ທ່ານ ເຫຼິນ ເຈິ້ງເຟີຍ ປະທານ ບໍລິສັດ ຫົວເຫວີຍ Huawei ໃຫ້ສໍາພາດກັບສື່ປະເທດຈີນ ກ່ຽວກັບບັນຫາທຸລະກິດຂອງຫົວເຫວີຍກັບອາເມລິກາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານ ເຫຼິນ ເຈິ້ງເຟີຍ ປະທານ ບໍລິສັດ ຫົວເຫວີຍ Huawei ໃຫ້ສໍາພາດກັບສື່ປະເທດຈີນ ກ່ຽວກັບບັນຫາທຸລະກິດຂອງຫົວເຫວີຍກັບອາເມລິກາ



ຄຳຖາມທີ1 CCTV: 
ເມື່ອວັນທີ 20 ຜ່ານມາ (US time) ອາເມລິກາໄດ້ອອກໃບອະນຸຍາດຊົ່ວຄາວໃຫ້ກັບຫົວເຫວີຍ. ໃນຄວາມໝາຍອີກຢ່າງກໍຄືຫົວເຫວີຍສາມາດດຳເນີນທຸລະກິດໃນອາເມລິກາຕໍ່ໄດ້ໃນເວລາ 90 ວັນແມ່ນຫຼືບໍ່? ຫົວເຫວີຍສາມາດເຮັດຫຍັງໄດ້ແດ່ໃນ 90 ວັນນີ້? ຖ້າວ່າຂ່າວດັ່ງກ່າວແມ່ນຄວາມຈິງ ແລະ ຖ້າອາເມລິກາຍົກເລີກການແບນຫົວເຫວີຍພາຍຫຼັງ 90 ວັນທ່ານຈະສະແດງຄວາມຄິດເຫັນແນວໃດຖ້າເກີດເຫດການດັ່ງກ່າວ?

ຄຳຕອບທ່ານ Ren Zhengfei:
ກ່ອນອື່ນໝົດ, ເວລາ 90 ວັນບໍ່ໄດ້ມີຄວາມໝາຍຫຍັງຫຼາຍກັບພວກເຮົາ, ແລະ ພວກເຮົາກໍ່ໄດ້ກະກຽມໄວ້ແລ້ວ. ສໍາລັບພວກເຮົາສິ່ງທີ່ສຳຄັນທີ່ສຸດຄືການເຮັດວຽກໃຫ້ດີທີ່ສຸດ. ເພາະສິ່ງທີ່ອາເມລິກາຈະເຮັດແມ່ນຢູ່ເໜືອການຄວບຄຸມຂອງເຮົາຢູ່ແລ້ວ. ຂ້າພະເຈົ້າກໍຢາກຈະໃຊ້ໂອກາດນີ້ເພື່ອສະແດງຄວາມຂອບໃຈຕໍ່ບໍລິສັດອາເມລິກາທີ່ພວກເຮົາໄດ້ຮ່ວມງານນຳ. ຕະຫຼອດເວລາ 30 ປີທີ່ຜ່ານມາ, ພວກເຂົາໄດ້ຊ່ວຍໃຫ້ພວກເຮົາເຕີບໂຕຂຶ້ນມາຈົນມາເປັນພວກເຮົາໄດ້ໃນທຸກມື້ນີ້. ພວກເຂົາໄດ້ເຮັດບໍລິຈາກຫຼາຍຢ່າງໃຫ້ກັບພວກເຮົາ. ພວກເຂົາສອນໃຫ້ພວກເຮົາຮູ້ເຖິງວິທີຕິດຕາມ ແລະ ບໍລິຫານບໍລິສັດຢ່າງຖືກຕ້ອງ. ດັ່ງທີ່ທຸກຄົນຮູ້, ຫຼາຍບໍລິສັດໄດ້ບໍລິການໃຫ້ຄຳປຶກສາກັບຫົວເຫວີຍເມື່ອຢູ່ໃນອາເມລິກາ, ລວມເຖິງຫຼາຍບໍລິສັດເຊັ່ນ: IBM ແລະ Accenture.

ປະການທີສອງ, ພວກເຮົາຍັງໄດ້ຮັບການສະໜັບສະໜູນຈາກຜູ້ຜະລິດຊິ້ນສ່ວນໃນອາເມລິກາ ແລະ ຜູ້ຜະລິດຊິ້ນສ່ວນຈໍານວນຫຼາຍຕະຫຼອດເວລາທີ່ຜ່ານມາ. ເມື່ອປະສົບກັບວິກິດທີ່ເກີດຂຶ້ນເມື່ອໄວໆນີ້, ຂ້າພະເຈົ້າຮູ້ສຶກໄດ້ເຖິງຄວາມຍຸດຕິທໍາ ແລະ ຄວາມເຫັນອົກເຫັນໃຈຂອງບໍລິສັດເຫຼົ່ານີ້ທີ່ມີຕໍ່ພວກເຮົາ. ເມື່ອສອງວັນທີ່ຜ່ານມາ, ເວລາປະມານ 2 ຫຼື 3 ໂມງເຊົ້າ., Eric Xu (ໜຶ່ງໃນປະທານໝຸນວຽນຂອງຫົວເຫວີຍ) ໂທຫາຂ້າພະເຈົ້າ, ບອກກັບຂ້າພະເຈົ້າວ່າຜູ້ຜະລິດໃນອາເມລິກາທີ່ຕອບສະໜອງສິນຄ້າໃຫ້ກັບຫົວເຫວີຍເຮັດວຽກໜັກພຽງໃດເພື່ອກຽມສິນຄ້າໃຫ້ກັບເຮົາ ຂ້າພະເຈົ້ານ້ຳຕາໄຫຼ. ທຸກມື້ນີ້, ບໍລິສັດໃນອາເມລິກາບາງສ່ວນໄດ້ມີການຕິດຕໍ່ພົວພັນກັບພາກສ່ວນລັດຖະບານອາເມລິກາເພື່ອຂໍອະນຸຍາດໃນການເຮັດທຸລະກິດຕໍ່ໄປ.

ສະຫະລັດອາເມລິກາໄດ້ເພີ່ມ Huawei ເຂົ້າໃນລາຍການອົງກອນທີ່ວ່າ ຖ້າວ່າບໍລິສັດໃດໃນອາເມລິກາຕ້ອງການຂາຍສິນຄ້າໃດໃຫ້ກັບຫົວເຫວີຍ ແມ່ນຈະຕ້ອງໄດ້ຮັບໃບອະນຸຍາດຈາກລັດຖະບານອາເມລິກາກ່ອນ.
ສະຫະລັດອາເມລິກາເປັນປະເທດທີ່ຖືກປົກຄອງໂດຍກົດໝາຍ. ບໍລິສັດໃນອາເມລິກາຈະຕ້ອງປະຕິບັດຕາມກົດໝາຍ ແລະ ເສດຖະກິດຢ່າງແທ້ຈິງ. ດັ່ງນັ້ນທຸກທ່ານທີ່ມາຈາກສື່ຕ່າງໆບໍ່ຄວນຕຳນິບໍລິສັດໃນອາເມຣິກາແຕ່ທຸກຄົນຄວນເຂົ້າໃຈພວກເຂົາ. ຄວາມຜິດພາດຄວນຢູ່ກັບນັກການເມືອງບາງທ່ານ, ຂ້າພະເຈົ້າຄິດວ່າເຮົາບໍ່ຄວນຖິ້ມຄວາມຜິດໄປມາໂດຍບໍ່ຮູ້ວ່າມັນຈະຕົກຢູ່ກັບຄົນທີ່ເຮັດຜິດແທ້ຫຼືບໍ່ ເຮົາອາດຈະເຂົ້າໃຈຜິດຄົນຖ້າຫາກວ່າເຮັດເຊັ່ນນັ້ນ, ສື່ຄວນເຂົ້າໃຈວ່າບໍລິສັດໃນອາເມລິກາເຫຼົ່ານີ້ ແລະ ຫົວເຫວີຍແມ່ນຕົກໃນຊະຕາກຳດຽວກັນ. ພວກເຮົາເປັນຜູ້ທີ່ຢູ່ໃນລະບົບເສດຖະກິດຕະຫຼາດທັງສອງຝ່າຍ.

ຄຳຖາມທີ2 People's Daily:
ພວກເຮົາຢາກຖາມກ່ຽວກັບເລື່ອງຊິບ ພວກເຮົາສັງເກດວ່າທ່ານໃຫ້ສຳພາດກັບສື່ຍີ່ປຸ່ນເມື່ອວັນທີ 18 ພຶດສະພາທີ່ຜ່ານມາວ່າ “Huawei ບໍ່ຕ້ອງການຊິບຈາກອາເມລິກາ, ສິ່ງນີ້ບໍ່ມີບັນຫາກັບຫົວເຫວີຍເລີຍ” ໃນຈົດໝາຍເຖິງພະນັກງາຂອງທ່ານ ທ່ານກ່າວວ່າຫົວເຫວີຍມີຈຸດແຂງ ແລະ ໄດ້ກະກຽມ, ພວກເຮົາຂໍຖາມວ່າຈຸດແຂງຂອງທ່ານມາຈາກໃສ ແລະ ທ່ານໄດ້ກຽມຫຍັງໄວ້?

ຄຳຕອບທ່ານ Ren Zhengfei:
ກ່ອນອື່ນໝົດ, ພວກເຮົາຍັງຕ້ອງການຊິບຈາກອາເມລິກາສະເໝີ. ຄູ່ຄ້າໃນອາເມລິກາຂອງພວກເຮົາກຳລັງປະຕິບັດໜ້າ ແລະ ຂໍອະນຸມັດຈາກວໍຊິງຕັນ ຖ້າວ່າໄດ້ຮັບການອະນຸມັດນີ້ເຮົາກໍຍັງຈະຊື້ຊິບຈາກຜູ້ສະໜອງເຫຼົ່ານີ້ ພວກເຮົາອາດຂາຍຊິບໃຫ້ກັບບໍລິສັດໃນອາເມລິກາ (ເພື່ອຊ່ວຍໃຫ້ອາເມລິກາສ້າງຜະລິດຕະພັນຂັ້ນສູງຫຼາຍຂຶ້ນ) ພວກເຮົາຈະບໍ່ແຍກຄູ່ຄ້າໃນອາເມລິກາຂອງເຮົາຫຼືບໍ່ພະຍາຍາມເຕີບໂຕຢ່າງເຕັມທີ່ດ້ວຍໂຕເອງ ແຕ່ພວກເຮົາຈະເຕີບໂຕໄປພ້ອມກັນ.

ເຖິງແມ່ນວ່າຈະມີການສະໜອງບໍ່ພຽງພໍຈາກຄູ່ຄ້າຂອງພວກເຮົາ, ພວກເຮົາຈະບໍ່ປະສົບກັບບັນຫາໃດໆ. ນີ້ກໍເພາະວ່າພວກເຮົາສາມາດຜະລິດຊິບລະດັບສູງທຸກລຸ້ນທີ່ພວກເຮົາຕ້ອງການໄດ້. ໃນຊ່ວງເວລາທີ່ສະຫງົບ ເຮົາໃຊ້ນະໂຍບາຍ “1+1” ສ່ວນໜຶ່ງຊິບຂອງເຮົາແມ່ນມາຈາກບໍລິສັດໃນອາເມລິກາ ແລະ ເຄິ່ງໜຶ່ງແມ່ນມາຈາກຫົວເຫວີຍ. ເຖິງຈະມີຕົ້ນທຶນທີ່ຕໍ່າກວ່າຂອງຊິບເຮົາເອງ ແຕ່ພວກເຮົາກໍຍັງຄົງຊື້ຊິບທີ່ມີລາຄາສູງກວ່າຈາກອາເມລິກາໄດ້ ພວກເຮົາບໍ່ສາມາດໂດດດ່ຽວຈາກໂລກນີ້ໄດ້ ແຕ່ພວກເຮົາຄວນເປັນສ່ວນໜຶ່ງຂອງມັນ.

ຄວາມສຳພັນທີ່ໃກ້ຊິດກັບບໍລິສັດໃນອາເມລິກາເປັນຜົນມາຈາກຄວາມພະຍາຍາມທັງສອງດ້ານມາເປັນເວລາຫຼາຍທົດສະວັດ. ຄວາມສຳພັນເຫຼົ່ານີ້ຈະບໍ່ຖືກທຳລາຍພຽງເຈ້ຍເອກະສານຂອງລັດຖະບານອາເມລິກາ. ຈົນກວ່າທີ່ບໍລິສັດເຫຼົ່ານີ້ສາມາດໄດ້ຮັບອະນຸມັດຈາກວໍຊິງຕັນເຮົາຈະຍັງຄົງຊື້ສິນຄ້າຈາກບໍລິສັດອາເມລິກາຕໍ່ໄປໃນຈຳນວນຫຼາຍ ແລະຖ້າເປັນກໍລະນີທີ່ພວກເຂົາບໍ່ໄດ້ຮັບການອະນຸມັດຢ່າງໄວວາ ພວກເຮົາກໍມີວິທີທີ່ຈະຜ່ານຊ່ວງເວລາການປ່ຽນແປງນີ້. ແຕ່ເມື່ອໄດ້ຮັບອະນຸມັດພວກເຮົາກໍຈະຮັກສາການຄ້າປົກກະຕິຂອງພວກເຮົາກັບບໍລິສັດອາເມລິກາເຫຼົ່ານີ້ ແລະ ເຮັດວຽກຮ່ວມກັນເພື່ອສ້າງສັງຄົມຂໍ້ມູນເພື່ອເພື່ອນມະນຸດດ້ວຍກັນ ເພາະເຮົາບໍ່ຕ້ອງການເຮັດວຽກຢ່າງໂດດດ່ຽວ.
ພວກເຮົາສາມາດສ້າງຊິບທີ່ດີທຽບເທົ່າກັບທີ່ຜະລິດໂດຍບໍລິສັດອາເມລິກາໄດ້ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ຕ້ອງການຊື້ຊິບຈາກອາເມລິກາ. 

ຄຳຖາມທີ3 Xinhua News Agency:
ທ່ານເຄີຍບອກວ່າຫົວເຫວີຍຈະບໍ່ເຮັດວຽກພຽງລຳພັງ ແຕ່ກໍຈະເຮັດວຽກຮ່ວມກັບຜູ້ອື່ນນຳ. ມາຕອນນີ້ທ່ານກໍາລັງບອກວ່າຫົວເຫວີຍຈະເຮັດທັງສອງສິ່ງ ໝາຍຄວາມວ່າການປົກປ້ອງການຄ້າຂອງອາເມລິກາ ແລະ ການຫ້າມຂອງອາເມລິກາຕໍ່ຫົວເຫວີຍກຳລັງຂັດຂວາງໂສ້ການສະໜອງທົ່ວໂລກ, ສິ່ງນັ້ນໄດ້ເຮັດໃຫ້ເກີດຄວາມວຸ້ນວາຍໃນຕະຫຼາດຫຼືບໍ່? ອາເມລິກາໄດ້ກ່າວເຖິງຫົວເຫວີຍໃນຫຼາຍໆດ້ານເຊັ່ນ: ການກຳກັບດູແລກິດຈະການ ແລະ ການເງິນ ທ່ານຄິດວ່າປະເດັນສໍາຄັນຂອງການວິຈານແມ່ນຫຍັງ? ເປັນຫຍັງພວກເຂົາຈຶ່ງແນເປົ້າໝາຍໃສ່ຫົວເຫວີຍ?

ຄຳຕອບທ່ານ Ren Zhengfei:
ຂ້າພະເຈົ້າບໍ່ແມ່ນຜູ້ທີ່ສາມາດອ່ານໃຈໃຜໄດ້ ດັ່ງນັ້ນຈຶ່ງບໍ່ສາມາດຮູ້ໄດ້ວ່ານັກການເມືອງ (ອາເມລິກາ) ນັ້ນຄິດຫຍັງ. ຂ້າພະເຈົ້າກໍບໍ່ຄິດວ່າພວກເຮົາຈະເປັນເປົ້າໝາຍສໍາຄັນກັບອາເມລິກາພຽງເພາະວ່າພວກເຮົາລໍ້າໜ້າກ່ອນອາເມລິກາ. ລະບົບ 5G ບໍ່ແມ່ນລະເບີດປະລາມະນູ, ແຕ່ມັນເປັນສິ່ງທີ່ມີປະໂຫຍດຕໍ່ສັງຄົມມະນຸດ.

ໃນແງ່ຄວາມສາມາດຂອງເຄືອຂ່າຍ, ລະບົບ 5G ນັ້ນໃຫຍ່ກວ່າ 4G ເຖິງ 20 ເທົ່າ ແລະ ໃຫຍ່ກວ່າ 2G ເຖິງ 20,000 ເທົ່າ ການໃຊ້ພະລັງງານຕໍ່ບີດຂອງສະຖານີຖານ 5G ຂອງພວກເຮົາຕ່ຳກວ່າ 4G ສິບເທົ່າ ແລະ ມີຂະໜາດນ້ອຍກວ່າ 70%. ສະຖານີຖານ 5G ຂອງພວກເຮົານັ້ນນ້ອຍສຸດ ຂະໜາດເທົ່າກັບກະເປົາເອກະສານ. ນອກຈາກນີ້ຍັງເບົາ-ປະມານ 20 ກິໂລ. ທ່ານບໍ່ຈຳເປັນຕ້ອງສ້າງຫໍຄອຍໂທລະສັບມືຖືສຳລັບສະຖານີ 5G ເພາະສາມາດຕິດຕັ້ງໄດ້ທຸກທີ່ບໍ່ວ່າຈະເທິງເສົາ ຫຼື ກຳແພງ. ມັນສາມາດເຮັດວຽກທົນທານໄດ້ຫຼາຍທົດສະວັດເພາະສິ່ງນີ້ເຮັດຈາກວັດຖຸປ້ອງກັນການກັດກ່ອນ ເຊິ່ງໝາຍຄວາມວ່າອຸປະກອນ 5G ຂອງພວກເຮົາສາມາດຕິດຕັ້ງໄດ້ແມ້ແຕ່ໃນລະບົບບຳບັດນ້ຳເສຍໃຕ້ດິນ ເໝາະຢ່າງຍິ່ງສຳລັບຕະຫຼາດເອີຣົບທີ່ມີອາຄານປະຫວັດສາດຫຼາຍແຫ່ງ ແລະ ເປັນໄປບໍ່ໄດ້ທີ່ຈະສ້າງເສົາໂທລະສັບມືຖືຂະໜາດໃຫຍ່ຄືໃນຈີນ ແລະ ແນ່ນອນວ່າຫໍຄອຍທີ່ມີຢູ່ໃນປະເທດຈີນນັ້ນວ່າງ, ສະຖານີຖານ 5G ຂອງເຮົາສາມາດຕິດຕັ້ງໄດ້ - ແຕ່ວ່າເຮົາກໍບໍ່ຈຳເປັນຕ້ອງສ້າງຫໍຄອຍໃໝ່

ດ້ວຍສະຖານີ 5G ຂອງພວກເຮົາ, ລູກຄ້າຂອງພວກເຮົາໃນເອີຣົບສາມາດຫຼຸດຕົ້ນທຶນດ້ານວິສະວະກຳລົງໄດ້ 10,000 ຢູໂຣຕໍ່ໄຊທ໌. ພວກເຂົາບໍ່ຈຳເປັນຕ້ອງໃຊ້ຈັກປັ່ນສຳລັບການຕິດຕັ້ງ ແລະ ພວກເຂົາບໍ່ຈຳເປັນຕ້ອງສ້າງເສົາໂທລະສັບມືຖື. ເມື່ອກ່ອນລູກຄ້າຂອງພວກເຮົາຕ້ອງໃຊ້ຈັກປັ່ນເພື່ອຕິດຕັ້ງອຸປະກອນສະຖານີຖານຂະໜາດໃຫຍ່ ແລະ ຕ້ອງປິດກັ້ນຖະໜົນໂດຍຮອບໃນລະຫວ່າງການຕິດຕັ້ງ ຕອນນີ້ພວກເຂົາສາມາດຕິດຕັ້ງສະຖານີຖານ 5G ຂອງເຮົາໄດ້ຢ່າງງ່າຍດາຍດ້ວຍມື, ມັນງ່າຍດາຍທີ່ສຸດ.

The bandwidth ຂອງ 5G ນັ້ນສູງຫຼາຍ-ສູງຈົນສາມາດຮອງຮັບເນື້ອຫາຄວາມລະອຽດສູງຈຳນວນຫຼາຍ ແລະ ສາມາດສົ່ງວິດີໂອ 8K ໄດ້ຢ່າງງ່າຍດາຍ. ໃນໂຄສະນາບອກວ່າ 5G ຈະຫຼຸດຄ່າໃຊ້ຈ່າຍເປັນສິບເທົ່າ ແຕ່ໃນຄວາມເປັນຈິງມັນຫຼຸດລົງຫຼາຍກວ່າ 100 ເທົ່າ ເຊິ່ງໝາຍຄວາມວ່າຄົນທົ່ວໄປສາມາດຮັບຊົມລາຍການໂທລະທັດຄວາມລະອຽດສູງ ແລະ ສາມາດຮຽນຮູ້ຫຼາຍຢ່າງຈາກລາຍການເຫຼົ່ານີ້ ໃນການພັດທະນາຕໍ່ໄປທຸກປະເທດຈຳເປັນເພິ່ງພາວັດທະນາທຳປັດຊະຍາ ແລະ ການສຶກສາ ຮູບແບບເຫຼົ່ານີ້ເປັນຮາກຖານຂອງການພັດທະນາປະເທດ ດັ່ງນັ້ນ 5G ຈະປ່ຽນສັງຄົມຂອງເຮົາໃຫ້ດີຂຶ້ນ ຄວາມໜ່ວງແຝງບົນເຄືອຂ່າຍ 5G ນັ້ນຕ່ຳຫຼາຍ ດັ່ງນັ້ນ 5G ຈະຖືກນໍາໄປໃຊ້ຢ່າງໄວວາໃນຫຼາຍອຸດສາຫະກໍາເພື່ອຈຸດປະສົງທຸກປະເພດ.

Xinhua News Agency:
ທ່ານຄິດວ່າຕະຫຼາດຕ່າງປະເທດຈະຢຸດກະທັນຫັນຫຼືບໍ່?

ຄຳຕອບທ່ານ Ren Zhengfei:
ຂ້າພະເຈົ້າບໍ່ຄິດແນວນັ້ນ ເສດຖະກິດໃນເອີຣົບຈະບໍ່ເດີນຕາມຮອຍຂອງອາເມລິກາ ແລະ ບໍລິສັດສ່ວນໃຫຍ່ຂອງອາເມລິກາກໍາລັງຕິດຕໍ່ພົວພັນກັບເຮົາຢ່າງໃກ້ຊິດ.

ຄຳຖາມທີ4 The Paper:
ຜູ້ບໍລິຫານ ຫົວເຫວີຍ ຄົນອື່ນໆບອກວ່າ ບໍລິສັດຫົວເຫວີຍ ສາມາດບໍລິການລູກຄ້າຕໍ່ໄປໄດ້ປົກກະຕິແມ່ນຫຼືບໍ່? ຖ້າເຊັ່ນນັ້ນການແບນຂອງອາເມລິກາຈະສົ່ງຜົນກະທົບຕໍ່ລູກຄ້າ ແລະ ທຸລະກິດຫຼັກຂອງຫົວເຫວີຍຫຼືບໍ່? ທ່ານຈະໃຫ້ຄໍາຕອບນີ້ວ່າແນວໃດ?

ຄຳຕອບທ່ານ Ren Zhengfei:
ເຮົາຍັງສາມາດໃຫ້ບໍລິການລູກຄ້າໄດ້ຢ່າງຕໍ່ເນື່ອງ. ກຳລັງການຜະລິດຫຼັກຂອງພວກເຮົາມີຂະໜາດໃຫຍ່, ແລະການເພີ່ມຫົວເຫວີຍ ເຂົ້າໃນລາຍການອົງກອນຕ້ອງຫ້າມບໍ່ໄດ້ສົ່ງຜົນກະທົບຫຍັງຫຼາຍຕໍ່ຫົວເຫວີຍເລີຍ. ນອກນັ້ນເຮົາຍັງໄດ້ກໍ່ກໍາລັງດໍາເນີນການປະມູນໃນທົ່ວໂລກແລ້ວ.

ການເຕິີບໂຕຂອງເຮົານັ້ນຫຼຸດຜ່ອນລົງຈິງ ແຕ່ກໍ່ບໍ່ຫຼາຍເທົ່າທີ່ທຸກຄົນຈິນຕະນາການໄວ້. ໃນໄຕມາດທໍາອິດຂອງປີນີ້ລາຍຮັບຂອງເຮົາເພີ່ມຂື້ນ 39% ຈາກຊ່ວງໄລຍະເວລາດຽວກັນຂອງປີທີ່ຜ່ານມາ.  ອັດຕານີ້ຫຼຸດລົງເຫຼືອ 25% ໃນເດືອນເມສາ ແລະ ອາດຈະຫຼຸດລົງຢ່າງຕໍ່ເນື່ອງຈົນເຖິງທ້າຍປີ. ແຕ່ເລື່ອງຂອງອາເມລິກາແບນຫົວເຫວີຍບໍ່ໄດ້ເຮັດໃຫ້ຫົວເຫວີຍເຕີບໂຕຫຼຸດລົງ ແລະ ບໍ່ໄດ້ເປັນອັນຕະລາຍຕໍ່ການພັດທະນາອຸດສະຫາກຳຂອງພວກເຮົາແຕ່ຢ່າງໃດ.



_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad