ສະຫຼົດໃຈ! ລົດຕູ້ນັກທ່ອງທ່ຽວຈີນເສຍຫຼັກ ຕໍາເອົາເຮືອນ ແລະ ພໍ່ຕູ້ ອາຍຸ 83 ປີ ເສຍຊີວິດຄາທີ່ ຢູ່ເມືອງນໍ້າບາກ 23/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະຫຼົດໃຈ! ລົດຕູ້ນັກທ່ອງທ່ຽວຈີນເສຍຫຼັກ ຕໍາເອົາເຮືອນ ແລະ ພໍ່ຕູ້ ອາຍຸ 83 ປີ ເສຍຊີວິດຄາທີ່ ຢູ່ເມືອງນໍ້າບາກ 23/5/19



ຫຼວງພະບາງ: ເປັນອຸບັດຕິເຫດ ທີ່ບໍ່ຄາດຝັນ ນັ່ງສານຂ້ອງປາຢູ່ໜ້າບ້ານ ກໍ່ຖືກລົດມາຕໍາເສຍຊີວິດ. ຈາກການລາຍງານຈາກປະຊາຊົນໃຫ້ຮູ້ວ່າ ໄດ້ ເກີດອຸບັດຕິເຫດ ຕອນເຊົ້າ ເວລາ ປະມານ10:00 ວັນທີ 23 ພຶດສະພາ 2019 ທີ່ບ້ານນໍ້າງາ ເມືອງນໍ້າບາກ, ແຂວງຫຼວງພະບາງ. ລົດນັກທ່ອງທ່ຽວຈີນທີ່ຂັບລົດມາດ້ວຍຄວາມໄວ ແລ້ວເກີດເຫດເສຍຫຼັກຕຳເຂົ້າເຮືອນຂອງປະຊາຊົນ ເຮັດໃຫ້ພໍ່ຕູ້ ອາຍຸ 83 ປີ ທີ່ນັ່ງເຮັດວຽກຢູ່ໜ້າເຮືອນ ເສຍຊີວິດຄາທີ່.

ປະຊາຊົນ ທີ່ບ້ານ ນ້ຳງາ ເມືອງນ້ຳບາກ ແຂວງ ຫລວງພຣະບາງ ໃຫ້ຂໍ້ມູນ ເພີ່ມວ່າ '' ກ່ອນເກີດອຸບັດຕິເຫດ ຜູ່ເສຍຊີວິດ ແມ່ນກໍາລັງ ນັ່ງສານຂ້ອງປາ ຢູ່ໜ້າເຮືອນຂອງຜູ່ກ່ຽວເອງ, ຂະນະດຽວກັນ ໄດ້ມີລົດຕູ້ທ່ອງທ່ຽວຂອງ ຄົນຈີນ ແມ່ນຂີ່ມາດ້ວຍຄວາມໄວ ແລະ ເຈີດເຂົ້າມາຕໍາເຮືອນ ແລະ ຄົນ. ເຮັດໃຫ້ພໍ່ຕູ້ ເສຍຊີວິດຄາທີ່.''

ເປັນອຸທາຫອນແກ່ທຸກຄົນເວລາຂີ່ລົດ ຜ່ານເຂດຊຸມຊົນ ຕ້ອງລະມັດລະວັງ, ຂໍໃຫ້ທງເຈົ້າໜ້າທີກວດສອບ ແລະ ໃຫ້ຄວາມເປັນທໍາກັບຄອບຄົວຜູ່ເສຍຊີວິດ. ສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ລາຍງານໂດຍ: ປະຊາຊົນ ບ້ານນໍ້າງາ













_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad