ຈັບນັກສຶກສາສອງຄົນ ພ້ອມຢາບ້າ 93 ມັດ ນໍ້າໜັກ 23 ກິໂລກະລາມ ທີ່ບ້ານາຕານມີໄຊ ເມືອງໄຊທານີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈັບນັກສຶກສາສອງຄົນ ພ້ອມຢາບ້າ 93 ມັດ ນໍ້າໜັກ 23 ກິໂລກະລາມ ທີ່ບ້ານາຕານມີໄຊ ເມືອງໄຊທານີ



ນະຄອນຫຼວງວຽງຈັນ: ໃນອາທິດທີ່ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ນໍາກໍາລັງຕໍາຫຼວດວິຊາ ສະເພາະ ເຂົ້າກວດຄົ້ນຫ້ອງເຊົ່າເປົ້າໝາຍຄ້າ ຂາຍຢາ ເສບຕິດທີ່ເປັນນັກສຶກສາ ທີ່ພັກເຊົ່າ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ພົບເຫັນຢາບ້າ ຈຳນວນ 93 ມັດ ເທົ່າ 186,000 ເມັດ ພ້ອມກັກຕົວ ເປົ້າໝາຍ ໄດ້ 2 ຄົນ ໄປດໍາເນີນການສອບສວນ.

ອີງຕາມຂໍ້ມູນຈາກນັກຂ່າວໜັງສືພິມປ້ອງກັນຄວາມສະຫງົບໄດ້ລາຍງານວ່າ: ຜູ້ຖືກຫາທັງສອງຄົນ ຊື່ ທ້າວ ເຢັ້ງ ອາຍຸ 20 ປີ ນັກສຶກສາຢູ່ບ້ານອ້ອມ ເມືອງໄຊສົມບູນ ແຂວງໄຊສົມບູນ ແລະ ທ້າວ ນູ່ຢ້າງ ອາຍຸ 23 ປີ ຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງພວກກ່ຽວເປັນ ເປົ້າໝາຍຄ້າຂາຍຢາເສບຕິດ ແລະ ຖືກຕິດຕາມການ ເຄື່ອນ ໄຫວຊື້ຂາຍຢາເສບຕິດມາໄດ້ໄລຍະໜຶ່ງແລ້ວ.



ພາຍຫຼັງທີ່ໄດ້ມີການສືບຮູ້ການເຄື່ອນໄຫວ ຂອງພວກກ່ຽວທີ່ມີການພັກຍາບ້າ ດັ່ງກ່າວ ແລະ ມີການນັດຊື້ຂາຍຢູ່ຫ້ອງເຊົ່າ ບ້ານຕານມີໄຊ ໃນເວລາ 13:00 ໂມງ ຂອງວັນທີ 21 ພຶດສະພາ 2019, ເຈົ້າໜ້າທີ່ ຈຶ່ງໄດ້ນໍາກໍາລັງເຂົ້າປິດລ້ອມ ພ້ອມທັງກວດຄົ້ນ ພົບເຫັນຢາບ້າ ຈຳນວນ 93 ມັດ ເທົ່າ 186,000 ເມັດ ໜັກ 23 ກິໂລກຼາມ ແລະ ຢຶດລົດກະບະ Toyota REVO ສີຂາວ ທະບຽນ ຫຄ 4999 ກໍາແພງນະຄອນ ທີ່ໃຊ້ໃນການເຄື່ອນໄຫວຊື້-ຂາຍຢາ ເສບຕິດ ໄວ້ເປັນຫຼັກຖານເພື່ອໄປດຳເນີນຄະດີ.

ຜ່ານການສອບສວນ-ສືບສວນພວກກ່ຽວຮັບສາລະພາບວ່າ: ຢາເສບຕິດຈໍານວນດັ່ງກ່າວ, ໄດ້ຮັບຊື້ຈາກຄົນຮູ້ຈັກ ເພື່ອຈະເອົາໄວ້ຂາຍ ແຕ່ຖືກເຈົ້າໜ້າທີ່ຕໍາຫຼວດ ຈັບໄດ້ກ່ອນ.

ປັດຈຸບັນ, ຄະດີດັ່ງກ່າວຢູ່ໃນຂັ້ນຕອນການ ສືບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ພັກພວກຮ່ວມ ຂະ ບວນການ ເພື່ອຕິດຕາມຈັບຕົວມາ ດຳເນີນຄະດີຕາມ ກົດໝາຍ.

ຂ່າວ: ສົມພາວັນ
ພາບ: ໜັງສືພິມ ຄວາມສະຫງົບ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad