ເຈົ້າໜ້າທີ່ຈັບ ໂຈນລົງມື ລັກເງິນ 26 ລ້ານ ໂດຍໃຊ້ເຄື່ອງມື ຕັດສັນຍານລັອກລົດໃຫຍ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າໜ້າທີ່ຈັບ ໂຈນລົງມື ລັກເງິນ 26 ລ້ານ ໂດຍໃຊ້ເຄື່ອງມື ຕັດສັນຍານລັອກລົດໃຫຍ່



ນະຄອນຫຼວງວຽງຈັນ: ລາຍງານຈາກຜູ່ເສຍຫາຍ ເຫດ ໂຈນລັກເງິນຢູ່ລົດ ກະບະ 26 ລ້ານໃຫ້ຮູ້ວ່າ, ສາມາດຈັບໄດ້ແລ້ວ ໂຈນທີ່ໃຊ້ເຄື່ອງຕັດສັນຍານລັອກປະຕູລົດແລ້ວລັກເອົາເງິນໄປກວ່າ 26 ລ້ານກີບ ເປັນຄົນສັນຊາດຈີນ ເຊິ່ງຈັບໄດ້ວັນທີ 14/05/2019 ທີ່ຊັງຈ່ຽງ.

ໂຈນສອງຄົນທີ່ກໍ່ເຫດ ໃຊ້ລະບົບລົບກວນການລັອກກະແຈລົດໃຫຍ່ ແລ້ວສາມາດໄຂລົດ ເຂົາໄປລັກເອົາຊັບສິນ ໄປທັງໝົດ 26 ລ້ານກີບ.

ເກີດເຫດ ເວລາປະມານ 10:45 ວັນທີ 13 ພຶດສະພາ 2019, ໜ້າຮ້ານອາຫານ HK ວິວມໍ, ນະຄອນຫຼວງວຽງຈັນ. ເຊິ່ງຄົນຮ້າຍ ຈາກຄລິບກ້ອງວົງຈອນປິດ ແມ່ນມີການວາງແຜນ ໃຊ້ລະບົບ ຕັດສັນຍານການລັອກປະຕູລົດ, ກ່ອນທີ່ຈະສາມາດ ໄຂເຂົ້າໄປເອົາຢ່າງງ່າຍດາຍ.















ທ່ານໃດຮູ້ເບາະແສ ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ ຫຼື ຜູ່ເສຍຫາຍ Jai Dtl


ໂສມໜ້າພວກກໍ່ເຫດ













_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad