ສະເທືອນໃຈ! ໄຟໄໝ້ເຮືອນ ແມ່ຕູ້ ເສຍຊີວິດ ຄາກອງເພີງ ກາງເດິກ ທີ່ ບ້ານວຽງໃໝ່ ນະຄອນຫຼວງພະບາງ 19/5/2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະເທືອນໃຈ! ໄຟໄໝ້ເຮືອນ ແມ່ຕູ້ ເສຍຊີວິດ ຄາກອງເພີງ ກາງເດິກ ທີ່ ບ້ານວຽງໃໝ່ ນະຄອນຫຼວງພະບາງ 19/5/2019



ເປັນເຫດການສະເທືອນໃຈແທ້ໆ
ລາຍງານຂອງ ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ ໃຫ້ຮູ້ວ່າ ໃນວັນທີ 19 ພຶດສະພາ 2019 ເວລາປະມານ 06:13 ນາທີ ໜ່ວຍກູ້ຊີບອົງການກາເເດງລາວໄດ້ຮັບເເຈ້ງວ່າມີໄຟໄໝ້ເສຍຊີວິດ ຢູ່ຫລັງວັດປ່າຫຍ້າທຶບ ບ້ານວຽງໃໜ່ ນະຄອນຫຼວງພະບາງ, ແຂວງຫລວງພະບາງ.





ໜ່ວຍກູ້ຊີບໄດ້ໄປຮອດສະຖານທີ່ເກີດເຫດໄດ້ພົບເຫັນຄົນເສຍຊີວິດ1 ຄົນເປັນເພດຍິງ, ແມ່ນຖືກໄຟໄໝ້ຍັງເຫລືອພຽງເລົາຄີງບາງສ່ວນ ຜູ້ເສຍຊີວິດຊື່ ແມ່ເຖົ້າແພງ ອາຍຸ 71 ປີ. ທາງໜ່ວຍກູ້ຊີບອົງການກາແດງລາວຈຶ່ງໄດ້ທຳການຫໍ່ສົບແລ້ວນຳສົ່ງວັດປ່າຫຍ້າທຶບ ບ້ານວຽງໃໝ່ເພື່ອທຳພິທີຕາມສາສະຫນາ .

ຕາມການບອກເລົ່າ ຂອງຜູ້ເຫັນເຫດການແມ່ນຜູ້ເສຍຊີວິດໄດ້ໄຕ້ທູບທຽນບູຊາ ແລະເກີດໄຟໄໝ້ປະມານ 1 ໂມງກາງຄືນ, ໄຟໄດ້ລູກໄໝ້ຮຸນແຮງ ຈົນບໍ່ສາມາດເຂົ້າໄປຊ່ວຍແມ່ຕູ້ໄດ້.

ພາບແລະຂ່າວ: ໜ່ວຍກູ້ຊີບອົງການກາແດງ ຫຼວງພະບາງ











_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad