ເກີດເຫດໄຟໄໝ້ລົດເກງຄົນຈີນ ເສັ້ນທາງ ປາກມອງຫາອຸດົມໄຊ (ມີຄລິບ) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເກີດເຫດໄຟໄໝ້ລົດເກງຄົນຈີນ ເສັ້ນທາງ ປາກມອງຫາອຸດົມໄຊ (ມີຄລິບ)



ຫຼວງພະບາງ: ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ໃນຕອນບ່າຍ ວັນທີ 18 ພຶດສະພາ 2019 ຜ່ານມາ ເກີດອຸບັດຕິເຫດໄຟໄໜ້ລົດເກງ ຄົນຈີນ ທີ່ເສັ້ນທາງ ລະຫວ່າງປາກມອງ ຫາ ອຸດົມໄຊ. ຈຸດເກີດເຫດ ແມ່ນເຂດບ້ານກະເກັດ.

ໄຟລຸກໄໝ້ລົດໂດຍບໍ່ຮູ້ສາເຫດ ເຮັດໃຫ້ລົດເກງ ຖືກໄຟໄໝ້ ໝົດຄັນ. ບໍ່ມີລາຍງານຜູ່ບາດເຈັບ ຈາກເຫດ ການຄັ້ງນີ້.

ເຕືອນໄພທຸກຄົນທີ່ໃຊ້ລົດ ຕ້ອງກວດສອບ ເຕັກນິກໃຫ້ດີ, ໃນລະດູຮ້ອນ ຍິ່ງຕ້ອງໄດ້ເອົາໃຈໃສ່ ເພາະບັນຫາລົດເກີດໄຟໄໝ້ ແມ່ນເກີດຂຶ້ນຫຼາຍ.

ພາບແລະຂ່າວ: ວິລະກຸນ ທຳມະວົງ





ຄລິບຈາກທີ່ເກີດເຫດ



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້


ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad