ອັນຕະລາຍ! ເສົາໄຟຟ້າບໍ່ຮັບປະກັນ ໄຟຮົ່ວ ຊັອດ ແບ້ຕາຍ 5 ໂຕ ພາຍໃນ 2 ວັນ ທີ່ບ້ານນາຄວາຍໃຕ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອັນຕະລາຍ! ເສົາໄຟຟ້າບໍ່ຮັບປະກັນ ໄຟຮົ່ວ ຊັອດ ແບ້ຕາຍ 5 ໂຕ ພາຍໃນ 2 ວັນ ທີ່ບ້ານນາຄວາຍໃຕ້



ນະຄອນຫຼວງວຽງຈັນ: ຜູ່ໃຊ້ເຟສບຸກ Anoulack Khammalavong ແຈ້ງໃຫ້ຮູ້ ໃນຕອນແລງ ວັນທີ 14 ພຶດສະພາ 2019 ນີ້ວ່າ, ເກີດເຫດ ໄຟຟ້າ ຮົ່ວ ໄປຊັອດ ເອົາແບ້ຕາຍ, ເຊິ່ງສອງມື (ວານນີ້ ກັບ ມື້ນີ້) ນີ້ ຕາຍ 5 ໂຕແລ້ວ. ແລະ ແບ້ຈໍານວນຫຼາຍໂຕ ທີ່ຖືກຊັອດ ຈົນວ່າ ຄິງຊາ ເຄື່ອນຍ້າຍບໍ່ໄດ້.

ຈຸດເກີດເຫດ ແມ່ນເຂດ ບ້ານນາຄວາຍໃຕ້ ເສັ້ນທາງຕັດໃໝ່ ລະຫວ່າງ ບ້ານດອນກອຍ ຫາ ຖະໜົນ 450 ປີ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.



ຈາກການກວດສອບເຫດວ່າ ມີການຕໍ່ໄຟຟ້າ ທີ່ບໍ່ປອດໄພ ໂດຍກາຍໃຊ້ ເສົາເຫຼັກ, ທີ່ມັດສາຍໄຟຟ້າ ບໍ່ລະອຽດ ເຮັດໃຫ້ກະແສໄຟຟ້າ ຮົ່ວມາຊັອດແບ້ທີ່ມາ ເລະ ກິນຫຍ້າເຂດດັ່ງກ່າວ, ໂຊກດີທີ່ບໍ່ຊັອດຄົນຕາຍ.



ແຈ້ງເຕືອນ ເຈົ້າຂອງເສົາໄຟຟ້າ ນີ້ໃຫ້ກວດສອບ ແລະ ປ່ຽນດ່ວນ, ແລະ ຢາກໃຫ້ທາງ ໄຟຟ້າ ນະຄອນຫຼວງລົງກວດສອບ ການຕິດຕັ້ງສາຍໄຟ ແບບນີ້ ແມ່ນຖືກຕ້ອງຕາມເຕັກນິກແລ້ວບໍ່?






ທີ່ມາ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad