ປະກາດ ສະໜາມບິນສາກົນວັດໄຕ ເປັນເຂດປອດຄວັນຢາສູບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດ ສະໜາມບິນສາກົນວັດໄຕ ເປັນເຂດປອດຄວັນຢາສູບ


ນະຄອນຫຼວງວຽງຈັນ: ພິທີປະກາດສະໜາມບິນສາກົນວັດໄຕ ປອດຄວັນຢາສູບຢ່າງເປັນທາງການ ຖືກຈັດຂຶ້ນໃນຕອນເຊົ້າມື້ນີ້, ວັນທີ 31 ພຶດສະພາ 2019 ທີ່ອາຄານຜູ້ໂດຍສານສາກົນ ໂດຍມີທ່ານສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ, ທ່ານປອ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານສົມຈິດ ອິນທະມິດ, ຮອງລັດຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ, ພ້ອມດ້ວຍ ຜູ້ຕາງໜ້າອົງການອະນາໄມໂລກ, ຜູ້ຕາງໜ້າສະມາພັນຄວບຄຸມຢາສູບອາຊຽນ, ແລະ ຜູ້ບໍລິຫານ ເຈົ້າໜ້າທີ່ສາຍການບິນຕ່າງໆ ຕະຫລອດຮອດພະນັກງານປະຈໍາສະໜາມບິນສາກົນວັດໄຕເຂົ້າຮ່ວມ.



ໃນພິທີ, ທ່ານ​ດ໋ອກເຕີ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບສະໜາມບິນສາກົນວັດໄຕທຸກພາກສ່ວນ ທີ່ໄດ້ປະກາດໃຫ້ສະໜາມບິນແຫ່ງນີ້ເປັນສະໜາມບິນປອດຄວັນຢາສູບ.

ອົງການອະນາໄມໂລກ ໄດ້ກໍານົດເອົາວັນທີ 31 ພຶດສະພາຂອງທຸກໆປີ ເປັນວັນສະເຫລີມສະຫລອງວັນງົດສູບຢາໂລກ ແລະ ສປປ ລາວ ກໍ່ມີສ່ວນຮ່ວມເຊັ່ນດຽວກັນ. ວັນງົດສູບຢາໃນປີນີ ແມ່ນມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ພາຍໃຕ້ຄໍາຂັວນ ການສູບຢາ ພາໃຫ້ເປັນພະຍາດປອດ ຫລື tobacco and lung health, ທັງນີ້ເພື່ອເປັນການປຸກລະດົມ ແລະ ໃຫ້ຄວາມຮູ້ກ່ຽວກັບຄວາມອັນຕະລາຍຂອງການສູບຢາ ແລະການໄດ້ຮັບຄວັນຢາສູບ ເຊິ່ງເປັນສາເຫດຂອງການເກີດພະຍາດປອດຮ້າຍແຮງ, ຊໍ້າເຮື້ອ, ທຸກທໍລະມານຈາກການເຈັບປ່ວຍ ແລະນໍາໄປສູ່ການເສຍຊີວິດກ່ອນໄວອັນຄວນ.




ຈາກການດຳເນີນບັ້ນສໍາຫລວດແຫ່ງຊາດ ກ່ຽວກັບການສູບຢາຂອງຜູ້ໃຫ່ຍ ໃນປີ 2015 ພົບວ່າ: ການໄດ້ຮັບຄວັນຢາສູບພາຍໃນສະຖານທີ່ສາທາລະນະຍັງສູງ, ໂດຍສະເພາະແມ່ນການໄດ້ຮັບຄວັນຢາສູບພາຍໃນອາຄານເຮັດວຽກສູງເຖິງ 63%; ດັ່ງນັ້ນຈຶ່ງຮຽກຮ້ອງມາຍັງທຸກຄົນ ໃຫ້ເພີ່ມທະວີການມີສ່ວນຮ່ວມ ແລະເປັນເຈົ້າການໃນການປົກປ້ອງສຸຂະພາບຕົນເອງ ແລະ ຄົນອ້ອມຂ້າງຈາກຄວັນຢາສູບ ແລະ ທັງໃຫ້ຜູ້ສູບຢາ ໄປສູບຢາຢູ່ ບ່ອນອານຸຍາດສູບຢາ ເທົ່ານັ້ນ. ທ່ານສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ໃນໂອກາດການສະເຫລີມສະຫລອງວັນງົດສູບຢາແຫ່ງຊາດ ກໍ່ຄື ວັນງົດສູບຢາໂລກໃນຄັ້ງນີ້, ຂໍຕາງໜ້າໃຫ້ກະຊວງໂຍທາທິການແລະ ຂົນສົ່ງ ສະແດງຄວາມຊົມເຊີຍມາຍັງຜູ້ບໍລິຫານ ແລະ ພະນັກງານຂອງສະໜາມບິນສາກົນວັດໄຕ ທີ່ໄດ້ມີຄວາມພະຍາຍາມເຮັດໃຫ້ສະໜາມບິນແຫ່ງນີ້ ກາຍເປັນສະໜາມບິນປອດຄວັນຢາສູບ ແຫ່ງທໍາອິດຂອງ ສປປ ລາວ ທັງອາຄານຜູ້ໂດຍສານພາຍໃນືແລະ ສາກົນ.




ການເຮັດໃຫ້ສະໜາມບິນສາກົນວັດໄຕ ປອດຄວັນຢາສູບ ແມ່ນເພື່ອປົກປ້ອງສຸຂະພາບຂອງຜູ້ບໍ່ສູບຢາ ຈາກການໄດ້ຮັບຄວັນຢາສູບຂອງຄົນອື່ນ ລວມທັງ ການປົກປ້ອງອັກຄີໄພທີ່ອາດຈະເກີດຂຶ້ນ, ການຈັດໃຫ້ສະໜາມບິນສາກົນວັດໄຕ ປອດຄວັນຢາສູບນີ້ ຈະສ້າງສະພາບແວດລ້ອມທີ່ສົດໃສ ທີ່ມີຄວາມເປັນລະບຽບຮຽບຮ້ອຍ ສະອາດງາມຕາໃຫ້ພະນັກງານປະຈໍາສະໜາມບິນ, ຜູ້ໂດຍສານລວມທັງ ນັກທ່ອງທ່ຽວທັງພາຍໃນແລະ ຕ່າງປະເທດທີ່ເຂົ້າມາສະໜາມບິນ.



ຈາກນັ້ນ ທ່ານປອ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮ່ວມກັນເປີດປ້າຍປະກາດສະໜາມບິນສາກົນວັດໄຕຢ່າງເປັນທາງການ. ຈາກການປະກາດສະໜາມບິນສາກົນວັດໄຕປອດຄວັນຢາສູບໃນ ຄັ້ງນີ້, ຜູ້ທີ່ສູບຢາຢູ່ສະໜາມບິນຕ້ອງໄປສູບຢູ່ສະຖານທີ່ຈັດໄວ້ໃຫ້ ຢູ່ຫ່າງຈາກອາຄານຜູ້ໂດຍສານ ສິບແມັດ; ຜູ້ໃດລະເມີດຄັ້ງທໍາອິດຈະຖືກກ່າວເຕືອນ ແລະ ຄັ້ງຕໍ່ໄປຈະຖືກປັບໃໝຕາມລະບຽບການ. ໃນແຕ່ລະປີ, ຈະມີຜູ້ໂດຍສານໃຊ້ບໍລິການສະໜາມບິນສາກົນວັດໄຕເກືອບ 700.000 ຄົນ, ໃນນັ້ນ ຜູ້ໂດຍສານພາຍໃນປະເທດມີ ປະມານ 300.000 ຄົນ. ຄາດວ່ຮອດປີ 2023, ຜູ້ໂດຍສານຂອງສະໜາມບິນສາກົນວັດໄຕຈະເພີ່ມຂຶ້ນເຖິງ 1.500.000 ຄົນ.


ພາບແລະຂ່າວ: Lao National Radio

_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ





Post Bottom Ad