ລົດຈັກລົ້ມກາງເດິກ ຮຸນແຮງ ເສຍຊີວິດຄາທີ່ ທາງບ້ານນາທ່າງ່ອນ ເມືອງໄຊທານີ 24/5/2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລົດຈັກລົ້ມກາງເດິກ ຮຸນແຮງ ເສຍຊີວິດຄາທີ່ ທາງບ້ານນາທ່າງ່ອນ ເມືອງໄຊທານີ 24/5/2019


ນະຄອນຫຼວງວຽງຈັນ: ເກີດເຫດ ເສົ້າສະຫຼົດໃຈອີກເຫດ ຈາກການລາຍງານຂອງ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ທີ່ແຈ້ງໃຫ້ຮູ້ວ່າ ໃນວັນທີ 24 ພຶດສະພາ 2019 ເວລາ 01:25 ນາທີ ໄດ້ຮັບແຈ້ງເຫດເຂົ້າ 1624 ວ່າມີອຸປະຕິເຫດລົດຈັກລົ້ມເອງຢູ່ ບ້ານນາທ່າງອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີຄົນເຈັບ 1 ຄົນ ເພດຊາຍອາການສາຫັດ.






ດັ່ງນັ້ນທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແມ່ນຫົວແຕກໃຫຍ່ ຂາຊາຍຫັກ 2 ທ່ອນແລະມີບາດເປີດໃຫ້ ແລະ ຊີບພະຈອນບໍ່ເຕັ່ນ ທີມງານຈຶ່ງໄດ້ນວດຫົວໃຈແຕ່ຄົນເຈັບບໍ່ຕອບສະໜອງເນື່ອງຄົນເຈັບເສຍເລືອດແລະກະທົບຮຸ່ນແຮງ. ເສຍຊີວິດຄາທີ່.

ຈາກການກວດສອບທີ່ເກີດເຫດຂອງເຈົ້າໜ້າທີ່, ຄາດວ່າຜູ່ກ່ຽວອາດຈະລົ້ມເອງ ເພາະບໍ່ມີຮ່ອງຮອຍຂອງການຕໍາກັນ.

ດັ່ງນັ້ນ ທີມກູ້ຊີບ-ກູ້ໄພນະຄອນຫຼວງຈື່ງໄດ້ນຳສົ່ງຜູ້ໃຫ້ຍາດພີນ້ອງທຳພີທີທາງສາສະໜາ.

ພົບເຫັນເຫດສຸກເສີນສາມາດ ແຈ້ງເຫດສຸກເສີນໂທ 1624












_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad