ຫຼວງພະບາງ: ລາຍງານຈາກປະຊາຊົນ ແລະ ໜ່ວຍກູ້ຊີອົງການກາແດງລາວ ແຂວງຫຼວງພະບາງໃຫ້ຮູ້ວ່າ ໃນວັນທີ 23 ມິຖຸນາ 2019 ເວລາ 12:14 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີອຸບັດຕິເຫດ ຢູ່ວົງວຽນ 4 ແຍກຄອກງົວ ບ້ານວຽງແກ້ວ ແຂວງຫຼວງພະບາງ.
ເມື່ອທາງໜ່ວຍກູ້ຊີບອົງການກາແດງລາວ ແຂວງຫຼວງພະບາງ ໄດ້ອອກກວດສອບເຫດເຫັນຄົນເຈັບ 1 ຄົນເປັນຊາຍ, ອາການບາດເຈັບເບື້ອງຕົ້ນ ມີບາດແຜຈີກຢູ່ໜ້າຜາກເບື້ອງຊາຍ ແລະ ເຈັບແຂນເບື້ອງຂວາ.
ດັ່ງນັ້ນ ທາງທີມງານຫນ່ວຍກູ້ຊີບ ອົງການກາ ແດງລາວຫລວງພະບາງ ຈຶ່ງໄດ້ໃຫ້ການປະຖົມພະຍາບານເບື້ອງຕົ້ນໃຫ້ແກ່ຄົນເຈັບ ແລ້ວນຳສົ່ງໂຮງໝໍ ແຂວງຫລວງພະບາງ
ສ່ວນສະພາບລົດແມ່ນເສຍຫາຍດັ່ງພາບ