ປກສ ເມືອງນອງ ຮັບສະມາຊິກພັກ ແລະປະກາດເລື່ອນຊັ້ນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປກສ ເມືອງນອງ ຮັບສະມາຊິກພັກ ແລະປະກາດເລື່ອນຊັ້ນ


ສະຫວັນນະເຂດ: ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019 ຢູ່ທີ່ສະໂມສອນ ຂອງກອງບັນຊາການ ປກສ ເມືອງນອງແຂວງສະຫວັນນະເຂດ ຈັດພິທີຮັບສະມາຊິພັກ ແລະປະກາດເລື່ອນຊັ້ນ ໂດຍການເປັນຂອງ ສະຫາຍ ສຸກສາຄອນ ໂພທິລາດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ສະຫາຍ ນາງ ສັງທອງ ກຽດຕະວົງ ຄະນະປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງ, ທ່ານ ພັທ ແກ້ວດາວວອນ ດວງຈັງ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສເມືອງ, ມີບັນດາສະຫາຍສະມາຊິກພັກ ແລະໜ່ວຍພັກອ້ອມຂ້າງເມືອງເຂົ້າຮ່ວມ.



ໃນພິທີ ສະຫາຍ ຄຳ ສໍເສດທິລາດ ຮອງຫົວໜ້າຈັດຕັ້ງເມືອງ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກເມືອງວ່າດ້ວຍການເລື່ອນ ມະຫາຊົນຜູ້ກ້າວໜ້າຂຶ້ນເປັນສຳຮອງ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ ແລະປະກາດເລື່ອນຊັ້ນ ໃນນັ້ນມະຫາຊົນຜູ້ກ້າວໜ້າມີ 6 ສະຫາຍ, ຍິງ2 ສະຫາຍ, ຮັບສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນມີ 9 ສະຫາຍ, ຍິງ0 ສະຫາຍ ແລະໄດ້ປະກາດເລື່ອນຊັ້ນຈາກ ຮອຂຶ້ນ ພັຕມີ 1ສະຫາຍ ແລະເລື່ອນຊັ້ນຈາກ ຮຕຂຶ້ນເປັນ ຮທ ມີ1ສະຫາຍ.



ໂອກາດດັ່ງກ່າວກໍ່ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສຸກສາຄອນ ໂພທິລາດ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ໃຫ້ທິດຊີ້ນຳໃນການນຳພາທຸກຂົງເຂດວຽກງານຂອງກຳລັງ ປກສ ເຊິ່ງທ່ານໄດ້ເນັ້ນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພີ່ມທະວີຄວາມສາມັກຄີໃນກຳລັງ ປກສໃຫ້ໜັກແໜ້ນ ປະຕິບັດທຸກມະຕິຄຳສັ່ງທີ່ຂັ້ນເທິງມອບໝາຍໃຫ້ ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ເຮັດວຽກແບບລວມສູນ ປະຊາທິປະໄຕ ທຸກສະຫາຍພ້ອມກັນຕ້ານ ແລະສະກັດກັ້ນປາກົດການຫຍໍ້ທໍ້ທີ່ມີໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ.


_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad