ປະກອບຄໍາຄິດເຫັນໃສ່ຮ່າງ ບົດປະເມີນຜົນໂຄງການ ເສີມສ້າງຄວາມອາດສາມາດ ທາງດ້ານວິຊາການ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກອບຄໍາຄິດເຫັນໃສ່ຮ່າງ ບົດປະເມີນຜົນໂຄງການ ເສີມສ້າງຄວາມອາດສາມາດ ທາງດ້ານວິຊາການ


ຂປລ. ໃນວັນທີ 22 ພຶດສະພາ 2019 ທີ່ໂຮງແຮມລາວພາຊາ ນະຄອນຫລວງວຽງຈັນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ໄດ້ຈັດກອງປະຊຸມ ຜ່ານບົດປະເມີນໂຄງການ ເສີມສ້າງຄວາມອາດສາມາດທາງດ້ານວິຊາການ ເພື່ອພັດທະນາລະບົບການຈັດຫາງານຢູ່ ສປປ ລາວ.

ຈຸດປະສົງກອງປະຊຸມໃນຄັ້ງນີ້, ເພື່ອປະກອບຄໍາຄິດຄໍາເຫັນ ແລະ ສົນທະນາ ກ່ຽວກັບຮ່າງບົດປະເມີນຜົນໄດ້ຮັບຂອງໂຄງການ ເພື່ອເຮັດໃຫ້ບົດປະເມີນໂຄງການດັ່ງກ່າວສົມບູນຂຶ້ນ ແລະ ສອດ ຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ. ທັງນີ້, ກໍເພື່ອການກໍານົດຜົນໄດ້ຮັບຂອງໂຄງການ ໄລຍະສັ້ນ, ໄລຍະຍາວ, ກໍານົດບັນຫາທີ່ຍັງຄົງຄ້າງ ແລະ ຖອດຖອນບົດຮຽນ, ພ້ອມທັງເປັນການກໍານົດຂໍ້ແນະນໍາ ໃນການປັບປຸງການຈັດຕັ້ງປະຕິບັດໂຄງການໃນຕໍ່ໜ້າ.
ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກ່າວວ່າ: ໂຄງການເສີມສ້າງຄວາມອາດສາມາດທາງດ້ານວິຊາການ ເພື່ອພັດທະນາລະບົບການຈັດຫາງານຢູ່ ສປປ ລາວ ພາຍໃຕ້ການຊ່ວຍເຫລືອ ຂອງປະເທດຍີ່ປຸນ, ໂດຍຜ່ານ ADB.



ໂຄງການດັ່ງກ່າວ,ໄດ້ສ້າງລະບົບການຈັດຫາງານທີ່ທັນສະໄໝ ແລະ ສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ ໃນການໃຫ້ບໍລິການທີ່ມີປະສິດທິພາບ, ເປັນການປັບປຸງລະບົບຂໍ້ມູນຂ່າວສານຕະຫລາດແຮງງານ, ການວິໄຈ ແລະ ການໂຄສະນາປະຊາສໍາພັນ ເພື່ອສະໜອງຂໍ້ມູນຂ່າວສານຕະຫລາດແຮງງານ ໃຫ້ຜູ້ຊອກວຽກເຮັດ, ນັກລົງທຶນ, ຫົວໜ່ວຍແຮງງານ ແລະ ບັນດາວິສາຫະກິດຕ່າງໆ. ໂຄງການດັ່ງກ່າວ, ໄດ້ຈັດຕັ້ງປະຕິບັດທັງໝົດ 2 ປີ (2017-2019).

ທ່ານ ໄທ ແສງອາລຸນ ກ່າວຕື່ມວ່າ: ໄລຍະຜ່ານມາ ໂຄງການໄດ້ຈັດຕັ້ງປະຕິບັດ ຫລາຍກິດຈະກໍາ ໂດຍສະເພາະແມ່ນ ດໍາເນີນການສຶກສາ, ສ້າງແຜນບໍລິການຈັດຫາງານ, ສ້າງລະບົບການບໍລິ ການຈັດຫາງານອອນລາຍ, ຈັດຝຶກອົບຮົມສ້າງຄວາມສາມາດຫລາຍໆດ້ານ ໃຫ້ແກ່ສູນບໍລິການຈັດຫາງານ ແລະ ຄະນະພະແນກ ຮສສ, ພະນັກງານຮັບຜິດຊອບຈຸດບໍລິການຈັດຫາງານ ຢູ່ 9 ແຂວງເປົ້າໝາຍຂອງໂຄງການ, ສະໜອງອຸປະກອນໄອທີ (ລະບົບອິນເຕີເນດ, ຄອມພິວເຕີຕັ້ງໂຕະ, ຄອມພິວເຕີໂນດບຸກ, ເຄື່ອງປຮີນເຕີ ແລະ ເຄື່ອງສຽງ ລົງໂຄສະນາ) ໃຫ້ແກ່ກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ສູນບໍລິການຈັດຫາງານ ແລະ 9 ຈຸດບໍລິການຈັດຫາງານ.


ນອກຈາກນີ້, ຍັງໄດ້ສ້າງຄູ່ມືການບໍລິການຈັດຫາງານ ໂດຍສະເພາະການບໍລິການຜູ້ຊອກວຽກເຮັດງານທໍາ ແລະ ຜູ້ໃຊ້ແຮງງານ, ສ້າງນິຕິກໍາ ເພື່ອສົ່ງເສີມວຽກຈຸດບໍລິການຈັດຫາງານ ແລະ ກໍານົດພາລະບົດບາດ ແລະ ໜ້າວຽກຂອງຈຸດບໍລິການຈັດການ, ສ້າງແຜນດໍາເນີນງານການໂຄສະນາເຜີຍແຜ່ ວຽກງານຈຸດບໍລິການຈັດຫາງານ ແລະ ດໍາເນີນການໂຄສະນາເຜີຍແຜ່ ວຽກງານຈຸດບໍລິການຈັດຫາງານ.


ໂດຍ: ຂ່າວສານປະເທດລາວ
_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad