ການແລ່ນ ຊ່ວຍແກ້ໄຂ ໂລກຊຶມເສົ້າ ແລະ ເຮັດໃຫ້ທ່ານສຸຂະພາບແຂງແຮງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ການແລ່ນ ຊ່ວຍແກ້ໄຂ ໂລກຊຶມເສົ້າ ແລະ ເຮັດໃຫ້ທ່ານສຸຂະພາບແຂງແຮງ



ການແລ່ນ

ທຸກຄົນຮູ້ກັນດີວ່າ ການແລ່ນນັ້ນສາມາດຊ່ວຍລົດນໍ້າໜັກ ແລະ ປັບຮູບຮ່າງໄດ້ ແຕ່ທ່ານຮູ້ ຫຼື ບໍ່ວ່າຄວາມຈິງແລ້ວ ການແລ່ນນັ້ນມີປະໂຫຍດຕໍ່ຮ່າງກາຍເກືອບທຸກສ່ວນ. ລວມໄປຮອດລະດັບອາລົມ ແລະ ຄວາມຮູ້ສຶກຂອງທ່ານ. ການແລ່ນນັ້ນເຮັດໃຫ້ທ່ານມີສຸຂະພາບດີຂຶ້ນຢ່າງເຫຼືອເຊື່ອ ແລະ ເຖິງວ່າການອອກກໍາລັງກາຍອາດບໍ່ແມ່ນ ເລື່ອງທີ່ທຸກຄົນຈະມັກ, ແຕ່ລອງມາເບິ່ງກັນກ່ອນວ່າການແລ່ນມີປະໂຫຍດຫຼາຍຢ່າງ ແລະ ບາງທີທ່ານອາດ ສາມາດເບິ່ງການແລ່ນໃນມຸມມອງໃໝ່ໆ.  ແລ່ນຍາກແທ້ບໍ່? ລອງແລ່ນເບິ່ງກໍ່ເປັນໄດ້!



1.   ຊ່ວຍປັບປຸງສຸຂະພາບຂອງທ່ານ
ເຊື່ອບໍ່ວ່າການແລ່ນນັ້ນເປັນວິທີທີດີທີ່ສຸດຂອງການຍົກລະດັບສຸຂະພາບລວມທັງຮູບຮ່າງ ຈາກການວິໄຈພົບວ່າການແລ່ນຊ່ວຍເພິ່ມລະດັບຂອງຄໍເຣດເຕີລໍ ທີ່ດີໃນຂະນະທີ່ຊ່ວຍຍົກລະດັບການເຮັດວຽກຂອດປອດ ແລະ ຊ່ວຍໃຫ້ໃຊ້ງານປອດໄດ້ດີຂື້ນ ທັງຍັງເພິ່ມລະດັບຂອງອຸຫະພູມຄຸ້ມກັນ ແລະ ຍັງລົດຄວາມສ່ຽງໃນການເກີດການລືມໄດ້ອີກດ້ວຍ



2.   ປ້ອງກັນພະຍາດຕ່າງໆ
ສໍາລັບທ່ານຍິງ ການແລ່ນຊ່ວຍລົດຄວາມສ່ຽງໃນການເປັນມະເລັງເຕົ້ານົມ ແລະ ຍັງລົດຄວາມສ່ຽງໃນການເປັນໂລກຫຼອດເລືອດໃນສະມອງ ແພດສ່ວນໃຫຍ່ແນະນໍາໃຫ້ຄົນເຈັບທີ່ເປັນໂລກເບົາຫວານໄລຍະທໍາອິດ, ໂລກເລືອດຈ່າງ ໂລກກະດູກຜຸຸ່ຍ ໃຫ້ອອກກໍາລັງການດ້ວຍການແລ່ນ ຊ່ຍປ້ອງກັນຄວາມສ່ຽງໃນການເປັນໂລກຫົວໃຈໄດ້ ໂດຍການແລ່ນຈະຊ່ວຍໃຫ້ຫຼອດເລືອດແດງມີຄວາມຢືດຍຸນຂື້ນ ເສີມສ້າງຄວາມແຂງແຮງຂອງຫົວໃຈ ລົດໂອກາດທີ່ຈະມີອາການຫົວໃຈວາຍໄດ້ຫຼາຍ



3.   ຊ່ວຍລົດນໍ້າໜັກ
ການແລ່ນເປັນການອອກກໍາລັງກ່າຍທີ່ຊ່ວຍໃຫ້ທ່ານຫຼຸດນໍ້າໜັກໄວ້ໃຫ້ຄົງທີ ຊືງການແລານນີ້ຈະຊ່ວຍເຜົ່າຜານພະລັງງານໄດ້ຢ່າງມີປະສິດທິພາບເປັນອັນດັບທີ່ສອງ ເມື່ອທຽບກັນເປັັນພະລັງງານຕໍ່ນາທີ ຊຶ່ງເປັນຮອງແຕ່ການຫຼີ້ນສະກີເທົ່ານັ້ນ
4.   ເພິ່ມຄວາມໝັ່ນໃຈໃຫ້ທ່ານ
ການແລ່ນບໍ່ໄດ້ເປັນປະໂຫຍດແກ່ຮ່າງການເທົ່ານັ້ນ ແຕ່ຍັງຊ່ວຍກະຕຸ້ນຄວາມໝັ່ນໃຈ ແລະ ຄວາມນັບຖືຕົວເອງຂື້ນມາໄດ້ອີກ ດ້ວຍການຕັ້ງເປົ້າໝາຍຢ່າງມີວິໄນ ແລະ ມີຄວາມມຸ່ນໝັ້ນ ໃນການແລ່ນຈະຊາວຍໃຫ້ທ່ານໄດ້ຮູ້ສຶກມີອໍານາດໃນຕົວເອງ ເຮັດໃຫ້ທ່ານມີຄວາມສຸກຫຼາຍຂື້ນຕາມມາ



5.   ບັນເທົາຄວາມຄຽດ
ຄວາມຄຽດເປັນສາເຫດໜຶ່ງຂອງບັນຫາສຸຂະພາບ ແລະ ປັນຫາທາງດ້ານອາລົມ ນອກຈາກນີ້ຍັງລົຄວາມຍາກອາຫານ ແລະ ຄຸນນະພາບການນອນຫຼັບກໍ່ລົດລົງໄປນໍາ ເມື່ອທ່ານແລ່ນຈະມີການບັງຄັບໃຫ້ຮ່າງກາຍໃຊ້ພະລັງງານ ແລະ ຮໍໂມນສ່ວນເກີນ ຈຶ່ງຊ່ວຍລົດອາການປວດຫົວຈາກຄວາມຕຶງຄຽດໃຫ້ຫຼຸດລົງໄດ້
6.   ຈັດການພາວະຊືມເສົ້າ
ເມື່ອທ່ານຮູ້ສຶກຫົດຫູ່ ສິ່ງສຸດທ້າຍທີ່ທ່ານຕ້ອງເຮັດຄືລຸກຂຶ້ນມາແລ່ນ ແຕ່ທ່ານຈະພົບວ່າຫຼັງຈາກໃຊ້ເວລາແລ່ນພຽງບໍ່ທໍ່ໃດນາທີ ສະໝອງກໍ່ຈະປອດໂປງ ປ່ອຍຮໍໂມນທີ່ຊ່ວຍດັບອາລົມຂອງທ່ານໃຫ້ດີຂື້ນ ແຕ່ແນວໃດກໍ່ດີຍັງມີວິທີ່ອື່ນໆທີ່ຮັກສາອາການຊືມເສົ້າໄດ້ດີ ແລະ ໄດ້ໄວກ່ວາອອກກໍາລັງກາຍ.




ຈະເຫັນໄດ້ວ່າການແລ່ນສາມາດຊ່ວຍສ້ອມແຊມສຸຂະພາບໄດ້ຫຼາຍຢ່າງ ແຕ່ຄວາມຈິງນີ້ເປັນພຽງປະໂຫຍດສ່ວນນ້ອນເທົ່ານັ້ນ, ການແລ່ນມີປະໂຫຍດຕໍ່ທັງຮ່າຍກາຍ, ຈິດໃຈ ແລະ ຈິດວິນຍານ ພຽງແຕ່ແລ່ນໄລຍະສັ້ນໆ ກໍ່ເຮັດໃຫ້ຮູ້ສຶກສົດຊື່ນ ມີສະມາທິ ແລະ ມີຄວາມສຸກໃນຊີວິດຫຼາຍຂື້ນໄປນໍາ




  

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ










Post Bottom Ad