງກ່າວຍັງບໍ່ທັນມີການເຜີຍແຜ່ຢ່າງກວ້າງຂວາງເທົ່າທີ່ຄວນ ເຮັດໃຫ້ປະຊາຊົນບັນດາເຜົ່າໃນຫຼາຍເຂດຍັງບໍ່ທັນມີຄວາມເຂົ້າໃຈກ່ຽວກັບກຳມະສິດທີ່ດິນຖືເບົາຕໍ່ກັບການອອກໃບຕາດິນ, ບໍ່ເຂົ້າຮ່ວມກວດກາຄວາມຖືກ ຕ້ອງຂອງຕອນດິນຕິດກັນຊຶ່ງເຮັດໃຫ້ເປັນຊ່ອງຫວ່າງໜຶ່ງໃຫ້ກຸ່ມຄົນບໍ່ດີ ສວຍໃຊ້ໂອກາດດັ່ງກ່າວອອກໃບຕາດິນເກີນເຂດ.
7. ພະນັກງານ-ລັດຖະກອນຈຳນວນໜຶ່ງທີ່ມີສ່ວນກ່ຽວຂ້ອງກັບການອອກໃບຕາດິນຍັງຖືເບົາຈັນຍາບັນຈັນຍາທຳຂອງຕົນບໍ່ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ວາງອອກ.

ຂ່າວໂດຍ: Lao National Radio

_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad