10 ວິທີເຮັດໃຫ້ໜ້າຂາວ ທີ່ທ່ານກໍ່ເຮັດໄດ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

10 ວິທີເຮັດໃຫ້ໜ້າຂາວ ທີ່ທ່ານກໍ່ເຮັດໄດ້

ໃບໜ້າທີ່ຂາວນຽນ ເປັນສິ່ງທີ່ຫຼາຍຄົນປາຖະໜາ ມື້ນີ້ທີມງານ ພວກເຮົາຈະນໍາເອົາເຕັກນິກງ່າຍໆ ທີ່ທ່ານສາມາດເຮັດເອງໄດ້. ມາຮູ້ຈັກກັບ 10 ວິທີເຮັດໃຫ້ຜິວຂາວ ໄດ້ດັ່ງໃຈປາຖະໜາ




1.ທາຄຣີມ ກັນແດດກ່ອນອອກຈາກເຮືອນໄປທາງນອກ: ເພາະແສງແດດຖືເປັນຕົວການສໍາຄັນ ທີ່ສາມາດແຜດເຜົາ ເຮັດໃຫ້ຜິວຂອງເຮົາ ດໍາຄໍ້າ, ຍິ່ງຕາກແດດ ເປັນເວລາດົນຜິວກໍ່ຈະເສຍ ແລະ ດໍາ. ບາງຄົນຕ້ອງໃຊ້ເວລາດົນນານ ກ່ອນເພື່ອຮັກສາຜິວດໍາຄໍ້າ ອັນເນື່ອງມາຈາກ ແດດໄໝ້. ດ້ວຍເຫດນີ້, ການທາຄຣິມ ກັນແດດ ຈິ່ງຈະເປັນທາງເລືອກ ທີ່ສໍາຄັນ ແກ່ທຸກຄົນ. ການເລືອກ ຄຣີມກັນແດດນັ້ນກໍ່ຄວນ ເລືອກ ໃຫ້ເໝາະສົມ ກັບຜິວຂອງແຕ່ລຄົນ. ດີທີ່ສຸດແມ່ນ ປຶກສາກັບແພດຄວາມງາມ ເຮົາກໍ່ຈະໄດ້ໃຊ້ຜະລິດຕະພັນ ຄຣີມກັນແດດ ທີ່ເໝາະສົມ.



2.ຄັດຜິວດ້ວຍສະໝຸນໄພທີ່ຊ່ວຍໃຫ້ຜິວໃສ:
ເຊວຜິວກໍ່ມີການໝົດອາຍຸ ແລະ ຕາຍໄປ, ສະນັ້ນ ອີກວິທີໃນການ ຄັດເອົາຜິວທີ່ໝົດອາຍຸ ຫຼື ເຊວຜິວທີ່ຕາຍນັ້ນ ກໍ່ເຮັດໄດ້ງ່າຍໆ ດ້ວຍການຂັດຜິວ. ເຊິ່ງສາມາດນໍາໃຊ້ ສະໝູນໄພຕ່າງໆ ເຊັ່ນ ຄັດດ້ວຍຂີ້ໝິ້ນ, ຫຼື ສະໝູນໄພອື່ນໆ ທີ່ສາມາດຊອກຫາໄດ້ ຕາມບ້ານເຮົາ. ແຕ່ຂໍ້ຄວນລະວັງຂອງການຄັດຜິວ ແມ່ນບໍ່ຄວນຄັດແຮງເກີນໄປ ເພາະຈະເຮັດໃຫ້ຜິວບາງ ແລະ ບໍ່ຄວນຄັດ ຕໍ່ເນື່ອງຫຼາຍຄັ້ງ. ອາທິດ ລະຄັ້ງ ກໍ່ພຽງພໍແລ້ວ.






3.ໝັ່ນທາຄຣີມບໍາລຸງ: ຜິວກໍ່ຕ້ອງການອາຫານ ເພື່ອບໍາລຸງ, ອາຫານທີ່ເຮົາກິນໄປນັ້ນ ສານອາຫານສ່ວນໜື່ງກໍ່ຖືກລໍາລຽງມາບໍາລົງຜິວ, ແຕ່ກໍ່ສາມາດໃຊ້ວິທີ ເພີ່ມເຕີມດ້ວຍການ ທາຄຣີມບໍາລຸງຜິວ ທີ່ຈະຊ່ວຍໃຫ້ຜິວໜັງ ໄດ້ຮັບຄວາມຊຸ່ມຊື່ນ ຕາມແຮ່ທາດ ໃນຄຣີມບໍາລຸງຜິວ.





4.ຫຼີກລ້ຽງການຕາກແດດດົນໆ: ດັ່ງທີ່ກ່າວໄວ້ຂໍ້ທີ 1 ຂ້າງເທີງ, ຖ້າເຮົາປະປ່ອຍໃຫ້ຜິວຕາກແດດ ເປັນເວລາດົນ, ໂດຍສະເພາະຕອນແດດກ້າ, ຜິວໜັງເຮົາກໍ່ຈະຖືກໄໝ້, ສະນັ້ນ ຖ້າສາມາດ ຫຼີກລ້ຽງໄດ້ ຈະເປັນການດີ. ເຊັ່ນວ່າ ນຸ່ງເຄື່ອງ ທີ່ປົກປິດ, ມີຄັນຮົ່ມ ເພື່ອກັ້ງແດດ.







5.ການນອນຫຼັບພັກຜ່ອນໃຫ້ພຽງພໍ: ການອຶດຫຼັບອຶດນອນ ກໍ່ສົ່ງຜົນເຮັດໃຫ້ຜິວພັນຊຸດໂຊມ ແລະ ບໍ່ເຕັງຕຶງ, ເພາະຜິວກໍ່ຢາກພັກຜ່ອນ, ສະນັ້ນ ຖ້າເຮົາໄດ້ນອນອີ່ມ ຢ່າງພຽງພໍ ກໍ່ຈະເປັນການກະຕຸ້ນຮໍໂມນ ເຮັດໃຫ້ຜິວພັນສົດໃສ ເພາະໄດ້ພັກຜ່ອນເຕັມທີ່





6.ດື່ມນໍ້າຢ່າງໜ້ອຍມື້ລະ 8 ແກ້ວ: ເພາະວ່າຮ່າງກາຍຂອງຄົນເຮົາ 2/3 ແມ່ນທາດແຫຼວ, ຢາກໃຫ້ຜິວພັນເຕັງຕຶງ ຕ້ອງດຶ່ມນໍ້າໃຫ້ພຽງພໍ ແລະ ເໝາະສົມ. ໂດຍສະເລ່ຍແລ້ວ ຄົນເຮົາຕ້ອງການ ດຶ່ມນໍ້າ ຢ່າງໜ້ອຍ ມື້ລະ 8 ແກ້ວ. ຖ້າຢາກຜິວຊຸ່ມຊື່ນ ກໍ່ຕ້ອງໝັ່ນດຶ່ມນໍ້າໃຫ້ພຽງພໍ





7.ອອກກໍາລັງກາຍຢ່າງສະໝໍ່າສະເໝີ: ການບໍ່ອອກກໍາລັງກາຍເລີຍ ກໍ່ສົ່ງຜົນບໍ່ດີຕໍ່ຜິວພັນ ເພາະເຮັດໃຫ້ຜິວໜັງ ບໍ່ມີການເຄື່ອນເໜັງ, ສະນັ້ນ ການອອກກໍາລັງກາຍ ຈະເຮັດໃຫ້ ຜິດໜັງກະຊັບ, ແໜ້ນ. ສໍາຄັນ ເວລາເຫື່ອອອກ ມັນຈະເປັນການຂັບໄລ່ສານພິດ ແລະ ຄວາມບໍ່ສະອາດ ອອກຈາກຜິວໜັງ, ເຊິ່ງຈະຊ່ວຍໃຫ້ຜິວໃສສະອາດຂຶ້ນ. ຈື່ໄວ້ວ່າ່ ການອອກກໍາລັງກາຍ ຕ້ອງຫຼິ້ນຈົນເຫື່ອອອກ ຈະເປັນການດີທີ່ສຸດ.







8.ຮັບປະທານໝາກໄມ້ເປັນປະຈໍາ: ການຮັບປະທານໝາກໄມ້ ແມ່ນດີຕໍ່ຜິວແທ້ໆ ໝາກໄມ້ທຸກຊະນິດຈະມີວິຕາມິນ ທີ່ຜິວພວກເຮົາຕ້ອງການ, ສະນັ້ນ ແຕ່ລະມື້ ພວກເຮົາຄວນໄດ້ກິນໝາກໄມ້. ບໍ່ວ່າຈະເປັນ ໝາກກ້ວຍ, ໝາກຫຸ່ງ, ໝາກໂປ່ມ, ແລະ ໝາກອື່ນໆ.






9.ບໍ່ຄວນນໍາສານຜິດມາສູ່ຮ່າງກາຍ: ຂໍ້ນີ້ສໍາຄັນແທ້ໆ ເພາະເຖິງຈະປະຕິັດ 8 ຂໍ້ຂ້າງເທີງມາໄດ້ດີ ແຕ່ຫາກ ພວກເຮົາ ນໍາເອົາສານພິດເຂົ້າຮ່າງກາຍ ເຊັ່ນ ການກິນເຫຼົ້າ, ສູບຢາ, ຢູ່ໃນສະພາບແວດລ້ອມ ທີ່ມີຄວັນ, ມີຝຸ່ນ, ກໍ່ຈະເຮັດໃຫ້ຜິວພັນໝອງຄໍ້າ. ສະນັ້ນ, ຄົນທີ່ຢາກໃຫ້ຜິວພັນດີ ຕ້ອງຫ່າງໄກ່ ຈາກສ້າງເສບຕິດ ແລະ ມືນເມົາ.






10.ໃຊ້ນໍ້ານົມບໍາລຸງຜິວ: ສຸດທ້າຍ ແຕ່ບໍ່ທ້າຍສຸດ, ເປັນວິທີບໍາລຸງຜິວທີ່ອ່າວແພງແດ່, ໂດຍການໃຊ້ນໍ້ານົມ. ຄົນມີເງິນຫຼາຍ ກໍ່ອາບເປັນອ່າງເລີຍ, ຜູ່ງົບໜ້ອຍ ກໍ່ທາເອົາ. ເພາະນໍ້ານົມ ຈະຊ່ວຍໃຫ້ຜິດນຸ້ມນວນແທ້ໆ.



ກໍ່ຫວັງວ່າ ຄວາມຮູ້ເລັກໆນ້ອຍຂ້າງເທີງ ຈະຊ່ວຍໃຫ້ທ່ານ ຮັກສາຜິດພັນໃຫ້ຂາວໃສ ແຂງແຮງ, ໂດຍສະເພາະຜິວໜ້າ. ຫາກທ່ານມີ ວິທີ ຫຼື ເຕັກນິກ ຮັກສາຜິວ ທີ່ຢາກແບ່ງປັນປະສົບການ ຫຼື ຄວາມຮູ້ ໃຫ້ກັບຄົນອື່່ນໆ ກໍ່ສາມາດສົ່ງມາຫາທີມງານປະກາດ Pakaad ໄດ້. ຢ່າລືມແຊ ບອກເພື່ອນໆຂອງທ່ານແດ່ເດີ.

_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ








Post Bottom Ad