ລົດສົ່ງຄົນເຈັບ ຕໍາກັບ ລົດຂົນສົ່ງ ເຈັບ 2​ ຄົນ ທາງປາກກະດິງ 15/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດສົ່ງຄົນເຈັບ ຕໍາກັບ ລົດຂົນສົ່ງ ເຈັບ 2​ ຄົນ ທາງປາກກະດິງ 15/5/19



ເກີດເຫດລົດໂຮງໝໍ ປະທະກັບລົດບັນທຸກ ຢູ່ໂຄ້ງປາກກະດິງ


ບໍລິຄໍາໄຊ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ວັນທີ່ 15  ພຶດສະພາ  2019 ເວລາປະມານ 12:00 ໂມງ ໄດ້ເກີດອຸບັດເຫດລົດໂຮງໝໍເມືອງວຽງທອງ ກຳລັງຈະໄປສົ່ງຄົນເຈັບ ພໍຮອດໂຄ້ງປາກະດິງໄດ້ເກີດ ເຫດປະທະກັບລົດບັນທຸກ ຢ່າງຮຸນແຮງ ເຮັດໃຫ້ລົດໂຮງໝໍປີ້ນລົງຂ້າງທາງ.



ລາຍງານໃຫ້ຮູ້ວ່າມີຜູ້ບາດເຈັບ 2 ຄົນ ຖືກນຳສົ່ງໂຮງຫມໍແລ້ວ, ສ່ວນຄວາມເສຍຫາຍດ້ານຊັບສິນ ແລະ ສາເຫດ ການເກີດເຫດທາງເຈົ້າໜ້າທີ່ຈະກວດສອບຕໍ່ໄປ.


ອຸບັດຕິເຫດ ຍັງເຮັດໃຫ້ການສັນຈອນຕິດຄັດ ເປັນເວລາດົນສົມຄວນ ກ່ອນທີ່ຈະສາມາດຍ້າຍລົດອອກໄດ້ ແລະ ການສັນຈອນກັບມາປົກກະຕິ.



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad