ນິໂກຕີນໃນຢາສູບມີອັນຕະລາຍແທ້ບໍ່? - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນິໂກຕີນໃນຢາສູບມີອັນຕະລາຍແທ້ບໍ່?




ນິໂກຕີນເປັນສານພິດທີ່ພົບຕາມທຳມະຊາດຢູ່ໃນໃບຢາສູບເທົ່ານັ້ນ; ໃນໄລຍະທຳອິດ, ສານນີ້ມີລິດກະຕຸ້ນສະໝອງ ແລະ ລະບົບປະສາດສ່ວນກາງ ແຕ່ໃນໄລຍະຕໍ່ມາຈະມີລິດກົດໜີບລະບົບປະສາດ, ນິໂກຕີນເຮັດໃຫ້ຄວາມດັນເລືອດສູງຂຶ້ນດ້ວຍການເຮັດໃຫ້ເສັ້ນເລືອດຫົດໂຕ ແລະ ກະຕຸ້ນຫົວໃຈໃຫ້ເຕັ້ນໄວຂຶ້ນ ໂດຍອາດຈະເພີ່ມຂຶ້ນຮອດ 33 ເທື່ອຕໍ່ນາທີ.


ຜູ້ທີ່ບໍ່ເຄີຍສູບຢາສູບ ນິໂກຕີນຈະເຮັດໃຫ້ປຸ້ນທ້ອງປວດຮາກ ແມ່ນແຕ່ໃນຜູ້ທີ່ຕິດຢາສູບແລ້ວກໍຕາມ,ຫາກສູບຢາຫຼາຍເກີນໄປກໍເກີດອາການປຸ້ນທ້ອງເຊັ່ນດຽວກັນ.ຜູ້ໃຫຍ່ຫາກໄດ້ຮັບນິໂກຕີນ 60 ມິລິກາມໃນເທື່ອດຽວ ຈະເຮັດໃຫ້ເສຍຊີວິດໄດ້ໃນທັນທີທັນໃດຈາກກ້າມຊີ້ນຫົວໃຈເປັນອຳມະພາດ. ນິໂກຕີນທີ່ປະສົມຢູ່ໃນຢາຂ້າແມງໄມ້ກໍຈະເຮັດໃຫ້ແມງໄມ້ຕາຍຍ້ອນເປັນອໍາມະພາດໃນລະບົບຫາຍໃຈ.



ໃນຢາສູບ 1 ກອກ ຈະມີນິໂກຕີນປະມານ 1 ມິລິກຣາມ; ຄວາມຮ້າຍແຮງຂອງພິດນີ້ທຽບໄດ້ກັບການໄດ້ຮັບສານໄຊຢາໄນ ແຕ່ເຫດທີ່ຜູ້ສູບຢາສູບບໍ່ເສຍຊີິວິດໃນທັນທີທັນໃດ ກໍເພາະວ່າພວກເຂົາສູບຢາເຂົ້າໄປເທື່ອລະໜ້ອຍ ແລະ ຮ່າງກາຍເຜົາຜານນິໂກຕີນທີ່ໄດ້ຮັບເຂົ້າໄປຂ້ອນຂ້າງໄວ ແລະ ຖ່າຍເທອອກຈາກຮ່າງກາຍຕະຫຼອດເວລາ ເຮັດໃຫ້ລະດັບນິໂກຕີນໃນຮ່າງກາຍບໍ່ສູງພໍທີ່ຈະເຮັດໃຫ້ຜູ້ສູບຢາເສຍຊີວິດໃນທັນທີທັນໃດໄດ້.ແລະນິໂກຕີນນີ້ເອງທີ່ເປັນສານເສບຕິດ;ເມື່ອລະດັບນິໂກຕີນໃນເລືອດຫຼຸດລົງຈະກະຕຸ້ນໃຫ້ເກີດອາການຢາກສູບຢາກອກຕໍ່ໄປ


ຖ້າຫາກບໍລິສັດຢາສູບຕ້ອງຢຸດໂຄສະນາ ຈະເນັ້ນເປົ້າໃນກຸ່ມເດັກນ້ອຍ ບໍລິສັດຢາສູບຈະລົ້ມລະລາຍພາຍໃນ 25-30 ປີ ເພາະຈະບໍ່ມີລູກຄ້າພຽງພໍທີ່ທຸລະກິດຈະຢູ່ໄດ້ດັ່ງປະທານບໍລິສັດຜູ້ຜະລິດຢາສູບຄົນໜຶ່ງໄດ້ກ່າວໄວ້


ເພີ່ມເຕີມ: ໄວລຸ້ນລາວຍຸກໃຫມ່ Anti smoking


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad