ຖະແຫຼງຂ່າວແລ້ວ! ສັນເຂື່ອນ D ເຊປຽນ-ເຊນໍ້ານ້ອຍ ແຕກພັງ ບໍ່ແມ່ນຍ້ອນເຫດສຸດວິໄສ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຖະແຫຼງຂ່າວແລ້ວ! ສັນເຂື່ອນ D ເຊປຽນ-ເຊນໍ້ານ້ອຍ ແຕກພັງ ບໍ່ແມ່ນຍ້ອນເຫດສຸດວິໄສ!


ຖະແຫຼງຂ່າວ: ຈາກເຫດການສັນຄູກັນນໍ້າ D ເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ເມືອງສະໜາມໄຊ ແຂວງອັດຕະປືແຕກພັງ ເມື່ອວັນທີ 23 ກໍລະກົດ 2018 ຜ່ານມາ ເຮັດໃຫ້ສູນເສຍດ້ານຊີວິດ ແລະ ຊັບສິນ ຈຳນວນຫຼາຍນັ້ນ. ຫຼ້າສຸດຮອງປະທານອົງການກວດກາລັດຖະບານ, ຮອງຄະນະສືບສວນໄດ້ເປີດເຜີຍເຖິງສາເຫດທີ່ແທ້ຈິງ ພາຍຫຼັງຜ່ານການກວດສອບແລ້ວວ່າ: ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ສັນຄູກັນນໍ້າ D ແຕກພັງກໍ່ຕາມ ແຕ່ໃນເວລາການແຕກພັງໄດ້ເລີ່ມຕົ້ນຂຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າ ຍັງຕໍ່າກວ່າລະດັບສັນເຂື່ອນຫຼາຍ, ສະນັ້ນ ບໍ່ສາມາດເອີ້ນເຫດການແຕກພັງຄັ້ງນີ້ວ່າເປັນ ເຫດສຸດວິໄສ (Force Majeure), ຮາກຖານຂອງຄູກັນນໍ້າ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.



ໃນວັນທີ 28 ພຶດສະພາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີຖະແຫຼງຂ່າວ ກ່ຽວກັບຜົນສະຫຼຸບສາເຫດ ທີ່ພາໃຫ້ສັນຄູກັນນໍ້າ D ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງ ໂດຍການ ຖະແຫຼງຂອງທ່ານ ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ, ຮອງຄະນະສືບສວນຕາມຂໍ້ຕົກລົງເລກທີ 54/ນຍ, ເຊິ່ງມີພາກລັດ,  ບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ, ຮອງປະທານຄະນະສືບສວນ-ສອບສວນ ຕາມຂໍ້ຕົກລົງເລກທີ 54/ນຍ ໄດ້ຖະແຫຼງວ່າ: ໃນວັນທີ 8 ສິງຫາ 2018 ລັດຖະບານແຫ່ງ ສປປ ລາວ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ສືບສວນ-ສອບສວນສາເຫດສັນຄູກັນນໍ້າ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກພັງ ( ຫຼື ເອີ້ນວ່າ ຄະນະສືບສວນ-ສອບສວນແຫ່ງຊາດ ) ພາຍໃຕ້ການເປັນປະທານຂອງ ທ່ານ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເພື່ອດໍາເນີນການກວດກາຫາສາເຫດການແຕກພັງຂອງສັນຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າພະລັງນໍ້າເຊປຽນ-ເຊນໍ້ານ້ອຍ ເພື່ອລາຍງານຕໍ່ລັດຖະບານ, ປະຊາຊົນລາວ, ສາກົນ ແລະ ຜູ້ມີສ່ວນຮ່ວມອື່ນໆ ຮັບຊາບກ່ຽວກັບສາເຫດການແຕກພັງຂອງສັນຄູກັນນໍ້າດັ່ງກ່າວ.



ເພື່ອຮັບປະກັນໃຫ້ການສືບສວນ-ສອບສວນຫາສາເຫດຂອງການແຕກພັງຂອງສັນຄູກັນນໍ້າ D ດໍາເນີນໄປຢ່າງຖືກຕ້ອງ ແລະ ສອດຄ່ອງກັບລະບຽບການ, ສະພາບຄວາມເປັນຈິງ, ມີຄວາມໂປ່ງໃສ ແລະ ເຊື່ອຖືໄດ້, ລັດຖະບານໄດ້ມອບໃຫ້ ຄະນະສືບສວນ-ສອບສວນແຫ່ງຊາດ ແຕ່ງຕັ້ງ ແລະ ມອບສິດເຕັມສ່ວນໃຫ້ຄະນະຊ່ຽວຊານເອກະລາດ ( The Independent Expert Panel, IEP ) ທີ່ມີຊື່ສຽງໃນເວທີສາກົນ ເປັນຜູ້ດໍາເນີນການສືບສວນຫາສາເຫດ ໄປຄຽງຄູ່ກັບການດໍາເນີນງານຂອງ ຄະນະສືບສວນ-ສອບສວນແຫ່ງຊາດ. ຄະນະຊ່ຽວຊານເອກະລາດ ( IEP ) ປະກອບດ້ວຍສາດສະດາຈານ Anton J.Schleiss ຈາກປະເທດສະວິດ ເຊິ່ງເປັນປະທານກິດຕິມະສັກ ອົງການເຂື່ອນໃຫຍ່ສາກົນ ( ICOLD ); ທ່ານ Ahmed F.Chraibi ຈາກປະເທດມາຣົກ ເຊິ່ງເປັນອະດີດຮອງປະທານ ICOLD ແລະ Dr.Jean-Pierre Tournier ຈາກປະເທດການາດາ, ຮອງປະທານ ICOLD.



ພ້ອມນີ້ລັດຖະບານຍັງໄດ້ເຊີນຫຼາຍພາກສ່ວນຂອງຕ່າງປະເທດເຂົ້າຮ່ວມເປັນຜູ້ສັງເກດການ ໃນຂະບວນການສືບສວນ-ສອບສວນ ເພື່ອຊອກຫາສາເຫດຄູກັນນໍ້າ D ແຕກພັງດັ່ງກ່າວ. ໃນຂະນະດຽວກັນ ລັດຖະບານລາວເຂົ້າໃຈວ່າ ບໍລິສັດ ສ.ເກົາຫຼີ ທີ່ມີສ່ວນຮ່ວມໃນການພັດທະນາໂຄງການກໍໄດ້ກໍາເນີນການສືບຫາສາເຫດການແຕກພັງເຊັ່ນກັນ.



ຄະນະຊ່ຽວຊານເອກະລາດ ໄດ້ສຶກສາສາເຫດການແຕກພັງ ໂດຍອີງໃສ່ການສຶກສາຄົ້ນຄວ້າຂໍ້ມູນທີ່ໄດ້ຮັບຈາກພາກສ່ວນທີ່ກ່ຽວຂ້ອງ, ອີງໃສ່ການສັງເກດການ ໃນເວລາລົງກວດກາພາກສະໜາມ ນັບຕັ້ງແຕ່ເດືອນສິງຫາ 2018 ເປັນຕົ້ນມາ ພ້ອມທັງຜົນຂອງການສໍາຫຼວດທາງ ທໍລະນີເຕັກນິກ ທີ່ຄະນະຊ່ຽວຊານເອກະລາດ ໄດ້ແນະນໍາໃຫ້ສໍາຫຼວດຄືນ ພາຍຫຼັງການແຕກພັງຂອງເຂື່ອນກັນນໍ້າ D ແລະ ໄດ້ສົ່ງບົດລາຍງານ ສຸດທ້າຍສະບັບລົງວັນທີ 20 ມີນາ 2019 ກ່ຽວກັບຜົນການສືບສວນຫາສາເຫດການແຕກພັງຂອງຄູກັນນໍ້າ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ໃຫ້ຄະນະສຶບສວນ-ສອບສວນ ແຫ່ງຊາດ.



ດັ່ງນັ້ນ ຄະນະສືບສວນ-ສອບສວນແຫ່ງຊາດ ຈຶ່ງຂໍແຈ້ງຜົນການກວດກາຫາສາເຫດການແຕກພັງຂອງຄູກັນນໍ້າ D ທີ່ຄະນະຊ່ຽວຊານເອກະລາດໄດ້ສະຫຼຸບໃນບົດລາຍງານສຸດທ້າຍຂອງຕົນດັ່ງນີ້:



ການແຕກພັງຂອງຄູກັນນໍ້າ D ໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເຊິ່ງຢູ່ໃນໄລຍະເກັບກັກນໍ້າເຂົ້າອ່າງ, ເຖິງແມ່ນວ່າມີຝົນຕົກຕິດຕໍ່ກັນຫຼາຍວັນກ່ອນມື້ ສັນຄູກັນນໍ້າ D ແຕກພັງກໍ່ຕາມ ແຕ່ໃນເວລາການແຕກພັງໄດ້ເລີ່ມຕົ້ນຂຶ້ນນັ້ນ ລະດັບນໍ້າໃນອ່າງເກັບນໍ້າ ຍັງຕໍ່າກວ່າລະດັບສັນເຂື່ອນຫຼາຍ, ສະນັ້ນ ບໍ່ສາມາດເອີ້ນເຫດການແຕກພັງຄັ້ງນີ້ວ່າເປັນ ເຫດສຸດວິໄສ (Force Majeure) ຕາມທີ່ໄດ້ກຳນົດໄວ້ໃນສັນຍາສຳປະທານ.



ປະກົດການນີ້ໄດ້ສົ່ງຜົນໃຫ້ມີການກັດເຊາະພາຍໃນຮາກຖານ ແລະ ເຮັດໃຫ້ດິນ ລາເຕຣິດ (Laterite) ອ່ອນໂຕລົງ. ເມື່ອການກັດເຊາະ ແລະ ການອ່ອນໂຕຂອງຮາກຖານເຖິງຂັ້ນໃດໜຶ່ງ ຄວາມສະເຖຍລະພາບຂອງເຂື່ອນບໍ່ສາມາດຮັບປະກັນໄດ້ອີກຕໍ່ໄປ ແລະ ການເລື່ອນຖະໄຫຼເລິກແບບໜູນ (Deep Rotational Sliding) ໄດ້ເລີ່ມຕົ້ນຂຶ້ນທີ່ບ່ອນສູງສຸດຂອງເຂື່ອນກັນນໍ້າ ໃນທີ່ສຸດກໍ່ນໍາໄປສູ່ການແຕກພັງທັງໝົດຂອງຄູກັນນໍ້າ D ແລະ ຊັ້ນຮາກຖານ ເຊິ່ງເຮັດໃຫ້ມວນນໍ້າມະຫາສານ (ທີ່ມີຄວາມສາມາດທຳລາຍສູງ ແລະ ບໍ່ສາມາດຄວບຄຸມໄດ້) ໄດ້ໄຫຼອອກຈາກອ່າງເກັບນໍ້າ, ຮາກຖານຂອງຄູກັນນໍ້າ D ແມ່ນກ່ຽວຂ້ອງກັບການແຕກພັງໃນຄັ້ງນີ້.



ຄລິບຖະແຫຼງຂ່າວ




_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad