ຮອງປະທານປະເທດ ນໍາພາປູກຕົ້ນໄມ້ ທີ່ສ່ວນພຶກສາສາດ ຫ້ວຍຍາງດົງໝາກຄາຍ ໃນວັນເດັກ ແລະ ວັນປູກຕົ້ນໄມ້ແຮງຊາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຮອງປະທານປະເທດ ນໍາພາປູກຕົ້ນໄມ້ ທີ່ສ່ວນພຶກສາສາດ ຫ້ວຍຍາງດົງໝາກຄາຍ ໃນວັນເດັກ ແລະ ວັນປູກຕົ້ນໄມ້ແຮງຊາດ


ນະຄອນຫຼວງວຽງຈັນ: ໃນຕອນເຊົ້າມື້ວານນີ້ ວັນທີ 1 ມິຖຸນາ 2019, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະວັນສີ່ງແວດລ້ອມໂລກ ກໍ່ຄື ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ, ຢູ່ສວນພຶກສາສາດ, ຫ້ວຍຍາງດົງໝາກຄາຍ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໂດຍມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໃຫ້ກຽດເຂົ້າຮ່ວມ, ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກບັນດາກະຊວງ ແລະ ອົງການທຽບເທົ່າ, ບັນດາທູຕານຸທູດຈາກປະເທດຕ່າງໆ ແລະ ຜູ້ຕາງຫນ້າຈາກພາກສ່ວນກ່ຽວຂ້ອງເປັນຈຳນວນຫລາຍ.


ຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເພື່ອແນ່ໃສ່ຟື້ນຟູສວນພຶກສາສາດໃຫ້ກາຍເປັນປ່າທີ່ອຸດົມສົມບູນ, ເປັນແຫລ່ງເຕົ້າໂຮມເຊື້ອພັນໄມ້ຊະນິດຕ່າງໆທີ່ມີຄຸນຄ່າ ແລະ ຫາຍາກຂອງລາວ, ພ້ອມທັງເພີ່ມເນື້ອທີ່ສີຂຽວໃຫ້ກາຍເປັນປອດຫາຍໃຈເອົາອາກາດທີ່ສະອາດ ແລະ ຫລຸດຜ່ອນມົນລະພິດໃນອາກາດໃຫ້ແກ່ຊາວນະຄອນຫລວງວຽງຈັນ. ສວນພຶກສາສາດແຫ່ງນີ້ ມີເນື້ອທີ່ທັງໝົດ 268 ເຮັກຕາ ຊື່ງເຫັນວ່າຕ້ອງໄດ້ຟື້ນຟູ ແລະ ປູກໄມ້ຊະນິດຕ່າງໆ ເພື່ອເຮັດໃຫ້ໂຄງປະກອບດ້ານຊະນິດພັນໄມ້ ມີຄວາມຫລາກຫລາຍຍີ່ງຂື້ນ, ກາຍເປັນສະຖານທີ່ເພື່ອການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ ແລະ ການສຶກສາຮໍ່າຮຽນໃຫ້ນັກຮຽນ, ແລະ ນັກສຶກສາໃນອານາຄົດ.


ສຳລັບປີນີ້,ກະຊວງກະສິກຳ ແລະປ່າໄມ້ ມີແຜນທີ່ຈະປູກຕົ້ນໄມ້ຢູ່ສວນແຫ່ງນີ້ ໃຫ້ສຳເລັດໃນເນື້ອທີ່ 50 ເຮັກຕາ; ໂດຍສະເພາະ ໃນວັນທີ 1 ມິຖຸນານີ້ ແມ່ນໄດ້ປູກໃນເນື້ອທີ 5 ເຮັກຕາ, ໂດຍມີເບັ້ຍໄມ້ຫລາຍກວ່າ 4.000 ເບັ້ຍ ຊຶ່ງປະກອບມີ 7 ຊະນິດໄມ້ຄື: ໄມ້ຂະຍຸງ, ໄມ້ດູເລືອດ, ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ໄມ້ປະດົງ, ໄມ້ຍາງ ແລະໄມ້ແຄນເຮືອ.

ຂ່າວ,​ພາບ: ຈັນທະສອນ ສີຫານາດ
Lao National Radio




_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ






Post Bottom Ad