ຂ່າວດ່ວນ! ຝົນຕົກຕໍ່ເນື່ອງ ເສັ້ນທາງແລະຂົວຂາດ ເຂດ ບ້ານບໍ່ໂພນຕິ້ວ ເມືອງຫີນບູນ ລົດຕົກຄາຫ້ວຍ (ມີຄລິບ) ເຕືອນໄພການສັນຈອນ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຂ່າວດ່ວນ! ຝົນຕົກຕໍ່ເນື່ອງ ເສັ້ນທາງແລະຂົວຂາດ ເຂດ ບ້ານບໍ່ໂພນຕິ້ວ ເມືອງຫີນບູນ ລົດຕົກຄາຫ້ວຍ (ມີຄລິບ) ເຕືອນໄພການສັນຈອນ!


ຄໍາມ່ວນ: ລາຍງານຈາກປະຊາຊົນໃຫ້ຮູ້ວ່າ ສະພາບຝົນຕົກຕໍ່ເນື່ອງເຂດ ບ້ານບໍ່ໂພນຕິ້ວ, ເມືອງຫີນບູນ, ແຂວງຄຳມ່ວນ ເຮັດໃຫ້ ນໍ້າເຊາະທາງຂາດ ແລະ ຂົວຂາດ (ຂົວຂ້າມນ້ຳປາແທນ)  ແຕ່ວັນທີ 27 ພຶດສະພາ 2019 ແລະ ມາຮອດ ເຊົ້າວັນທີ 28 ພຶດສະພາ 2019 ການສັນຈອນຍິ່ງລໍ້າບາກ ເຮັດໃຫ້ນັກຮຽນ ແລະ ພໍ່ແມ່ປະຊາຊົນ ພົບຄວາມຫຍຸ້ງຍາກ.

ເຫດທີ່ຮ້າຍແຮງ ແມ່ນມີລົດ ຕົກນໍ້າປາແທນ (ນໍ້າປາແທນ ແມ່ນສາຂາຂອງນໍ້າຫີນບູນ) ເຮັດໃຫ້ລົດໄດ້ຮັບຄວາມເປເພເສຍຫາຍ. ໂຊກດີທີ່ທຸກຄົນປອດໄພ.

ດັ່ງນັ້ນຈິ່ງແຈ້ງເຕືອນມາຍັງທ່ານທີ່ຈະເດີນທາງຜ່ານເຂດບ້ານບໍ່ໂພນຕິ້ວ ເມືອງຫີນບູນ ຈົ່ງລະມັດລະວັງ. ແລະ ຮຽກຮ້ອງໃຫ້ທາງ ຍທຂ ແຂວງຄໍາມ່ວນ ໄດ້ຊ່ວຍ ເຂົ້າໄປເບິ່ງສະພາບ ແລະ ແກ້ໄຂຊ່ວຍປະຊາຊົນດ້ວຍ.


ລາຍງານໂດຍ: ປະຊາຊົນ ບ້ານບໍ່ໂພນຕິ້ວ ເມືອງຫີນບູນ
ຮຽບຮຽງໂດຍ: ປະກາດ Pakaad














ຄລິບທີ 1 ວັນທີ 28 ພຶດສະພາ 2019


ຄລິບທີ 2 ວັນທີ 28 ພຶດສະພາ 2019




ຄລິບທີ 3 ວັນທີ 28 ພຶດສະພາ 2019


ຄລິບທີ 4 ວັນທີ 27 ພຶດສະພາ 2019




ກະລຸນາແຊແຈ້ງເຕືອນໄພແກ່ທຸກຄົນດ້ວຍ!

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

 

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດ
ສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad