ລັດຖະມົນຕີກະຊວງການຕ່າງປະເທດ ນຳຄະນະຜູ້ແທນລາວ ຮ່ວມປະຊຸມໃຫຍ່ UNESCAP - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະມົນຕີກະຊວງການຕ່າງປະເທດ ນຳຄະນະຜູ້ແທນລາວ ຮ່ວມປະຊຸມໃຫຍ່ UNESCAP


ລັດຖະບານ: ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈໍາປີ ຄັ້ງທີ 75 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້້ນອາຊີ-ປາຊີຟິກ ຫຼື UN-ESCAP ທີ່ ບາງກອກ, ຣາຊະອານາຈັກໄທ.

ກອງປະຊຸມດັ່ງກ່າວໄດ້ໃນຈັດຂຶ້ນໃນວັນທີ 27 ພຶດສະພາ 2019, ມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ 53 ປະເທດ ໃນພາກພື້ນອາຊີ-ປາຊີຟິກ, ບັນດາອົງການເຄືອຂ່າຍ ສະຫະປະຊາຊາດ ປະຈຳພາກພຶ້ນ, ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານເຂົ້າຮ່ວມ. 


ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງຄວາມອາດສາມາດ, ການຮັບປະກັນການມີສ່ວນຮ່ວມ ແລະ ຄວາມສະເໝີພາບ” ເພື່ອພ້ອມກັນ ທົບທວນຄືນການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຖືກຮັບຮອງເອົາຢູ່ກອງປະຊຸມຄັ້ງຜ່ານມາ ແລະ ສືບຕໍ່ປຶກສາຫາລືແຜນວຽກຂອງຄະນະກໍາມາທິການໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ ທ່ານ ສະເຫຼີມໄຊ ໄດ້ຮັບກຽດຢ່າງສູງຈາກ ຄະນະຈັດຕັ້ງກອງປະຊຸມ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກບັນດາປະເທດສະມາຊິກໃຫ້ເປັນ ປະທານຮັກສາການ ນຳພາການດຳເນີນພິທີເປີດກອງປະຊຸມຄັ້ງນີ້ຢ່າງເປັນທາງການ. ໃນຕອນບ່າຍຂອງມື້ດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຂຶ້ນກ່າວປາໄສຕໍ່ ກອງປະຊຸມພາກອະພິປາຍທົ່ວໄປ ຊຶ່ງບາງຕອນທ່ານໄດ້ຊີ້ໃຫ້ເຫັນເຖິງສະພາບເສດຖະກິດ ແລະ ການພັດທະນາຂອງພາກພື້ນອາຊີ-ປາຊິຟິກ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ກາຍເປັນສູນກາງ ຂັບເຄື່ອນເສດຖະກິດໂລກ,




 ແຕ່ອີກດ້ານໜຶ່ງບັນດາປະເທດໃນພາກພື້ນຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ຄວາມບໍ່ເທົ່າທຽມ ແລະ ຄວາມແຕກໂຕນດ້ານການພັດທະນາ, ຄວາມທຸກຍາກຂອງປະຊາຊົນທີ່ຍັງບໍ່ທັນໄດ້ຮັບການແກ້ໄຂເທົ່າທີ່ຄວນ ແລະ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ ແລະ ຄວາມຍຶນຍົງຂອງການພັດທະນາ ຢູ່ບັນດາປະເທດໃນພາກພື້ນ, ສະນັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ມັນຮຽກຮ້ອງໃຫ້ປະຊາຄົມໂລກ ແລະ ບັນດາປະເທດໃນພາກພື້ນ ກໍຄື ທຸກພາກສ່ວນໃນສັງຄົມຈົ່ງເພີ່ມທະວີການຮ່ວມມືກັນໃຫ້ຫຼາຍຂຶ້ນ.

ນອກນັ້ນ, ທ່ານລັດຖະມົນຕີຍັງໄດ້ຍົກໃຫ້ເຫັນຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເຊື່ອມສານວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງຕົນ ໂດຍຖືເອົາວຽກງານລົບລ້າງຄວາມທຸກຍາກເປັນບູລິມະສິດຕົ້ນຕໍ ຕິດພັນກັບການສົ່ງເສີມການສຶກສາ ແລະ ວຽກງານສາທາລະນະສຸກ, ການລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຊື່ອມຈອດກັບບັນດາປະເທດໃນພາກພື້ນ ແນ່ໃສ່ນຳພາປະເທດຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ແລະ ກາຍເປັນປະເທດກຳລັງພັດທະນາທີ່ມີລາຍຮັບປານກາງສູງ.

ຂ່າວ: ສຸກນີລັນດອນ
ພາບ: ກະຊວງການຕ່າງປະເທດ


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

 

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad