ຫຼວງພະບາງ ເສີມສ້າງຄວາມເຂົ້າໃຈໃຫ້ແກ່ຄູຝຶກ ຫຼັກແຫຼ່ງໃນການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ຊັ້ນປະຖົມ ປ 1 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຫຼວງພະບາງ ເສີມສ້າງຄວາມເຂົ້າໃຈໃຫ້ແກ່ຄູຝຶກ ຫຼັກແຫຼ່ງໃນການນຳໃຊ້ຫຼັກສູດສະບັບປັບປຸງໃໝ່ຊັ້ນປະຖົມ ປ 1



ຫຼວງພະບາງ: ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງກ່ຽວກັບການນຳໃຊ້ຫຼັັກສູດຊັ້ນປະຖົມສຶກສາຂັ້ນ ປ1 ສະບັບປັບປຸງໃໝ່ ເພື່ອເສີມສ້າງຄວາມເຂົ້າໃຈ,ຄວາມໝັ້ນໃຈໃຫ້ແກ່ຄູຝຶກຫຼັກແຫຼ່ງໃນການຖ່າຍທອດຕໍ່ຄູປະຈຳການຂັ້ນ ປ 1 ເມື່ອວັນທີ 3 ມິຖຸນາ 2019 ຜ່ານມາທີ່ສູນການສຶກສານອກໂຮງຮຽນແຂວງຫຼວງພະບາງ



ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເອິງ ລໍສະຫວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ທ່ານ ຫຸມພັນ ຄອນສະຫວັດ ຮອງຜູ້ອຳນວຍການວິທະຍາໄລຄູຫຼວງພະບາງ,ມີ ພະນັກງານຄູຝຶກຈາກສະຖາບັນຄົ້ນຄ້ວາວິທະຍາສາດ,ຄະນະຮັບຜິດຊອບ,ສຳມະນາກອນຈາກຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ ແລະ 1 ນະຄອນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ກອງປະຊຸມສຳມະນາກອນຈະໄດ້ຮຽນຮູ້ ແລະ ເຂົ້າໃຈຕໍ່ກັບວິທີການຮຽນ-ການສອນໃນຫຼັກສູດຊັ້ນປະຖົມສຶກສາສະປັບປັບປຸງໃໝ່,ການວັດ ແລະ ປະເມີນການຮຽນ-ການສອນ,ສະພາບລວມຂອງຫຼັກສູດແຕ່ລະວິຊາ ລວມເຖິງການສະທ້ອນຄືນ ແລະ ການຖອດຖອນບົດຮຽນ,ການສ້າງຄວາມພ້ອມສຳລັບການສອນທົດລອງ,ທຳຄວາມເຂົ້າໃຈເລິກເຊີ່ງກ່ຽວກັບຫຼັກສູດທຸກໆວິຊາຕໍ່ກັບຮ່າງການແຕ່ງບົດສອນ,ເຕັກນິກການສອນ,ການອອກສຽງ ແລະ ຂັ້ນຕອນຕ່າງໆຂອງການຮຽນ-ການສອນ,



ນອກຈາກນີ້ ສຳມະນາກອນຈະໄດ້ຮຽນຮູ້ທັງພາກທິດສະດີ ແລະ ການສອນຕົວຈິງ.
ໂອກາດດັ່ງກ່າວ, ທ່ານ ເອິງ ລໍສະຫວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມພ້ອມເນັ້ນໜັກຫຼາຍບັນຫາ ເປັນຕົ້ນຄູຝຶກຫຼັກແຫຼ່ງຕ້ອງເປັນຄູທີ່ສາມາດສອນໄດ້ຕາມ 5 ຫຼັກມູນຂອງການສຶກສາ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ, ມີການຖອດຖອນບົດຮຽນເຊີ່ງກັນ ແລະ ກັນ, ອົດທົນ ພ້ອມກັນຄົ້ນຄວ້າເພື່ອເຮັດໃຫ້ການຝຶກອົບຮົມຄັ້ງມີຜົນສຳເລັດ,ມີຄຸນນະພາບ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ສຳລັບກອງປະຊຸມ ແມ່ນຈະໄດ້ດຳເນີນໄປເປັນເວລາ 8 ວັນ( 3-11 ມິຖຸນາ 2019) ຈຶ່ງຈະອັດລົງ
ໂດຍ: ແຈັກກີ້ ສກຂ ຫຼວງພະບາງ.




_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad