ແຕ່ງຕັ້ງ ຮອງຫົວໜ້າພະແນກຄົນໃໝ່ ແລະ ຫົວໜ້າ, ຮອງຫົວໜ້າ ຂະແໜງ ພາຍໃນພະແນກ ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຕ່ງຕັ້ງ ຮອງຫົວໜ້າພະແນກຄົນໃໝ່ ແລະ ຫົວໜ້າ, ຮອງຫົວໜ້າ ຂະແໜງ ພາຍໃນພະແນກ ສຶກສາທິການ ແລະ ກິລາ ແຂວງອຸດົມໄຊ




ອຸດົມໄຊ: ໃນວັນທີ 13 ພຶດສະພາ 2019 ນີ້, ພະແນກສຶກສາທິການ ແລະ ກິລາ ໄດ້ຈັດພິທີ ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາ-ກິລາຄົນໃໝ່ ແລະ ຫົວໜ້າ, ຮອງຫົວໜ້າ ຂະແໜງ ພາຍໃນພະແນກສຶກສາທິການ ແລະ ກິລາ , ໃນນີ້ໂດຍແຕ່ງຕັ້ງ ທ່ານ ປອ ພິມພາ ເພຍເທບ ຮອງຫົວໜ້າພາກວິຊາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ເປັນຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ, ແຕ່ງຕັ້ງຫົວໜ້າຂະແໜງ, ຮອງຂະແໜງ ເພີ່ມອີກ ຈຳນວນໜຶ່ງ ປະກອບມີ: ທ່ານ ສົມວັນ ດາວເຮືອງ ເປັນຫົວໜ້າຂະແໜງ ກິລາມວນຊົນ, ທ່ານ ບຸນເພັງ ແລງສຸທິພົງ ເປັນຫົວໜ້າ ຂະແໜງການເງິນ, ທ່ານ ໄຊສົມຈິດ ປະເສີດສັກ ເປັນຫົວໜ້າຂະແໜງ ກວດກາ, ປະເມີນຜົນ ແລະ ປະກັນຄຸນນະພາບ, ແຕ່ງຕັ້ງ ທ່ານ ນາງ ຄຳພອນ ເພັງມີໄຊ ເປັນຮອງຫົວໜ້າຂະແໜງການເງິນ, ທ່ານ ແກ້ວຄຳ ວົງວິໄລ ເປັນຮອງຫົວໜ້າ ຂະແໜງການເງິນ, ທ່ານ ສົມເພັດ ສີວັນໄຊ ເປັນຮອງຫົວໜ້າຂະແໜງ ການສຶກສານອກໂຮງຮຽນ, ທ່ານ ນາງ ລັດສະໝີ ສຸວັນທອງ ເປັນຮອງຫົວໜ້າ ຂະແໜງ ການສຶກສານອກໂຮງຮຽນ, ທ່ານ ນາງ ສີວິໄລ ແສນວັນນະຄຳ ເປັນຮອງຫົວໜ້າ ຂະແໜງຈັດຕັ້ງ ພະນັກງານ ແລະ ທ່ານ ນາງ ຄຳແຫວນ ວົງທອງ ເປັນຮອງຫົວໜ້າຂະແໜງສາມັນສຶກສາ.



ພິທີໄດ້ຈັດຂື້ນຢູ່ທີ່ ສະໂມສອນ ຂອງພະແນກສຶກສາທິການ ແລະ ກິລາ, ເປັນປະທານໂດຍ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ອຸດົມໄຊ, ເຂົ້າຮ່ວມມີ ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ມີຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາເມືອງພາຍໃນແຂວງ, ຜູ້ອໍານວຍການໂຮງຮຽນອ້ອມຂ້າງ ພ້ອມດ້ວຍ ພະນັກງານ ພາຍໃນພະແນກ ສຶກສາທິການ ແລະ ກິລາ ເຂົ້າຮ່ວມ.



ໃນພິທີ ທາງຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າພະແນກສຶກສາ-ກິລາ ແລະ ຂໍ້ຕົກລົງແຕ່ງຕັ້ງ ຫົວໜ້າ, ຮອງຫົວໜ້າຂະແໜງ ເພື່ອປະກອບເຂົ້າໃນລະບົບການຈັດຕັ້ງ ຂອງພະແນກສຶກສາທິການ ແລະ ກິລາ ໃຫ້ຄົບຖ້ວນ ຕາມຕໍາແໜ່ງ ທີ່ກະຊວງສຶກສາທິການ ແລະ ກິລາໄດ້ກໍານົດ; ຈາກນັ້ນ, ກໍໄດ້ຮັບຟັງການຜ່ານ ຂໍ້ຕົກລົງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບຊີ້ນຳວຽກງານຂອງຫົວໜ້າ, ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ.



ໃນໂອກາດນີ້, ໄດ້ຮັບຟັງການໂອ້ລົມຈາກ ທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງອຸດົມໄຊ ເຊິ່ງທ່ານໄດ້ ກ່າວເຊື່ອໝັ້ນ ຕໍ່ການ ຊີ້ນໍາ-ນໍາພາ ຂອງບັນດາ ຄະນະນຳພະແນກ ສຶກສາ-ກິລາ ທີປະກາດແຕ່ງຕັ້ງຂື້ນໃໝ່ ເພາະແຕ່ລະທ່ານລ້ວນແລ້ວມີປະສົບການ, ທັງໄດ້ຜ່ານການເຝິກຜົນຫຼໍ່ຫຼອມ ແລະ ເຂົ້າໃຈຕໍ່ວຽກງານດີຢູ່ແລ້ວ; ພ້ອມທັງເນັ້ນໝັກໃຫ້ແຕ່ລະທ່ານ ເອົາໃຈໃສ່ ຊີ້ນໍາ-ນໍາພາ ວຽກງານ ສຶກສາ-ກິລາ ພາຍໃນແຂວງ ໃຫ້ມີຜົນສຳເລັດ ແລະ ມີຜົນງານອັນໃໝ່ ພົ້ນເດັ່ນກວ່າເກົ່າ, ຖືກຕ້ອງຕາມແນວທາງນະໂຍບາຍຂອງ ພັກ-ລັດ ວາງອອກ, ຖືເອົາການແລກປ່ຽນບົດຮຽນ, ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເປັນຫຼັກ ໃນການບໍລິຫານວຽກງານ.



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad