ແຈ້ງການດ່ວນທີ່ສຸດ! ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ 5 ແຂວງພາກໃຕ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຈ້ງການດ່ວນທີ່ສຸດ! ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ 5 ແຂວງພາກໃຕ້



ຫນັງສືແຈ້ງການ(ດ່ວນທີ່ສຸດ):



ເລື່ອງ: ການເຄື່ອນໄຫວກິດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ.

- ອີງຕາມຂໍ້ມູນຈາກຫ້ອງການຂ່າວສານການບິນຂອງ ສປ ຈີນ ໃນວັນທີ 16/5/2019.
- ອີງຕາມຜົນຂອງກອງປະຊຸມປຶກສາຫາລື ກ່ຽວກັບການເຄື່ອນໄຫວກີດຈະການການບິນອາວະກາດຂອງ ສປ ຈີນ ໃນເຂດນ່ານຟ້າຂອງ ສປປ ລາວ ຄັ້ງວັນທີ່ 20/5/2019.
- ອີງຕາມທິດຊີ້ນຳຂອງທ່ານ ປອ ສັນຕິສຸກ ສົມມາລາວົງ ຮອງລັດຖະມົນຕີລົງວັນທີ່ 20/5/2019.

ຫ້ອງການກະຊວງ ໂຍທາທິການແລະຂົນສົ່ງຂໍຖືເປັນກຽວຢ່າງສູງແຈ້ງມາຍັງທ່ານຊາບວ່າ: ຫ້ອງການຂ່າວສານການບິນຂອງ ສປ ຈີນ ໄດ້ແຈ້ງວ່າ ຈະມີກິດຈະການ ການບິນອາວະກາດ ໃນວັນທີ່ 23 ພຶດສະພາ 2019 ກົງກັບເວລາທ້ອງຖິ່ນ 05:57 ໂມງ ຫາ 06:13 ໂມງ. ຊື່ງອາດຈະມີຊິ້ນສ່ວນໃນການເຮັດກິດຈະການດັ່ງກ່າວ ຕົກລົງບໍລິເວນແຂວງຈຳປາສັກ, ສາລະວັນ, ອັດຕະປື, ແຂວງເຊກອງ ແລະສະຫວັນນະເຂດຕາມຈຸດພິກັດດັ່ງລຸ່ມນີ້:

- 15”09”39”N – 105”52”44”E
- 15”01”57”N – 106”36”40”E
- 13”49”55”N – 106”23”14”E
- 13”57”36”N – 105”39”31”E

ສະນັ້ນ,ຫ້ອງການກະຊວງ ຍທຂ ຈື່ງແຈ້ງມາຍັງບັນດາແຂວງທີ່ກ່າວມາຂ້າງເທີງ ຈື່ງໄດ້ລະມັດລະວັງກັບເຫດການທີ່ອາດເກີດຂື້ນຈາກເຫດການດັ່ງກ່າວດັ່ງນັ້ນ, ຈື່ງແຈ້ງມາຍັງທາ່ນເພື່ອຊາບແລະພິຈາລະນາຕາມທາງຄວນດ້ວຍ



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad