ພະສົງຈົມນໍ້າສູນຫາຍ ພົບຮ່າງຟູນໍ້າເຂດ ບ້ານນູນສະຫວາດ ນະຄອນຫຼວງພະບາງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ພະສົງຈົມນໍ້າສູນຫາຍ ພົບຮ່າງຟູນໍ້າເຂດ ບ້ານນູນສະຫວາດ ນະຄອນຫຼວງພະບາງ


ຫຼວງພະບາງ: ເກີດເຫດ ສະຫຼົດໃຈອີກຄັ້ງ ຈາກການລາຍງານຂອງ ໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງ ແຈ້ງໃຫ້ຮູ້ ໃນວັນທີ 20 ພຶດສະພາ 2019 ເວລາ 16:17 ນາທີ ວ່າ ໄດ້ຮັບແຈ້ງເຫດເຂົ້າເບີ 0711625 ວ່າພົບເຫັນຄົນຈົມນ້ຳເສຍຊີວິດຢູ່ທີແມ່ນ້ຳຄານຟູຂື້ນຈາກໜ້ານ້ຳ ຫ່າງຈາກຈຸດທີ່ຈົມແມ່ນປະມານ 400-500 ແມັດ ເຂດຮ້ານອາຫານແຫ່ງໜຶ່ງ ບ້ານນູນສະຫວາດ ແຂວງຫວງພະບາງ.




 ດັ່ງນັ້ນ ທາງທີມກູ້ຊີບອົງການກາແດງລາວແຂວງຫຼວງພະບາງ ໄດ້ອອກໄປຮອດສະຖານທີ່ເກີດເຫດພົບເຫັນຜູ້ເສຍຊີວິດ  ເປັນພະສົງ 1 ຕົນ ຊື່ ຈົວໄຊວັນດາ ອາຍຸ 16 ປີ ສັງກັດຢູ່ທີວັດເຕົາໄຫ ບ້ານເມືອງງາ ແຂວງຫລວງພະບາງ
ສະນັ້ນໜ່ວຍກູ້ຊີບອົງການກາແດງລາວຈຶ່ງໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງວັດເຕົາໄຫ ບ້ານເມືອງງາ ແຂວງຫລວງພະບາງ ເພື່ອໃຫ້ທາງຍາດພີ່ນ້ອງໄດ້ຈັດພິທີທາງສາສະໜາ.


ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ​ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ້ສຸຂະຕິດ້ວຍເທີ້ນນນນນນ...​

ຈາກຂໍ້ມູນໃຫ້ຮູ້ວ່າ ຜູ້ເສຍຊີວິດແມ່ນຈົມນ້ຳແຕ່ວັນທີ 19 ຕອນແລງ ປະມານ 13 ໂມງ ທາງໜ່ວຍກູ້ຊີບ ແລະ ປະຊາຊົນຈຳນວນໜຶ່ງໄດ້ທຳການຄົ້ນຫາຜູ້ເຄາະຮ້າຍຈົມນ້ຳແຕ່ບໍ່ພົບເຫັນ. ຮອດ17ໂມງຈຶ່ງຍົກເລີກພະລາກິດໃນການຄົ້ນຫາ. ຈົນມາພົບຟູນໍ້າ ທີ່ເຂດບ້ານນູນສະຫວາດ ໃນແລງວັນທີ 20 ພຶດສະພາ 2019.



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad