ງານຕະຫຼາດນັດພົບແຮງງານປີນີ້ ຄາດວ່າຈະມີບັນດາຫົວໜ່ວຍທຸລະກິດ ເຂົ້າຮ່ວມຕັ້ງບູດຮັບສະໝັກງານຫຼາຍກ່ວາ 150 ບູດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ງານຕະຫຼາດນັດພົບແຮງງານປີນີ້ ຄາດວ່າຈະມີບັນດາຫົວໜ່ວຍທຸລະກິດ ເຂົ້າຮ່ວມຕັ້ງບູດຮັບສະໝັກງານຫຼາຍກ່ວາ 150 ບູດ



ນະຄອນຫຼວງວຽງຈັນ: ໃນວັນທີ 7 ມິຖຸນາ 2019ນີ້, ທີ່ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ. ໄດ້ມີພິທີ ຖະແຫຼງຂ່າວງານຕະຫຼາດນັດພົບແຮງງານ ປີ 2019 ໂດຍ ທ່ານ ນ. ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ນະຄອນຫຼວງ ( ຮສສ. ນວ ), ໄດ້ກ່າວຕໍ່ພິທີວ່າ:

ງານຕະຫຼາດນັດພົບແຮງງານ ປີ 2019 ນີ້ ວັນທີ 16-20 ຕຸລາ 2019 (5 ວັນ) ສູນງານວາງສະແດງສິນຄ້າ ລາວໄອເຕັກ . ນອກຈາກຈະເປັນການສ້າງເງື່ອນໄຂໃຫ້ຜູ້ປະກອບການທຸລະກິດ ແລະ ຜູ້ຊອກວຽກເຮັດງານທຳໄດ້ມາພົບກັນແລ້ວ ຍັງເປັນເວທີປຶກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍ, ສົ່ງເສີມວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານເພື່ອຕອບສະໜອງສີມືແຮງງານ ທັງດ້ານປະລິມານ ແລະ ຄຸນນະພາບ ໃຫ້ກັບຫົວໜ່ວຍແຮງງານທັງພາຍໃນ ແລະ ຕ່າງປະເທດສາມາດຈັດຕັ້ງປະຕິບັດວຽກງານຂອງຕົນຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ ກໍຄືຂອງປະເທດ .


ນັກຮຽນທີ່ກໍາລັງຮຽນ, ນັກສຶກສາຈົບໃໝ່,ຜູ້ຊອກວຽກເຮັດງານທຳ ຫຼື ຜູ້ຕ້ອງການປ່ຽນວຽກໃໝ່, ພໍ່ແມ່ຜູ້ປົກຄອງ, ບັນດານາຍຈ້າງ ຫຼື ຫົວໜ່ວຍແຮງງານ, ບໍລິສັດຈັດຫາງານ, ສູນຝຶກອົບຮົມວິຊາຊີບ, ສະຖາບັນຕ່າງໆ, ອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນ ເຂົ້າຮ່ວມງານທັງໝົດ ຈຳນວນ 5,000 ກ່ວາຄົນ ທີ່ມາທ່ຽວຊົມ ແລະ ມາລົງທະບຽນສະໝັກງານ. ຄາດວ່າຈະມີຜູ້ລົງທະບຽນສະໝັກງານຈຳນວນ 3,000 ກ່ວາຄົນ ໃນນີ້ຈະມີຜູ້ໄດ້ຖືກສຳພາດ ແລະ ບັນຈຸເຂົ້າໃນຕໍາແໜ່ງງານຫວ່າງຂອງຫົວໜ່ວຍແຮງງານ ຈຳນວນ 300-400 ກ່ວາຄົນ ແລະ ຄາດວ່າຈະມີບັນດາຫົວໜ່ວຍແຮງງານ, ຜູ້ປະກອບການ, ໂຄງການ ແລະ ເຂດເສດຖະກິດພິເສດເຂົ້າຮ່ວມຕັ້ງບູດຮັບສະໝັກງານຫຼາຍກ່ວາ 150 ບູດ ແລະ ມີຕຳແໜ່ງງານຫວ່າງຫຼາຍກ່ວາ 2,000 ຕຳແໜ່ງ.



ຈຸດປະສົງຂອງການຈັດງານຄັ້ງນີ້, ແມ່ນນອກຈາກບັນດາຫົວໜ່ວຍແຮງງານຈະໄດ້ມີຫຼາຍທາງເລືອກ ເພື່ອຕັດສິນໃຈບັນຈຸ ພະນັກງານເຂົ້າໃນຕຳແໜ່ງງານທີ່ເໝາະສົມຂອງບໍລິສັດ, ແລ້ວຜົນປະໂຫຍດໜຶ່ງອີກຈະໄດ້ຮັບກໍຄືໄດ້ໂຄສະນາສົ່ງເສີມກາໝາຍ, ຜະລິດຕະພັນ ແລະ ການບໍລິການ, ໄດ້ແລກປ່ຽນຖອດຖອນບົດຮຽນ ແລະ ປະສົບການກັບຜູ້ວາງສະແດງອື່ນໆທີ່ມາຈາກອຸດສາຫະ ກຳທີ່ແຕກຕ່າງກັນ, ໄດ້ພົບພາກລັດທີ່ກ່ຽວຂ້ອງທີ່ສາມາດສະໜອງຂໍ້ມູນນະໂຍບາຍລະບຽບ ແລະ ກົດໝາຍທີ່ກ່ຽວກັບແຮງງານ, ໄດ້ສ້າງສາຍພົວພັນທາງທຸລະກິດໃໝ່ນຳບັນດາບໍລິສັດທີ່ເຂົ້າຮ່ວມງານ. ສຳລັບຜົນປະໂຫຍດຂອງຜູ້ເຂົ້າຮ່ວມທີ່ຄາດວ່າຈະໄດ້ຮັບຈາກການຈັດງານຕະຫຼາດນັດກໍຄື: ໄດ້ມີໂອກາດພົບກັບນາຍຈ້າງໃນອານາຄົດ ແລະ ອົງກອນໃນຝັນຂອງຕົນ, ມີໂອກາດສູງທີ່ຈະໄດ້ຖືກເລືອກສຳພາດ ແລະ ເຂົ້າເຮັດວຽກ ເພາະວ່າມີຕຳແໜ່ງງານຫວ່າງຫຼາຍກວ່າ 2,000 ຕໍາແໜ່ງ ນອກຈາກນີ້ຍັງໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽກັບສະຖານທີ່ຝຶກອົບຮົມເພື່ອຍົກລະດັບທັກສະສີມືຂອງຕົນໃຫ້ເໝາະສົມກັບຄວາມຕ້ອງການຂອງຕະຫຼາດແຮງງານ, ໄດ້ຮັບຮູ້ເງື່ອນໄຂແຮງງານທີ່ນາຍຈ້າງຕ້ອງການ ແລະ ບົດຮຽນຈາກຜູ້ຊ່ຽວຊານ, ໄດ້ເຂົ້າຮ່ວມຫຼີ້ນເກມ, ກິດຈະກຳຂອງງານ ແລະ ມີໂອກາດໄດ້ຮັບເຄື່ອງແຈກຂອງແຖມຕ່າງໆຈາກຜູ້ວາງສະແດງ ແລະ ລຸ້ນຮັບເຄື່ອງລາງວັນຈາກຄະນະຮັບຜິດຊອບງານ, ໄດ້ຈັບຈ່າຍຊື້ເຄື່ອງຫຼຸດລາຄາ ແລະ ຮັບຊົມການສະແດງຕ່າງໆ ແລະ ໄດ້ພັກຜ່ອນຢ່ອນກາຍກັບອາຫານ ແລະ ເຄື່ອງດື່ມຢູ່ໂຊນອາຫານ.


ງານຕະຫຼາດນັດພົບແຮງງານປີນີ້ແມ່ນຈະໄດ້ຈັດໃຫ້ຍິ່ງໃຫຍ່ກ່ວາປີຜ່ານໆມາ ແລະ ພາຍໃນງານຈະມີກິດຈະກໍາທີ່ຫຼາກຫຼາຍກ່ວາເກົ່າມີທັງກິດຈະກໍາເທິງເວທີ ແລະ ກິດຈະກຳພາຍໃນບູດເຊິ່ງລາຍລະອຽດມີດັ່ງນີ້:

1) ລົງທະບຽນຮັບສະໝັກງານຜູ້ຕ້ອງການວຽກເຮັດງານທຳ ແລະ ປະກາດຕຳແໜ່ງງານຫວ່າງຂອງຫົວໜ່ວຍແຮງງານ.

2) ກິດຈະກຳໃຫ້ຄຳປຶກສາກ່ຽວກັບການຊອກວຽກເຮັດງານທຳ, ຂໍ້ມູນກ່ຽວກັບການຝຶກອົບ ຮົມວິຊາຊີບ, ຂໍ້ມູນກ່ຽວກັບການຂະຫຍາຍຕົວຂອງຕະຫຼາດແຮງງານ.

3) ກິດຈະກຳວາງສະແດງຮູບພາບການເຄື່ອນໄຫວຂອງວຽກງານການພັດທະນາສີມືແຮງງານ ແລະ ຈັດຫາງານໃນໄລຍະຜ່ານມາ, ວາງສະແດງຜົນງານການແຂ່ງຂັນສີມືແຮງງານ, ວາງສະແດງປື້ມມາດຕະຖານສີມືແຮງງານແຫ່ງຊາດ, ວາງສະແດງຜະລິດຕະພັນສິນຄ້າ ແລະ ການບໍລິການຂອງຫົວໜ່ວຍແຮງງານ.

4) ກິດຈະກຳໂຄສະນາເຜີຍແຜ່ແຫຼ່ງຂໍ້ມູນດ້ານແຮງງານເປັນຕົ້ນການຄົ້ນຫາຕຳແໜ່ງງານຫວ່າງ, ຂໍ້ມູນດ້ານການຍົກລະດັບສີມືແຮງງານ, ບັນດາລະບຽບ, ກົດໝາຍແຮງງານ, ເວັບໄຊບໍລິການຈັດຫາງານ ແລະ ບັນດານິຕິກຳອື່ນໆທີ່ກ່ຽວຂ້ອງ.

5) ສາທິດວິທີແກະສະຫຼັກໝາກໄມ້, ປະດິດດອກໄມ້ຢາງ, ວິທີປຸງແຕ່ງອາຫານ, ເສີມຄວາມງາມ, ໄຟຟ້າປະກອບ, ຕົບແຕ່ງໂຕະອາຫານ ແລະ ວິທີພັບຜ້າຮັບໃຊ້ໃນໂຮງແຮມ ເພື່ອສົ່ງເສີມງານສີມືຂອງແຕ່ລະສາຂາອາຊີບຢູ່ໃນຊຸ້ມຂອງແຕ່ລະສະຖາບັນ.

6) ສະເໜີວິດີໂອເລື່ອງສັ້ນ, ສາລະຄະດີຕ່າງໆ ເຊັ່ນ: ສາລະຄະດີແຫຼ່ງທ່ອງທ່ຽວລາວ, ວີດີໂອງານມະຫາກຳແຂ່ງຂັນສີມືແຮງງານແຫ່ງຊາດຄັ້ງທີ 3, ວີດີໂອເລື່ອງການເຄື່ອນຍ້າຍແຮງງານ ແລະ ອື່ນໆ.

ກິດຈະກຳພາຍໃນງານມີດັ່ງນີ້:

1) ຈັດເວທີສົນທະນາໃນຫົວຂໍ້ຕ່າງໆເຊັ່ນ: ຮຽນຫຍັງຈິ່ງຈະມີວຽກເຮັດ (ການສ້າງແຮງບັນດານໃຈ), ສົນທະນາຫົວຂໍ້ການຫຼຸດຜ່ອນການຫວ່າງງານ( ກ່ຽວການສ້າງ ແລະ ພັດທະນາສີມືແຮງງານ, ຄວາມຕ້ອງການຂອງຕະຫຼາດແຮງງານ, ບັນຫາ ແລະ ສິ່ງທ້າທາຍ).

2) ກິດຈະກຳສຳມະນາໃນຫົວຂໍ້: ການແນະແນວອາຊີບ ແລະ ສາຍການຮຽນ, ການເຜີຍແຜ່ແລະ ໃຫ້ຄວາມຮູ້ຂອງຈຸດບໍລິການຈັດຫາງານ ແລະ ການປະກັນຫວ່າງງານ.

3) ກິດຈະກຳແຂ່ງຂັນຕ່າງໆເຊັ່ນ: ແຂ່ງຂັນການຕົບແຕ່ງໂຕະອາຫານແບບພື້ນຖານ, ແຂ່ງຂັນແກະສະຫຼັກຜັກ ແລະ ໝາກໄມ້, ແຂ່ງຂັນແຕ່ງຊົງຜົມເຈົ້າສາວ ແລະ ແຂ່ງຂັນການແຕ່ງເລັບ.

4) ກິດຈະກຳຖາມ-ຕອບຄວາມຮູ້ກ່ຽວກັບວຽກງານພັດທະນາສີມືແຮງງານ ແລະ ຈັດຫາງານເພື່ອ ລຸ້ນຮັບລາງວັນ.
5) ກິດຈະກຳສະແດງສິລະປະວັນນະຄະດີຂອງນ້ອງນັກຮຽນ.

6) ກິດຈະກຳຖາມ-ຕອບເພື່ອເອົາຂອງລາງວັນ ແລະ ຜະລິດຕະພັນຂອງບັນດາບໍລິສັດຕ່າງໆທີ່ເຂົ້າຮ່ວມງານ.

7) ກິດຈະກຳຈົກສະຫຼາກເອົາລາງວັນໃຫຍ່ຂອງງານຕະຫຼາດນັດພົບແຮງງານ ປີ 2019.

ພ້ອມນີ້, ທ່ານ ນ. ລຳພອຍ ສີອັກຄະຈັນ ໄດ້ກ່າວ ຂໍເຊີນຊວນໃຫ້ບັນດາຫົວໜ່ວຍແຮງານ, ໂຄງການ, ເຂດເສດຖະກິດພິເສດ, ບັນດານັກຮຽນ, ນັກສຶກສາ, ຜູ້ກຳຊອກວຽກເຮັດງານທຳ ແລະ ຜູ້ຕ້ອງການປ່ຽນວຽກໃໝ່ຈົ່ງພ້ອມພາກັນເຂົ້າຮ່ວມງານຕະຫຼາດນັດແຮງງານທີ່ຈະໄດ້ຈັດຂຶ້ນໃນວັນທີ 16-20 ເດືອນ ຕຸລາ ປີ 2019 ຄັ້ງນີ້ດ້ວຍ./

ຂ່າວຮສສ: ນ. ເພັດສະໄໝ


_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad