ປະກາດແຕ່ງຕັ້ງ ທ່ານ ຄໍາສິງ ສີບົວພັນ ຮັບໜ້າທີ່ ຜູ່ວ່າການ ປະທານ ສານປະຊາຊົນ ແຂວງໄຊຍະບູລີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດແຕ່ງຕັ້ງ ທ່ານ ຄໍາສິງ ສີບົວພັນ ຮັບໜ້າທີ່ ຜູ່ວ່າການ ປະທານ ສານປະຊາຊົນ ແຂວງໄຊຍະບູລີ



ໄຊຍະບູລີ: ໃນຕອນເຊົ້າຂອງວັນທີ 24 ພຶດສະພາ 2019 ທີ່ສະໂມສອນ ຫ້ອງວ່າການແຂວງ ໄຊຍະບູລີ, ໄດ້ຈັດພິທີ ປະກາດແຕ່ງຕັ້ງ ວ່າການ ປະທານສານປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ມີ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ໄຊຍະບູລີ, ມີພະແນກການອ້ອມຂ້າງແຂວງ, ມີສານເຂດ ແລະ ພະນັກງານພາຍໃນສານແຂວງເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ ທ່ານ ກັ້ງ ເຕັມສົມບັດ, ຫົວໜ້າກົມຈັດຕັ້ງ ສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ສະບັບເລກທີ 274/ສປສສ, ລົງວັນທີ 10 ພຶດສະພາ 2019, ສະບັບເລກທີ 632/ສປສສ, ລົງວັນທີ 19 ພະຈິກ 2018 ວ່າດ້ວຍການອານຸມັດໃຫ້ພະນັກງານ-ລັດຖະກອນພັກການຮັບອູດໜູນບໍານານ, ປະທານສານປະຊາຊົນສູງສຸດ ຕົກລົງ ເຫັນດີອານຸມັດໃຫ້ ທ່ານ ບຸນທຽມ ສີເມືອງ ພັກການຮັບອູດໜູນບໍານານແຕ່ວັນທີ 1 ມັງກອນ 2019 ເປັນຕົ້ນໄປ, ເຫັນດີອານຸມັດໃຫ້ ທ່ານ ຄໍາພາດ ນ້ອຍຜາ ພັກການຮັບອູດໜູນບໍານານແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ,



ຜ່ານຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ສະບັບເລກທີ 256/ສປສສ,ລົງວັນທີ 7 ພຶດສະພາ 2019, ວ່າດ້ວຍ ການແຕ່ງຕັ້ງຜູ້ວ່າການ ປະທານສານ ປະຊາຊົນແຂວງ ໄຊຍະບູລີ, ປະທານສານປະຊາຊົນສູງສຸດ ຕົກລົງ ເຫັນດີແຕ່ງຕັ້ງ ທ່ານ ຄໍາສິງ ສີບົວພັນ ຮອງປະທານສານປະຊາຊົນແຂວງ ເປັນຜູ້ວ່າການ ປະທານສານປະຊາຊົນແຂວງ ໄຊຍະບູລີ, ຂໍ້ຕົກລົງເກທີ 54/ສປສສ ລົງວັນທີ 13 ກຸມພາ 2019 ວ່າດ້ວຍ ການແຕ່ງຕັ້ງຜູ້ວ່າການ ປະທານສານ ປະຊາຊົນເຂດ 3 ແຂວງ ໄຊຍະບູລີ, ປະທານສານປະຊາຊົນສູງສຸດ ຕົກລົງ ເຫັນດີແຕ່ງຕັ້ງ ທ່ານ ສົມໄວ ຈັນທະຜາລີ ຮອງເລຂາໜ່ວຍພັກ, ຮອງປະທານສານປະຊາຊົນ ເຂດ 3 ເປັນຜູ້ວ່າການປະທານສານ ປະຊາຊົນເຂດ 3 ແຂວງ ໄຊຍະບູລີ,

ຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດ, ສະບັບເລກທີ່ 30/ຄປຈ, ລົງວັນທີ 7 ກຸມພາ 2019 ວ່າດ້ວຍ ການແຕ່ງຕັ້ງຮອງປະທານສານປະຊາຊົນ ເຂດ 3 ແຂວງ ໄຊຍະບູລີ, ຄະນະປະຈໍາສະພາແຫ່ງຊາດ ຕົກລົງ ແຕ່ງຕັ້ງ ທ່ານ ສາຄອນ ຈັນທະລາດ ຜູ້ພິພາກສາ, ຫົວໜ້າຄະນະສານແພ່ງ ສານປະຊາຊົນເຂດ 3 ເປັນ ຮອງປະທານສານປະຊາຊົນ ເຂດ 3 ແຂວງ ໄຊຍະບູລີ,


ໂອກາດດັ່ງກ່າວ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ປະທານສານປະຊາຊົນສູງສຸດ ໄດ້ໃຫ້ກຽດໂອ້ລົມຕໍ່ຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ຈົ່ງເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປະດິດຄິດສ້າງ, ສະດຸ້ງໄວຕໍ່ໜ້າທີ່ວຽກງານ, ມີແບບແຜນວິທີນໍາພາ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ເປັນທໍາ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນ ແລະ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງກັບໜ້າວຽກຕົວຈິງ.

ນັກຂ່າວ: ຫ້ອງວ່າການແຂວງ ໄຊຍະບູລີ
ໂດຍ: ອຸ່ນເຮືອນ ໂພທິລັກ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad