ປູກຕົ້ນໄມ້ ຕ້ອງມີແຜນການ ຕ້ອງປູກໃຫ້ມັນໃຫຍ່, ບໍ່ແມ່ນໄປປູກເພື່ອເປັນພຽງພິທີການ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປູກຕົ້ນໄມ້ ຕ້ອງມີແຜນການ ຕ້ອງປູກໃຫ້ມັນໃຫຍ່, ບໍ່ແມ່ນໄປປູກເພື່ອເປັນພຽງພິທີການ!



ສະບາຍດີທ່ານຜູ່ອ່ານທັງຫຼາຍ,

ເມື່ອລະດູຝົນໃກ້ຈະເຂົ້າມາ, ວັນສໍາຄັນ ຂອງໄລຍະນີ້ ຄືວັນທີ 1 ມິຖຸນາ ທີ່ກໍານົດເປັນວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ຈາກຄວາມສໍາຄັນນີ້ ໃນແຕ່ລະປີ ທົ່ວປະເທດລາວ ແມ່ນໄດ້ມີຂະບວນການ, ພິທິການ ແລະ ການປຸກລະດົມ ໃຫ້ມີການປູກຕົ້ນໄມ້ ຢ່າງຟົດຟື້ນ. ນີ້ສະແດງໃຫ້ເຫັນວ່າ ຄົນລາວ ແມ່ນຮັກທໍາມະຊາດ ແລະ ພ້ອມໃຈກັນ ເພື່ອຈະຊ່ວຍກັນ ປູກຕົ້ນໄມ້ ໃຫ້ກາຍເປັນປ່າ.

ຄຽງຄູ່ກັບ ກິດຈະກໍາປູກຕົ້ນໄມ້, ມາດຕະການ ການຄຸ້ມຄອງປ່າໄມ້, ປ່າສະຫງວນ, ການຫ້າມຕັດໄມ້ຫວງຫ້າມ ກໍ່ຖືເປັນອີກ ຄວາມພະຍາຍາມສໍາຄັນ ຂອງທັງພາກລັດຖະບານ ກໍ່ຄື ຄົນລາວ ທັງໝົດ ທີ່ຈະເຮັດ ໃຫ້ເນື້ອທີ່ປ່າ ເພີ່ມຂຶ້ນ.


ນີ້ຖື ເປັນ ສິ່ງທີ່ສຳຄັນທີ່ສຸດ ນອກຈາກການປູກຕົ້ນໄມ້ ຄືນໃໝ່ ຄືການຮັກສາຕົ້ນໄມ້ໃຫຍ່ ທີ່ມີຢູ່ໃຫ້ຍັງຢູ່ ເພາະຕົ້ນໄມ້ ກ່ອນຈະໃຫຍ່ ແມ່ນໃຊ້ເວລາ ຫຼາຍສິບປີ. ທຸກຄົນຕ້ອງເປັນຫູເປັນຕາຊ່ວຍກັນ, ເມື່ອພົບເຫັນ ການລັກລອບຕັດໄມ້ ກໍ່ຮີບຟ້າວແຈ້ງເຈົ້າໜ້າທີ່ກ່ຽວຂ້ອງທັນທີ.





ກັບມາເວົ້າເຖິງການປູກຕົ້ນໄມ້ ໃນແຕ່ລະປີ, ເຫັນວ່າ ປູກຫຼາຍລ້ານຕົ້ນໃນແຕ່ລະປີ, ແຕ່ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງນັ້ນ ຄືການ ເບິ່ງແຍງຕົ້ນໄມ້ ທຸກຕົ້ນທີ່ປູກລົງໄປນັ້ນ ໃຫ້ໃຫຍ່ ແລະ ເປັນຕົ້ນເປັນປ່າ ດັ່ງທີ່ປະສົງໄວ້.

ດ້ວຍເຫດນີ້, ໃນທຸກຂົງເຂດ ແລະ ຂະແໜງ ການທີ່ຈະມີ ພິທີການປູກຕົ້ນໄມ້ ຕ້ອງມີແຜນການຄັກແນ່ ວ່າຕົ້ນໄມ້ ທີ່ຈະປູກນັ້ນ ມັນຈະໃຫຍ່ ແລະ ບໍ່ເສຍເຫື່ອແຮງ ຂອງທຸກຄົນ, ບໍ່ແມ່ນຈັດພິທິປູກຕົ້ນໄມ້ ພໍເປັນພິທີ ຫຼື ພຽງເພື່ອໃຫ້ມີຮູບ ມີຄລິບ ໂພດລົງ ໂຊໃຫ້ຄົນອື່ນເຫັນວ່າ ປີນີ້ ເຮົາກໍ່ປູກຕົ້ນໄມ້.

ການປູກຕົ້ນໄມ້ ມັນຕ້ອງການຄວາມເອົາໃຈໃສ່, ປູກໃນດິນທີ່ເໝາະສົມ ແລະ ຕ້ອງມີຄົນຕິດຕາມ ຮັກສາ. ດ້ວຍເຫດນີ້, ກ່ອນຈະປູກຕົ້ນໄມ້ ໃນສະຖານທີ່ຕ່າງໆ ຕ້ອງຄໍານຶງວ່າ

1. ດິນທີ່ຈະປູກນັ້ນ, ມັນແທດເໝາະກັບຕົ້ນໄມ້ແຕ່ລະຊະນິດບໍ່?
2. ຕົ້ນໄປທີ່ຈະປູກ ແມ່ນໃຫ້ຜົນຫຍັງແດ່? ໄມ້ກິນໝາກ, ໄມ້ອຸດສາຫະກໍາ ແລະ ອື່ນໆ
3. ປູກແລ້ວແມ່ນໃຜ ຈະມາຫົດນໍ້າ, ຮັກສາ?



ຫວັງເປັນຢ່າງຍິ່ງ ໃນໂອກາດວັນເດັກນ້ອຍສາກັນ ແລະ ປູກຕົ້ນໄມ້ແຫ່ງຊາດ ທີ 1 ມິຖຸນາ ທີ່ຈະມາເຖິງນີ້, ທຸກຄົນຈະຮ່ວມແຮງ ຮ່ວມໃຈກັນ ປູກຕົ້ນໄມ້, ບໍ່ວ່າຈະປູກທີ່ແຄມຮົ້ວບ້ານຂອງທ່ານ, ປູກຢູ່ສວນ ຫຼື ປູກທີ່ພູຜາປ່າດົງ. ເພາະຕົ້ນໄມ້ ຄືສິ່ງສໍາຄັນ ໃນລະບົບ ນິເວດ ແລະ ສິ່ງແວດລ້ອມ. ຕົ້ນໄມ້ ສ້າງອາກາດໃຫ້ສິ່ງທີ່ມີຊີວິດຫາຍໃຈ, ຕົ້ນໄມ້ ຊ່ວຍ ຊຶມຊັບອາຍກາກໂບນິກ.




ອາກາດຂອງໂລກ ຮ້ອນຂຶ້ນທຸກວັນ, ລະດູໜາວ ຢູ່ບ້ານເຮົາກໍ່ເກືອບຈະບໍ່ມີແລ້ວ, ຖ້າພວກເຮົາບໍ່ພ້ອມໃຈກັນຮັກສາຕົ້ນໄປ, ບໍ່ຮັກສາປ່າດົງ ກໍ່ຈະເຮັດໃຫ້ອາກາດຮ້ອນຂຶ້ນອີກ.

ເຊີນເດີ! ເຊີນທຸກທ່ານ ມາພ້ອມໃຈກັນ ປູກຕົ້ນໄມ້ ໃຫ້ໄດ້ ຢ່າງໜ້ອຍ ຄົນລະຕົ້ນສອງຕົ້ນ.

ສຸດທ້າຍຂໍຝາກບົດກອນນີ້ໃຫ້ທຸກຄົນ






_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນ ຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວ ຫາທີມງານ ປະກາດ Pakaad ສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ.


Post Bottom Ad