ປີ 2019 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະປູກໄມ້ຈໍານວນ 18.100 ຕົ້ນ ໃນເນື້ອທີ່ 49,48 ເຮັກຕາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປີ 2019 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈະປູກໄມ້ຈໍານວນ 18.100 ຕົ້ນ ໃນເນື້ອທີ່ 49,48 ເຮັກຕາ



ໄຊຍະບູລີ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດ ຂອງວຽກງານປ່າໄມ້ ເຮັດໃຫ້ການປູກໄມ້ກາຍເປັນພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນ ຢ່າງເປັນຂະບວນກວ້າງຂວາງໃນທົ່ວສັງຄົມ ແລະ ເພື່ອຍົກລະດັບອັນຕາການປົກຫຸ້ມ ຂອງເນື້ອທີ່ປ່າໄມ້ໃຫ້ກວມ 70 ສ່ວນຮ້ອຍ ຂອງເນື້ອທີ່ທົ່ວປະເທດ ໃນປີ 2020, ສະເພາະເມືອງແກ່ນທ້າວໃຫ້ປົກຄຸ້ມ 47 ສ່ວນຮ້ອຍນັ້ນ.


ໃນປີ 2019 ນີ້, ເມືອງແກ່ນທ້າວ ແຂວງໄຊຍະບູລີ ມີແຜນປູກໄມ້ທັງໝົດ 18.100 ຕົ້ນ ໃນເນື້ອທີ່ 49,48 ເຮັກຕາ ໂດຍຈະໄດ້ສຸມໃສ່ປູກໄມ້ເປັນເສັ້ນທາງສີຂຽວ, ປູກໄມ້ປະດັບໃຫ້ເປັນຮົ່ມ ຕາມແຄມຮົ່ວສໍານັກງານ, ຫ້ອງການ, ກົມກອງ, ປູກໃສ່ເຂດສັ່ງຖອນທີ່ມີການບຸກລຸກປ່າໄມ້ ແລະ ຊຸກຍູ້ປຸກລະດົມປະຊາຊົນ ປູກເປັນຂອງຄອບຄົວ, ໂດຍເລັ່ງໃສ່ພັນໄມ້ພື້ນເມືອງເຊັ່ນ: ໄມ້ກໍ່າພີ້, ໄມ້ແຕ້ຂ່າ, ໄມ້ສັກ, ໄມ້ປະດັບ ແລະ ໄມ້ກິນໝາກອື່ນໆ.




ນອກຈາກປູກເປັນເສດຖະກິດແລ້ວ ຍັງຈະປູກເພື່ອຮັກສາສິ່ງແວດລ້ອມຕື່ມອີກເຊັ່ນ: ການປູກໄມ້ເພື່ອຕ້ານການເຊາະເຈື່ອນຂອງໜ້າດິນ ເຂດພູສູງ, ແຄມແມ່ນໍ້າ, ແຄມຫ້ວຍ ເລັ່ງໃສ່ປູກໄມ້ທີ່ມີຮາກຄຸມດິນໃຫ້ຫຼາຍເຊັ່ນ: ໄມ້ປ່ອງຊະນິດຕ່າງໆ ແລະ ໄມ້ອຸດສາຫະກໍາອື່ນໆ. ໂດຍໄດ້ແບ່ງປັນຕົວເລກເນື້ອທີ່ປູກໄມ້ໃຫ້ທົ່ວເມືອງຄື: ຈະປູກໃນວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ຕາມເສັ້ນທາງສີຂຽວ ແຕ່ພູເອື້ອງດອຍ ຫາຄິວລົດ ບ້ານເມືອງໝໍ ເຊິ່ງມີໄລຍະທາງ 7.000 ແມັດ, ມີເນື້ອທີ່ປູກທັງໝົດ 0,94 ເຮັກຕາ ຈະປູກທັງສອງຟາກທາງ ໄລຍະຫ່າງກັນ 10 ແມັດ, ຈໍານວນເບ້ຍໄມ້ທີ່ຈະປູກທັງໝົດ 90 ກວ່າເບ້ຍ, ປູກແຕ່ໜ້າໂຮງຮຽນປະຖົມນາຫີນ ໄປຮອດຫ້ວຍໄຄ້ ເຂດແດນກັບເມືອງບໍ່ແຕນໄລຍະທາງ 16.000 ແມັດ, ມີເນື້ອທີ່ປູກ 4,70 ເຮັກຕາ, ເບ້ຍໄມ້ທີ່ຈະປູກທັງໝົດ 470 ເບ້ຍ, ມອບໃຫ້ບ້ານນາຫີນ, ບ້ານກ້ວຍແຂ້ ແລະ ບ້ານດົງສາມແສນ ປູກ ແລະ ບົວລະບັດຮັກສາ.



ສ່ວນເບ້ຍໄມ້ທີ່ຈະປູກນັ້ນ ທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈະສະໜອງໃຫ້, ແບ່ງໃຫ້ສໍານັກງານອົງການ, ຫ້ອງການ, ກົມກອງ ປູກໃນເຂດປ່າສະຫງວນ 2 ຕອນ ໃນເນື້້ອທີ່ 9,84 ເຮັກຕາ, ຈໍານວນ 3.930 ກວ່າເບ້ຍ, ແບ່ງໃຫ້ບ້ານໜອງ, ບ້ານປົ່ງແດງປູກເຂດປ່າປ້ອງກັນ 2 ຕອນ ໃນເນື້ອທີ່ 7,50 ເຮັກຕາ, ຈໍານວນ 3.000 ກວ່າເບ້ຍ, ແບ່ງໃຫ້ແຕ່ລະບ້ານໃນທົ່ວເມືອງປູກຈໍານວນ 10.600 ເບ້ຍ ໃນເນື້ອທີ່ 26,50 ເຮັກຕາ ປູກຕາມເຂດສັ່ງຖອນ, ເຂດທີ່ດິນມີການເຊາະເຈື່ອນ, ເຂດຂຸນຫ້ວຍ, ແຫຼ່ງນໍ້າ ແລະ ແຊມປ່າຂອງບ້ານ ຕາມເງື່ອນໄຂຂອງແຕ່ລະບ້ານ ທີ່ເຫັນວ່າເໝາະສົມ.

ລາຍງານໂດຍ: ຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງແກ່ນທ້າວ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad