ໄຟຟ້າຊັອດ ອາການສາຫັດ 1 ຄົນທີ່ ບ້ານໜອງໄຮ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໄຟຟ້າຊັອດ ອາການສາຫັດ 1 ຄົນທີ່ ບ້ານໜອງໄຮ


ນະຄອນຫຼວງວຽງຈັນ: ເຫດສະເທືອນໃຈ ຈາກການລາຍງານຂອງກູ້ໄພ 1623​ວ່າ ວັນທີ 6 ພຶດສະພາ 2019 ເວລາ 10:08 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດ ຄົນຖືກໄຟຟ້າຊ໋ອດ ຈຸດເກີດເຫດແມ່ນ ຢູ່ແຖວບ້ານພັກວົງຄຳ ບ້ານ.ໜອງໄຮ ເມືອງ ຫາຍຊາຍຟອງ
ນະຄອນຫລວງວຽງຈັນ.



ອາສາຫນ່ວຍກູ້ໄພມູນນິທິ ອອກກວດສອບ ໄດ້ພົບ ຜູ້ບາດເຈັບ 1 ຄົນ ເພດຊາຍ ອາຍຸ 20 ປີ ບ້ານ ໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ. ຄົນເຈັບ ອາການເບື້ອງຕົ້ນແມ່ນ ມີບາດແຜແຕກຈີກຢູ່ໜ້າຜາກເບື້ອງຂ້ວາ ແລະ ມີແຜໄຟໄໜ້ຕາມຕົນໂຕ ແລະ ແຂນຂາ (ມີສະຕີດີ). ດັ່ງນັ້ນໜວ່ຍກູ້ໄພມູນນີທີຈື່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍເສດຖາ (ດອນກອຍ)


_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້


Post Bottom Ad