ສະຫຼົດໃຈ! ບັ້ງໄຟ ຕໍາເດັກນ້ອຍ ອາຍຸ 6 ປີ ເສຍຊີວິດ ທີ່ ບ້ານວັງຄີ ເມືອງຫີນເຫີບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະຫຼົດໃຈ! ບັ້ງໄຟ ຕໍາເດັກນ້ອຍ ອາຍຸ 6 ປີ ເສຍຊີວິດ ທີ່ ບ້ານວັງຄີ ເມືອງຫີນເຫີບ


ແຂວງວຽງຈັນ: ເປັນຂ່າວສະຫຼົດໃຈໃນຮອບອາທິດ ກັບເຫດການ ບັງໄຟຕໍາຄົນ ເສຍຊີວິດ. ເຫດຫຼ້າສຸດ ຈາກການລາຍງານຂອງ ກູ້ໄພ 1623 ສາຂາ ແຂວງວຽງຈັນ ໃຫ້ຮູ້ວ່າ ໃນວັນທີ18 ພຶດສະພາ 2019ເວລາ 14:35 ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ສາຂາແຂວງວຽງຈັນ ເມືອງວັງວຽງ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີເຫດ ບັ້ງໄຟຕໍາຄົນ ຈຸດເກີດເຫດ ບ້ານວັງຄີ ເມືອງຫີນເຫີບ ແຂວງວຽງຈັນ


ໜ່ວຍກູ້ໄພມູນນິທິໄປຮອດຈຸດເກີດເຫດພົບວ່າມີ ຜູ້ບາດເຈັບ 1 ຄົນ ເປັນເພດຍິງ ອາຍຸ 6 ປີ ບ້ານວັງຄີ ເມືອງຫີນເຫີບ ແຂວງວຽງຈັນ ສັນຊາດລາວ ອາການເບື້ອງຕົ້ນແມ່ນ ມີບາດແຜໃຫ່ຍຢູ່ໜ້າຜາກ (ບໍ່ມີສະຕິ) ແລະ ເສຍຊີວິດ. ດັ່ງນັ້ນໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການປະຖົມພາຍາບານ ຂັ້ນເບື້ອງຕົ້ນໃຫ້ຄົນເຈັບແລ້ວນຳສົ່ງຄົນເຈັບໄປທີ່ ບ້ານວັງຄີ ເມືອງຫີນເຫີບ ແຂວງ ວຽງຈັນ.




_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad