ສະຫຼົດໃຈ! 2 ພໍ່ລູກ ຂີ່ລົດຈັກ ຕໍາກັບລົດຈັກ ແລ້ວລົດ 10 ລໍ້ ຢຽບຊໍ້າ ເສຍຊີວິດ ທາງບ້ານຈັນສະຫວ່າງ ເມືອງສີໂຄດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະຫຼົດໃຈ! 2 ພໍ່ລູກ ຂີ່ລົດຈັກ ຕໍາກັບລົດຈັກ ແລ້ວລົດ 10 ລໍ້ ຢຽບຊໍ້າ ເສຍຊີວິດ ທາງບ້ານຈັນສະຫວ່າງ ເມືອງສີໂຄດ


ນະຄອນຫຼວງວຽງຈັນ: ສຸດສະຫຼົດ ໃຈກັບອຸບັດຕິເຫດ ລົດສິບລໍ້  ຢຽບຄົນເສຍຊີວິດ 2 ຄົນ ຈາກການລາຍງານ ຂອງ 1624 ໃຫ້ຮູ້ວ່າ ໃນວັນທີ 10 ມິຖຸນາ 2019 ເວລາ 19:45 ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີ ລົດຈັກຕຳລົດຈັກ ແລ້ວມີລົດ 10 ລໍ້ມາຢຽບຊໍ້າຈຸດເກິດເຫດແມ່ນຢູ່ເຂດ ບ້ານຈັນສະຫວ່າງ ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ.



ໜ່ວຍກູ້ຊີບ-ກູ້ໄພນະຄອນຫຼວງ ເຂດ 1 ຈຸດ ເມືອງ ສີໂຄດຕະບອງ ຈຶ່ງອອກກວດສອບເຫດພົບຜູ້ບາດເຈັບ 3 ຄົນ ເປັນເພດຊາຍ 2, ຍິ 1 ຄົນ ອາການເບື້ອງຕົ້ນແມ່ນ

ຜູ້ທີ 1 ເພດຊາຍ  ຫົວແຕກມີເລຶອດອອກຫູນຳສົ່ງໂຮງຫມໍມະໂຫສົດ, ເຈັບໜັກ
ຜູ້ທີ 2 ເພດຊາຍ ກະດູກຫຼັງຫັກດູກຂ້າງຫັກເສຍຊີວິດຄາທີ

ຜູ້ທີ 3 ເພດຍິງແມ່ນກະໂຫຼກຫົວຍຸບເສຍຊີວິດຄາທີ ເປັນເດັກນ້ອຍອາຍຸປະມານ 10 ປີ

ຂໍ້ມູນໃຫ້ຮູ້ວ່າ ຜູ້ເສຍຊີວິດແມ່ນເປັນ 2 ພໍ່ລູກກັນ. ສົບຜູ້ເສຍຊີວິດຜູ້ເປັນພໍ່ແມ່ນນຳໄປເຮັດພິທີທາງສາດສະໜາຢູ່ວັດຈັນສະຫວ່າງ,  ສ່ວນສົບລູກສາວແມ່ນນຳໄປເຮັດພິທີທາງສາດສະໜາຢູ່ໂບດນາຄຳ



ດັ່ງນັ້ນຫນ່ວຍກູ້ໄພນະຄອນຫຼວງຈື່ງຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດຂໍໄຫ້ໄປສູ່ພົບພູມທີດີ










_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad