ເມົາຢາບ້າ ແລ້ວອາລະວາດ ທີ່ວັດອາມອນ, ບໍ່ຮູ້ວ່າແມ່ນພີ່ນ້ອງໃຜ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເມົາຢາບ້າ ແລ້ວອາລະວາດ ທີ່ວັດອາມອນ, ບໍ່ຮູ້ວ່າແມ່ນພີ່ນ້ອງໃຜ!


ນະຄອນຫຼວງວຽງຈັນ: ລາຍງານຈາກ ໜ່ວຍກູ້ໄພ ນາຄາ ໃຫ້ຮູ້ວ່າໃນວັນທີ່ 24 ພຶດສະພາ 2019 ເວລາປະມານ 12:16 ນາທີ ໄດ້ຮັບແຈ້ງເຫດຄົນເມົາຢາອາລະວາດ ທຸບພະພຸດທະຮູບທີ່ວັດອາມອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.

ຈາກການເລົ່າເຫດການຂອງ ປະຊາຊົນວ່າ: ເວລາ 11 ໂມງປາຍ ໄດ້ມີຊາຍໜຸ່ມບໍ່ຮູ້ຊື່ຈັບກ້ອນຫິນ ແລະແປບເຫຼັກຢ່າງເຂົ້າມາວັດຕອນຄູບາແລະຈົວນ້ອຍກຳລັງສັນເພນ ເຮັດໃຫ້ຄູບາ, ຈົວແລະປະຊາຊົນແຕກຕື່ນ. ພ້ອມດຽວກັນນັ້ນ ຜູ່ກ່ຽວ ແມ່ນໄດ້ໃຊ້ແປັບເຫຼັກ ທີ່ນຳເຂົ້າມານັ້ນ ທຸບພະພຸດທະຮູບເສຍຫາຍຫຼາຍອົງ ປະຈຸບັນທາງບ້ານອາມອນແລະມູນນິທິກູ້ໄພນາຄາໄດ້ກັກຕົວຜູ້ກ່ຽວໄວ້ ເພາະບໍ່ຮູ້ທີ່ຢູ່.



ຈິ່ງປະກາດຫາພີ່ນ້ອງ ບຸກຄົນໃນຮູບເພາະເພີ່ນເວົ້າກັບໄປມາລົມບໍ່ຮູ້ເລື່ອງພຽງແຕ່ບອກ ຊື່ຊຽງຍືນ ໃຜຮູ້ຈັກເພີ່ນ ໃຫ້ຕິດຕໍ່ມາແນ່.


ໜ້າຕາຄົນທີ່ອາລະວາດ




ພຣະພຸດທະຮູບທີ່ຖືກ ຄົນເມົາຢາ ໃຊ້ເຫຼັກທຸບ










_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad