ຂ່າວບຸນ: ເຊີນຮ່ວມສົມທົບທືນປະຕິສັງຂອນ ວັດພັນຫຼວງ ຣາຊສຸດາຣາມ, ນະຄອນຫຼວງພະບາງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຂ່າວບຸນ: ເຊີນຮ່ວມສົມທົບທືນປະຕິສັງຂອນ ວັດພັນຫຼວງ ຣາຊສຸດາຣາມ, ນະຄອນຫຼວງພະບາງ



ວັດບ້ານພັນຫລວງຕັ້ງຢູ່ທີ່ຫມູ່ບ້ານພັນຫລວງ ນະຄອນຫລວງພະບາງ, ເນື່ອງຈາກ ວ່າຫລັງຄາ ອາລາມ (ສີມ) ມີການຊຸມໂຊມຫລາຍ ສະນັ້ນທາງວັດແລະອຳນາດການປົກຄອງບ້ານພັນຫລວງຈື່ງເຫັນດີ ໃຫ້ມີການບຸລະນະປະຕິສັງຂອນຄືນໃຫມ່ ດ້ວຍການປ່ຽນໃຫມ່ຫລັງຄາແລະຈະມຸງດີນຂໍໃຫມ່ທັງຫມົດສະນັ້ນ , ຂ້າພະເຈົ້າໃນນາມຊາວບ້ານພັນຫລວງ ແລະ ຊາວພຸດຄົນຫນື່ງຈື່ງຂໍຖືໂອກາດນີ້ເຊີນຊວນ ຂ່າວບຸນ ບອກບຸນ ມາຫາທ່ານູ້ໃຈບຸນ ທັງພາຍໃນປະເທດ ແລະ ພີ່ນ້ອງຊາວພຸດທີ່ຕ່າງປະເທດຮ່ວມສົມທົບທືນນຳກັນຕາມກຳລັງສັດທາ.

ຂໍອຳນາດຄູນພຣະສີຣັຕນະໄຕຮຝຣ ຈົ່ງບັນດານໃຫ້ທ່ານທີ່ຮ່ວມທຳບຸນນີ້ຈົ່ງປະສົບແຕ່ ຄວາມສຸກ ຄວາມຈະເລີນ ຮັ່ງມີ ລຳລວຍຕລອດໄປ.

( ທາງວັດເລີ້ມລົງມືແລ້ວໃນວັນທີ່ 12.5.2019 ເປັນຕົ້ນໄປຈົນກວ່າງານຈະສຳເລັດ)


ອານິສົງຂອງການ ສ້າງ ອາລາມ ( ສີມ)
1.ເປັນຜູ້ເຖິງພ້ອມດ້ວຍ ອາຍຸ ຄື ມີອາຍຸຍືນຍາວ
2. ເປັນຜູ້ເຖິງພ້ອມດ້ວຍວັນນະ ຄືມີຜີວພັນຜ່ອງໃສ
3. ເປັນຜູ້ເຖິງພ້ອມດ້ວຍສຸກຂະ ຄື ມີຄວາມສຸກກາຍ ສຸກໃຈ
4. ເປັນຜູ້ເຖິງພ້ອມດ້ວຍພະລະ ຄື ມີພະລະກຳລັງ ກຳລັງກາຍ ແລະ ກຳລັງຊັບ
5. ເປັນຜູ້ເຖິງພ້ອມດ້ວຍປະຕິພານ ຄື ມີສະຕິປັນຍາ ສະຫລາດຫລັກແຫລມ



6. ເປັນຜູ້ເຖິງພ້ອມດ້ວຍ ໂພຄະ ຊັບສົມບັດ ລຳລວຍ ເພາະໄດ້ບໍລິຈາກທານໄວ້ໃນພະພຸດທະສາສາ
7.ເປັນທີ່ຮັກຂອງມະນຸດ ແລະ ເທວະດາທັງຫລາຍ
8. ເມື່ອຕາຍແລ້ວຍ່ອມໄປສູ່ໂລກສະຫວັນ
9. ທຳໃຫ້ບັນລຸ ມັກຜົລນິພານ ແລະ ໄປເຖິງທີ່ສຸດແຫ່ງທຳໄດ້ດ້ວຍງ່າຍ
ອາລາມ ( ສີມ)ມີຄວາມສຳຄັນແນວໃດ?
ຕອບ: ໑. ອາລາມ ເປັນທີ່ທຳສັງຄະກຳ ຫລື ພິທີຂອງສົງ ພຣະພິກຂຸທຸກອົງຕ້ອງຮັກສາສີນໃຫ້ບໍລິສຸດກ່ອນ ເຂົ້າອາລາມ



໒. ອາລາມ ໃຊ້ເປັນທີ່ບວດພຣະ ໃນພະວິນັຍກຳຫນົດວ່າ ພຣະຕ້ອງບວດໃນອາລາມ ບວດນອກອາລາມບໍ່ໄດ້
ສະນັ້ນ ອາລາມຈື່ງສຳຄັນຫລາຍຕໍ່ອາຍຸພຣະພຸດທະສາສນາ ຈື່ງນັບວ່າເປັນບຸນໃຫຍ່ ສຳລັບຜູ້ໄດ້ຮ່ວມສ້າງ ອາລາມ
ມີບຸນແລ້ວທີ່ໄດ້ຮ່ວມສ້າງ. ຄຳປ້ອມ ພົງສະຫວັນ
ນັບວ່າເປັນຜູ້ໂຊກດີ. ທ່ານ ອາຈານ ຄຳປ້ອມ ພົງສະຫວັນ



ທ່ານສາມາດ ໄປຮ່ວມທຳບຸນໄດ້ເອງ ທີ່ວັດບ້ານພັນຫລວງ ນະຄອນຫລວງພະບາງ ຫລື ຮ່ວມທຳບຸນຜ່ານຂ້າພະເຈົ້າ ໄດ້.
ທ່ານ ຄຳປ້ອມ ພົງສະຫວັນ
02056577283


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad