ຄະນະຜູ້ແທນສື່ມວນຊົນລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນວ່າດ້ວຍບົດບາດສື່ມວນຊົນຕໍ່ການພັດທະນາການທ່ອງທ່ຽວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄະນະຜູ້ແທນສື່ມວນຊົນລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນວ່າດ້ວຍບົດບາດສື່ມວນຊົນຕໍ່ການພັດທະນາການທ່ອງທ່ຽວ



ກອງປະຊຸມສໍາມະນາສາກົນວ່າດ້ວຍບົດບາດຂອງສື່ມວນຊົນຕໍ່ວຽກງານການພັດທະນາການທ່ອງທ່ຽວ ຖືກຈັດຂຶ້ນຢູ່ນະຄອນຮ່າລອງ ແຂວງກ້ວາງນິງ ສສ ຫວຽດນາມ, ໃນວັນທີ 22 ພຶດສະພານີ້ ໂດຍໂດຍການປະສານສົມທົບລະຫວ່າງກະຊວງ ຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ, ຄະນະກໍາມະການປົກຄອງແຂວງກ້ວາງນິງ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ, ເພື່ອຍູ້ແຮງວຽກງານຖະແຫຼງຂ່າວ, ໂຄສະນາກ່ຽວກັບວຽກງານທ່ອງທ່ຽວ ລະຫວ່າງ ສອງປະເທດຫວຽດນາມ - ລາວ, ດ້ວຍການເຂົ້າຮ່ວມຂອງທ່ານ ຮ່ວາງ ຫວິງ ບ້າວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດນາມ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວລາວ, ທ່ານ ນາງ ຫວູທິແທັງຖຸ້ຍ ຮອງປະທານຄະນະກໍາມະການປົກຄອງແຂວງກ້ວາງນິງ, ຜູ້ຕາງໜ້າອົງການອຸຍແນັສໂກ ປະຈໍາຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນຈາກຝ່າຍລາວ ແລະ ຫວຽດນາມ.

ໃນໂອກາດນີ້, ທ່ານ ສະຫວັນຄອນ ຣາຊມຸນຕຣີ ກໍໄດ້ຂຶ້ນກ່າວປະກອບຄໍາເຫັນຕໍ່ກອງປະຊຸມສຳມະນາສາກົນວ່າດ້ວຍ ບົດບາດຂອງສື່ມວນຊົນຕໍ່ວຽກງານການພັດທະນາການທ່ອງທ່ຽວ ທີ່ຈັດຂື້ນຢູ່ດິນແດນແຫ່ງການທ່ອງທ່ຽວ ທີ່ໂດດເດັ່ນທາງດ້ານມໍລະດົກທຳມະຊາດແຫ່ງນີ້ ຂອງ ສສ ຫວຽດນາມ. ໃນໂອກາດນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງຄະນະນຳກະຊວງຖະແຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ທີ່ໄດ້ເຊື້ອເຊີນ, ໃຫ້ຄວາມສະດວກທຸກດ້ານພ້ອມທັງການຕ້ອນຮັບອັນອົບອຸ່ນຖານມິດສະຫາຍທີ່ໃກ້ຊິດທີ່ສຸດແກ່ຄະນະຜູ້ແທນພວກຂ້າພະເຈົ້າໃນຄັ້ງນີ້.

ຂ້າພະເຈົ້າເຫັນວ່າ: ການພົບປະຄັ້ງນີ້, ເປັນຂໍ້ລິເລີ່ມທີ່ໜ້າຊົມເຊີຍ, ສ້າງໂອກາດໃຫ້ສື່ມວນຊົນທັງສອງປະເທດພວກເຮົາ ໄດ້ແລກປ່ຽນຄຳເຫັນ ແລະ ບົດຮຽນທີ່ດີຮ່ວມກັນໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ດ້ວຍການໂຄສະນາປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກ ກໍ່ຄືເອກະລັກທີ່ພວກເຮົາມີທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ.

ທ່ານ ເນັ້ນວ່າ: ສື່ມວນຊົນນັບວ່າມີບົດບາດສຳຄັນຫຼາຍໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບສະພາບການທຸກດ້ານທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນດ້ານການທ່ອງທ່ຽວ ທັງຕອບຕ້ານຂ່າວສານທີ່ບໍ່ຖືກຕ້ອງ ແລະ ບິດເບືອນ. ດັ່ງນັ້ນ, ໃນປັດຈຸບັນ ການໂຄສະນາສົ່ງເສີມການທ່ອງທ່ຽວ ຈຶ່ງຮຽກຮ້ອງໃຫ້ສື່ມວນຊົນທັງສອງປະເທດຂອງພວກເຮົາ ໄດ້ເພີ່ມທະວີໃຫ້ກວ້າງຂວາງ, ທົ່ວເຖິງ ແລະ ວ່ອງໄວ ດ້ວຍການຮ່ວມມືແລກປ່ຽນຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ.

ໃນຜ່ານມາ, ສື່ມວນຊົນ ສອງປະເທດລາວ-ຫວຽດນາມ ໄດ້ມີການພົວພັນ, ການແລກປ່ຽນ ແລະ ການຊ່ວຍເຫຼືອກັນຢ່າງໃກ້ຊິດທາງດ້ານອຸປະກອນ, ເຕັກໂນໂລຊີ ແລະ ການພັດທະນາບຸກຄະລາກອນ ແລະ ຮັບໃຊ້ການໂຄສະນາໃຫ້ປະເທດຂອງກັນ ແລະ ກັນ, ບົນຈິດໃຈຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ລັດ ແລະ ປະຊາຊົນ ເວົ້າລວມ, ກໍ່ຄືບົນພື້ນຖານຂໍ້ຕົກລົງວ່າດ້ວຍການພົວພັນຮ່ວມມືສະບັບຕ່າງໆ ທີ່ໄດ້ທົບທວນ ແລະ ເຊັນກັນໃນແຕ່ລະປີ ລະຫວ່າງ ສອງກະຊວງຂະແໜງການ ແລະ ອົງການສື່ມວນຊົນທຸກປະເພດດ້ວຍກັນເວົ້າສະເພາະ.​

ທ່ານ ຮອງລັດຖະມົນຕີ ຖວທ, ຂ້າພະເຈົ້າເຊື່ອໝັ້ນວ່າ: ການພົບປະໃນຄັ້ງນີ້ ຈະປະກອບສ່ວນເຂົ້າໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃນສອງປະເທດພວກເຮົາ ໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ຊຸກຍູ້ໃຫ້ຄົນໃນສອງປະເທດມາທອ່ງທ່ຽວປະເທດຂອງກັນ ແລະ ກັນ, ເປີດກວ້າງຕະຫຼາດ ແລະ ແຂ່ງຂັນດຶງເອົານັກທ່ອງທ່ຽວ ຈາກບັນດາປະເທດໃນພາກພື້ນ ແລະ ທົ່ວໂລກມາທ່ອງທ່ຽວຄວາມສວຍງາມ, ຄວາມເປັນເອກະລັກ ກໍ່ຄືມໍລະດົກທາງດ້ານປະຫວັດສາດ, ທຳມະຊາດ ແລະ ວັດທະນະທຳ ທັງວິຖີຊີວິດຂອງປະຊາຊົນບັນດາເຜົ່າ ໃນສອງປະເທດພວກເຮົາໃຫ້ຫຼາຍຂື້ນ. ອີງຕາມຂໍ້ມູນຈາກອົງການທ່ອງທ່ຽວໂລກ, ນັບແຕ່ປີ 2012 ເປັນຕົ້ນມາມີນັກທ່ອງທ່ຽວ ເດີນທາງທົ່ວໂລກເພີ່ມຂື້ນ ຈາກ 1 ຕື້ ເຖິງ 1, 4 ຕື້ເທື່ອຄົນໃນປີ 2018 ເພີ່ມຂື້ນ 6% ທຽບໃສ່ 2017. ສຳລັບຂົງເຂດພາກພື້ນປາຊີປາຊີຟິກນີ້, ມີຈຳນວນ 343 ລ້ານເທື່ອຄົນ ເພິ່ມຂື້ນ 6% ເຊັ່ນດຽວກັນ. ສ່ວນນັກທ່ອງທ່ຽວຫວຽດນາມ ໄປທ່ຽວລາວມີເຖິງ 870. 000 ເທື່ອຄົນ, ເປັນອັນດັບສອງ ຮອງຈາກນັກທ່ອງທ່ຽວໄທ, ນັກທ່ອງທ່ຽວລາວໄປທ່ຽວຫວຽດນາມ ທາງພາກພື້ນດິນຜ່ານ 08 ດ່ານທີ່ມີຊາຍແດນຕິດກັບຫວຽດນາມ ມີຈຳນວນ 100.900 ເທື່ອຄົນ. ໂຕເລກນີ້ຊີ້ໃຫ້ເຫັນວ່າ: ຈຳນວນນັກທ່ອງທ່ຽວຄາດວ່າຈະເພີ່ມຂື້ນບໍ່ຢຸດ ເພາະການທ່ອງທ່ຽວກາຍເປັນອຸດສາຫະກຳໃຫຍ່ ທີ່ສ້າງໃຫ້ເສດຖະກິດເຕີບໂຕ ແລະ ໝັ້ນຄົງ. ໃນນັ້ນ ສໍາຄັນແມ່ນການສ້າງໃຫ້ມີວຽກເຮັດ ແລະ ລາຍຮັບ ຫຼື ການສົ່ງອອກກັບທີ່ຫຼາຍຂຶ້ນ.

ສະນັ້ນ, ຂ້າພະເຈົ້າເຫັນວ່າ: ສປປ ລາວ ແລະ ສສ ຫວຽດນາມ ພວກເຮົາກໍ່ມີໂອກາດ ເພາະພວກເຮົາມີທ່າແຮງທາງດ້ານທ່ອງທ່ຽວບໍ່ໜ້ອຍ ທຽບໃສ່ຫຼາຍປະເທດ. ແຕ່ພ້ອມດຽວກັນກໍ່ມີສິ່ງທ້າທາຍບາງດ້ານທີ່ສື່ມວນຊົນລາວ ແລະ ຫວຽດນາມພວກເຮົາ ຕ້ອງໄດ້ຮັບຮູ້ເຂົ້າໃຈ ແລະ ຊ່ວຍເຫຼືອກັນໃນການໂຄສະນາເພື່ອຜ່ານຜ່າແກ້ໄຂ, ສ້າງຄວາມເຂົ້າໃຈຖືກຕ້ອງ, ສ້າງຄວາມດູດດຶງໃຫ້ແກ່ນັກທ່ອງທ່ຽວ, ຊີ້ແຈ້ງອະທິບາຍ, ຕອບຄຳຖາມ ແລະ ຂໍ້ຂ້ອງໃຈຂອງນັກທ່ອງທ່ຽວໃນບັນຫາຕ່າງໆ ພ້ອມທັງມີສະຕິຕອບໂຕ້ການໂຈມຕີຂອງສື່ມວນຊົນນອກປະເທດ ຫຼື ບຸກຄົນທີ່ບໍ່ຫວັງດີຕໍ່ພາບພົດການທ່ອງທ່ຽວລາວ ແລະ ການທ່ອງທ່ຽວຫວຽດນາມໃຫ້ໄດ້ ແລະ ແຫຼມຄົມ.

Cr: Lao National Radio

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad