ນະຄອນຫຼວງວຽງຈັນ: ລາຍງານຈາກ 1623 ໃຫ້ຮູ້ວ່າ ໃນວັນທີ 22 ມິຖຸນາ 2019 ເວລາ14:50 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຈາກປະຊາຊົນຜ່ານເບີໂທສຸກເສີນ 1623 ວ່າມີເຫດໄຟໄໝ້ເຮືອນປະຊາຊົນເຂດບ້ານນາຄວາຍກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ໜ່ວຍກູ້ໄພມູນນິທິໄດ້ອອກກວດສອບເຫດໄດ້ພົບເຫັນ ໄຟກຳລັງລຸກລາມຢ່າງຮຸນແຮງໃນບໍລິເວນຫ້ອງພາຍໃນເຮືອນ.ທາງໜ່ວຍງານກູ້ໄພມູນນິທິ ແລະ ໜ່ວຍງານສະກັດກັ້ນອັກຄີໄພນະຄອນຫຼວງໄດ້ຮ່ວມກັນສະກັດກັ້ນມອດໄຟຈົນສຳເລັດ ໃຊ້ເວລາຫຼາຍກວ່າ 30 ນາທີ ຈຶ່ງສາມາດຄວບຄຸມເພີງໄດ້ເປັນທີ່ຮຽບຮ້ອຍ.
ໝາຍເຫດ: ສ່ວນຄວາມເສຍຫາຍ ແລະ ສາເຫດອັກຄີໄພໃນຄັ້ງນີ້ແມ່ນເຈົ້າໜ້າທີ່ສອບສວນວິຊາສະເພາະເພິ່ນເກັບກຳຂໍ້ມູນພາຍຫຼັງ.
ເຕືອນໄພ ທຸກຄົນຕ້ອງລະມັດລະວັງ ເລື່ອງອັກຄີໄພ ເພາະອາດເກີດຂຶ້ນໄດ້ຕະຫຼອດເວລາ.
ພາບແລະຂ່າວ: 1623