ມອບພາຫະນະການຜະລິດ ພ້ອມແນວພັນ ໃຫ້ປະຊາຊົນທີ່ປະສົບໄພພິບັດເຂື່ອນແຕກ ຢູ່ເມືອງສະໜາມໄຊ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມອບພາຫະນະການຜະລິດ ພ້ອມແນວພັນ ໃຫ້ປະຊາຊົນທີ່ປະສົບໄພພິບັດເຂື່ອນແຕກ ຢູ່ເມືອງສະໜາມໄຊ


ອັດຕະປື: ບໍລິສັດເອສເອມພີເທຣດດິ້ງຈໍາກັດຜູ້ດຽວທີ່ຊະນະການປະມູນໂຄງການສະໜອງພັນພືດ,ຝຸ່ນ,ຢາປາບສັດຕູພືດເຄື່ອງມືອຸປະກອນ ແລະພາຫະນະການຜະລິດ ໄດ້ນໍາເອົາພາຫະນະການຜະລິດ ພ້ອມດ້ວຍແນວພັນພຶດ ມາມອບໃຫ້ພະແນກກະສິກໍາ ແລະປ່າໄມ້ ເພື່ອນໍາໄປສະໜອງໃຫ້ປະຊາຊົນທີ່ປະສົບໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ເພື່ອນໍາໃຊ້ເຂົ້າໃນການຜະລິດລະດູຝົນນີ້ໃຫ້ທ່ວງທັນກັບລະດູການ,ເຊິ່ງເຄື່ອງທີ່ທາງ ບໍລິສັດເອສເອມພີເທຣດດິ້ງຈໍາກັດຜູ້ດຽວ ນໍາມາມອບຄັ້ງນີ້ລວມມູນຄ່າທັງໝົດ 3 ຕື້ 6 00 ກວ່າລ້ານກີບ ເຊິ່ງປະກອບມີ: ລົດໄຖນາ ພ້ອມອຸປະກອນຄົບຊຸດ ຈໍານວນ 66 ຄັນ,ແນວພັນເຂົ້າປັບປຸງ 77 ໂຕນ,ແນວພັນໄມ້ໃຫ້ໝາກ 9 ພັນກວ່າເບ້ຍ ແລະແນວພັນພືດຜັກອີກຈໍານວນໜຶ່ງ .



ພິທີມອບ-ຮັບ ໄດ້ຈັດຂື້ນໃນວັນທີ 21 ພຶດສະພາແລ້ວນີ້ ທີ່ຫ້ອງວ່າການປົກຄອງເມືອງສະໜາມໄຊ ແຂວງອັດຕະປື ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສຸກສະໄໝ ຈັນທະມາດ ຮອງເຈົ້າແຂວງອັດຕະປື,ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ .




ພາຍຫຼັງມອບ-ຮັບສໍາເລັດເປັນທາງການແລ້ວທາງອໍານາດການປົກຄອງແຂວງ ແລະເມືອງກໍ່ໄດ້ຮີບຮ້ອນຈັດສົ່ງພະຫະນະການຜະລິດ ແລະແນວພັນພືດດັ່ງກ່າວໃຫ້ເຖິງມືປະຊາຊົນ ຜູ້ປະສົບໄພຢູ່ເມືອງສະໜາມໄຊ ເພື່ອໃຫ້ເລີ່ມລົງມືທາການຜະລິດລະດູຝົນນີ້ທັນຕາມລະດູການ .



ຂ່າວ: ວັດທະນາ ຫຼວງອາໄພ.


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad