ສູດໝີ່ເດັດ ເຮັດຢູ່ເຮືອນກໍແຊບໄດ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສູດໝີ່ເດັດ ເຮັດຢູ່ເຮືອນກໍແຊບໄດ້

ສະບາຍດີມື້ນີ້ແອດມີນ Day ຊອກຫາສູດໝີ່ແຊບໆມາໃຫ້ທຸກທ່ານລອງເຮັດກິນເບິ່ງເດີ ສໍາລັບຄົນທີ່ມັກກິນປະເພດໝີ່ຄົງຈະຖືກໃຈຫຼາຍ ເພື່ອບໍ່ໃຫ້ເສຍເວລາມາຮູ້ສູດໝີ່ເດັດແຊບໆນໍາກັນເລີຍ.

ສູດໝີ່ເດັດ ເຮັດຢູ່ບ້ານກໍແຊບໄດ້

1. ໝີ່ຕົ້ມຍໍາປາ



ສ່ວນປະສົມ

1. ຊີ້ນປາ

2. ໝີ່ສໍາເລັດຮູບ

3.ຫົວສີໃຄ, ຂ່າ, ໃບໝາກຂີ້ຫູດ

4. ເຜັດຂີ້ໜູ, ຫອມບົ່ວ ຊອຍ

5. ໝາກນາວ, ນໍ້າປາ, ນໍ້າຕານ, ນໍ້າໜ້າໝາກເຜັດ, ມັນກຸ້ງສົດ

6. ໝາກຖົ່ວຍາວ


ວິທີເຮັດໝີ່ຕົ້ມຍໍາປາ

1. ຕົ້ມນໍ້າໃຫ້ຟົດ ໃສ່ຫົວສີໃຄ ,ຂ່າ, ໃບໝາກຂີ້ຫູດ ລົງໄປຕົ້ມໃຫ້ຫອມ ໃສ່ນໍ້າໜ້າໝາກເຜັດ, ມັນກຸ້ງລົງໄປ ແລ້ວ ຕົ້ມໃຫ້ຟົດ. ປຸງລົດສາດຕາມໃຈມັກດ້ວຍ ໝາກນາວ, ນໍ້າປາ, ນໍ້າຕານ ແລະ ໝາກເຜັດ

2. ລວກປາໃນນໍ້າຟົດໃຫ້ສຸກ ປະໄວ້

3. ລວກເສັ້ນໝີ່ໃຫ້ສຸກ, ເທນໍ້າຖິ້ມໃຫ້ສະເດັດນໍ້າ, ໃສ່ລົງຖ້ວຍ. ໃສ່ຊີ້ນປາ ແລະ ຫມາກຖົ່ວຍາວໄວ້ເທິງເສັ້ນໝີ່ ໃສ່ຫອມບົ່ວ ແລະໝາກເຜັດ ແລ້ວເທນໍ້າຕົ້ມຍໍາລົງໄປ ເທົ່ານີ້ກໍແຊບແລ້ວ.



ມາເບິ່ງສູດທີ່ 2

2. ຜັດໝີ່ປາກະປ່ອງ

 

ສ່ວນປະສົມ

1. ນໍ້າມັນພືດ 1 ບ່ວງ

2. ກະທ່ຽມສັບ 1 ບ່ວງ

3. ໝາກເຜັດຕໍາ 1 ບ່ວງ

4. ປາກະປັອງ 1 ປ່ອງ

5. ໝີ່ຕົ້ມຍໍາສໍາເລັດຮູບ (ລວກ) 1 ຊ່ອງໃຫຍ່

6. ຜົງປຸງລົດ ຕົ້ມຍໍາໃນຊ່ອງໝີ່

7. ຊອສຫອຍນາງລົມ 1 ບ່ວງ

8. ນໍ້າຕານຊາຍ 2 ບ່ວງຊາ


ວິທີເຮັດ

1. ຜັດໝາກເຜັດ ແລະກະທຽມໃຫ້ຫອມ 



2. ໃສ່ປາກະປັອງລົງໄປ ຕາມດ້ວຍເສັ້ນໝີ່ ແລະໃສ່ເຄື່ອງປຸງໃນຊ່ອງໝີ່ ແລ້ວຕາມດ້ວຍ ນໍ້າປາ,ນໍ້າຕານ ແລະຊອສຫອຍນາງລົມ. 



3. ຜັດໃຫ້ເຂົ້າກັນອີກຄັ້ງ ແລ້ວໃສ່ຈານທັນທີ່.

    


ຫວັງວ່າຂໍ້ມູນນີ້ຈະຖືກໃຈ ແລະມີປະໂຫຍດສໍາຫຼັບທຸກທ່ານ  ໂດຍສະເພາະທ່ານທີ່ມັກອາຫານປະເພດໝີ່. ກໍ່ບໍ່ຈໍາເປັນກິນແຕ່ໝີ່ຕົ້ມສະເໝີໄປ.
ຈາກແອດມິນ Day.

Post Bottom Ad