ສະມາຊິກສະພາແຂວງ ເຊກອງ ລົງພົບປະ ປະຊາຊົນ 2 ເຂດຈຸດສຸມ ຂອງເມືອງກະລຶມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະມາຊິກສະພາແຂວງ ເຊກອງ ລົງພົບປະ ປະຊາຊົນ 2 ເຂດຈຸດສຸມ ຂອງເມືອງກະລຶມ



ເມືອງກະລຶມ: ໃນລະຫວ່າງວັນທີ 23 ຫາ 24 ພຶດສະພາ 2019 ຜ່ານມານີ້ ທ່ານ ນີສອນ ວືອິນຢ້າວ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍທ່ານ ອຸດົມສຸກ ບຸດສວນທຽນ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງກະລຶມ ແລະ ຄະນະ ໄດ້ລົງເຄື່ອນໄຫວພົບປະ ປະຊາຊົນ.

ການລົງພົບປະໃນຄັ້ງນີ້ມີຢູ່ 02 ຈຸດ ເຊິ່ງກວມເອົາ 08 ໝູ່ບ້ານຄື: ໂບບິງ, ອາເວີນ, ຫ້ວຍໄຫຼ, ອາໂລດ, ຕະມໍ, ຕັງກາດ, ຕັງປຼັງ ແລະ ບ້ານຈັດສັນໃໝ່ ( ບ້ານຕະມໍ ) ມີບັນດາຄະນະພັກອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງຢ່າງຫຼວງຫຼາຍ.



ການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງເຊກອງຊຸດທີ I ທັງນີ້ແນໃສ່ເຮັດໃຫ້ອົງການຈັດຕັ້ງ ພັກ-ລັດ, ແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ, ພະນັກງານ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳໄດ້ບັນດາເນື້ອໃນວຽກງານທີ່ສຳຄັນຕ່າງໆຂອງຊາດທີ່ໄດ້ຮັບຮອງເອົາໃນກອງປະຊຸມ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້



ນອກນັ້ນ, ຍັງໃຫ້ຮູ້ກ່ຽວກັບການປັບປຸງການຈັດຕັ້ງ, ສິດໜ້າທີ່ ແລະ ພາລະບົດບາດຂອງ ສສຊ ປະຈຳເຂດເລືອກຕັ້ງ ແລະ ສສຂ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ພ້ອມທັງເປີດໂອກາດໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່າໄດ້ປະກອບຄຳຄິດຄຳເຫັນ, ຄຳສະເໜີຕ່າງໆ ເຊັ່ນ: ຜົນກະທົບດ້ານສິ່ງແວດລ້ອມ, ບັນຫາພື້ນຖານໂຄງລ່າງ, ສະບ່ຽງອາຫານ, ເສັ້ນທາງ, ຊົນລະປະທານ, ນ້ຳລິນ, ໂຮງຮຽນ, ໄຟຟ້າ, ສຸກສາລາ ແລະ ບັນຫາອື່ນໆ.



ພ້ອມດຽວກັນນີ້, ທ່ານ ອຸດົມສຸກ ບຸດສວນທຽນ ຄະນະປະຈຳພັກ, ຮອງເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ມີຄຳເຫັນໂອ້ລົມໃຫ້ຄວາມກະຈ່າງແຈ້ງຕໍ່ຄຳສະເໜີຂອງພໍ່ແມ່ປະຊາຊົນ ແລະ ຈະນຳເອົາຄຳສະເໜີຕ່າງໆໄປສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນເມືອງ, ຂັ້ນແຂວງ ເພື່ອນຳໄປພິຈາລະນາ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ


ຈາກນັ້ນ, ກໍໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນໃຫ້ມີຄວາມເຄົາລົບກົດລະບຽບຂອງພັກ, ກົດໝາຍຂອງລັດ ເຊື່ອມຊຶມຕໍ່ແນວທາງນະໂຍບາຍພັກ-ລັດ, ໃຫ້ຄະນະພັກ-ອົງການປົກຄອງບ້ານ ກໍຄືປະຊາຊົນຈົ່ງມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບສິນຂອງຕ່າງໆໃຫ້ຍືນຍົງຄົງຕົວ, ໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ລົບລ້າງການເຊື່ອຖືແບບງົມງວາຍ, ເອົາໃຈໃສ່ສືບຕໍ່ສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ ເພື່ອໃຫ້ຊີວິດການເປັນດີຂື້ນເປັນກ້າວໆ.



ໂອກາດດຽວກັນນີ້, ຮອງປະທານສະພາປະຊາຊົນແຂວງ ກໍໄດ້ໃຫ້ທິດຊີ້ນຳ ຄະນະພັກ-ອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນແຕ່ລະບ້ານ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ກັບວຽກງານການເມືອງນຳພາແນວຄິດໃນການແກ້ໄຂບັນປະກົດການຫຍໍ້ທໍ້ໃນສັງຄົງ, ເພີ່ມທະວີບົດບາດໃນການເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງແຜນວຽກໃຫ້ທຸກຄອບຄົວເປັນຫົວໜ່ວຍປ້ອງກັນຄວາມສະຫງົບ, ປະຕິບັດຕາມແຜນການຂອງອົງການປົກຄອງບ້ານ ແລະ ສືບຕໍ່ສ້າງເສດຖະກິດຄອບຄົວໃຫ້ດີຂື້ນ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ນອກຈາກນັ້ນ, ກໍໄດ້ມອບເຄື່ອງຊວ່ຍເຫຼືອຈຳນວນໜຶ່ງໃຫ້ປະຊາຊົນໃນແຕ່ລະບ້ານເປັນຕົ້ນ ເຄື່ອງນຸ່ງຫົ່ມ, ເຄື່ອງບໍລິໂພກ-ອຸປະໂພກ ເຫຼົ່ານີ້ເປັນຕົ້ນ.



ພາບ - ຂ່າວ: ທ້າວ ຄຳເພົ້າ ຮຸ່ງໄຊຍະວົງ ນັກຂ່າວເມືອງກະລຶມ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້



ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad