ໜ້າເສົ້າໃຈ! ເມຍກອດຮ່າງຜົວ ທີ່ເສຍຊີວິດ ຈາກອຸບັດຕິເຫດ ລົດຈັກຕໍາກັນຮຸນແຮງ ທີ່ເມືອງໂພນໄຊ 6/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໜ້າເສົ້າໃຈ! ເມຍກອດຮ່າງຜົວ ທີ່ເສຍຊີວິດ ຈາກອຸບັດຕິເຫດ ລົດຈັກຕໍາກັນຮຸນແຮງ ທີ່ເມືອງໂພນໄຊ 6/5/19


ຫຼວງພະບາງ: ອຸບັດຕິເຫດ ສະຫຼົດໃຈ ມີຄົນເສຍຊີວິດ, ຈາກການລາຍງານຂອງປະຊາຊົນ ໃຫ້ຮູ້ ວ່າ ໃນຕອນຄ້າຍແລງ ວັນທີ 6 ພຶດສະພາ 2019 ເກີດອຸບັດຕິເຫດ ລົດຈັກ ຕໍາກັບ ລົດຈັກ ເສັ້ນທາງເຂດກ້ອງບ້ານນໍ້າບໍ່, ເມືອງໂພນໄຊ, ແຂວງຫຼວງພະບາງ.



ລົດຮ່ວມເຫດ ມີລົດເວັບ ທະບຽນ ຫຼວງພະບາງ ຈນ 6859 ແລະ ລົດເວັບ ຫຼວງພະບາງ ຈນ 5951. ອຸບັດຕິເຫດ ໄດ້ເຮັດໃຫ້ ຄົນເສຍຊີວິດ 1 ຄົເປັນເພດຊາຍ. ສ່ວນສະພາບລົດທັງສອງຄັນກໍ່ເພເສຍຫາຍໜັກ.


ເຈົ້າໜ້າທີ່ກ່ຽວຂ້ອງໄດ້ມາກວດສອບທີ່ເກີດເຫດ ແລະ ຈະດຳເນີນການໄປຕາມຂັ້ນຕອນກົດໝາຍ ວ່າໃຜຜິດຖືກ ໃນອຸບັດຕິເຫດ ຄັ້ງນີ້. ສະແດງຄວາມເສຍໃຈກັບຄອບຄົວຂອງຜູ່ເສຍຊີວິດ.

ລາຍງານໂດຍ: ສົມເພັດ








_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad