ສູນພັດທະນາສີມືແຮງງານ ນະຄອນຫລວງວຽງຈັນ ຈັດການຝຶກອົບຮົມ ແລະ ທົບສອບສີມືແຮງງານ 3 ສາຂາວິຊາຊ່າງ ຕາມມາດຕະຖານສີມືແຮງງານ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສູນພັດທະນາສີມືແຮງງານ ນະຄອນຫລວງວຽງຈັນ ຈັດການຝຶກອົບຮົມ ແລະ ທົບສອບສີມືແຮງງານ 3 ສາຂາວິຊາຊ່າງ ຕາມມາດຕະຖານສີມືແຮງງານ




ແຮງງານ: ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດ, ນຳໄປປະກອບອາຊີບເສີມເພື່ອສ້າງລາຍຮັບໃຫ້ກັບໂຕເອງໃນອະນາຄົດ ແລະ ນອກນີ້ໃນຍຸກທີ່ມີການແຂ່ງຂັນໃນທຸກໆດ້ານ ບໍ່ວ່າຈະເປັນເລື່ອງຂອງການສຶກສາ ແລະ ການຊອກຫາວຽກເຮັດງານທຳ, ອັດຕາການວ່າງງານຂອງປະຊາກອນໃນປະເທດລາວກໍ່ມີແນວໂນ້ມເພີ່ມສູງຂຶ້ນ ທາງອອກທີ່ດີທີ່ສຸດກໍ່ຄືການຫາຄວາມຮູ້ຕິດໂຕ ແລະ ພັດທະນາທັກສະທາງດ້ານວິຊາຊີບທີ່ກົງກັບຕະຫຼາດແຮງງານຕ້ອງການໃຫ້ຫລາຍຂື້ນ.




ໃນວັນທີ 20 ພຶດສະພາ 2019ນີ້, ທີ່ສູນພັດທະນາສີມືແຮງງານ ນະຄອນຫລວງວຽງຈັນ, ໄດ້ມີພິທີເປີດ ຝຶກ ແລະ ທົດສອບສີມືແຮງງານ 3 ສາຂາວິຊາຊ່າງຄື: ຊ່າງ ຕິດຕັ້ງໄຟຟ້າໃນອາຄານ, ຊ່າງປຸງແຕ່ງອາຫານ ແລະ ຊ່າງຕັດຫຍິບເສື້ອຜ້າ, ໂດຍເຂົ້າເປັນປະທານຮ່ວມຂອງ ທ່ານ ຄຳແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ແລະ ທ່ານ ນາງ ຈັນສະແຫວງ ບຸດສະຫວັດ ຮອງຫົວໜ້າຫົວໜ້າສູນພັດທະນາສີມືແຮງງານນະຄອນຫລວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂອງ, ຄູອາຈານ, ຄູຝຶກ ແລະ ນັກຝຶກ ແລະ ທົດສອບສີມືແຮງງານທັງພາກລົດແລະເອກະຊົນເຂົ້າຮ່ວມ.




ການຝຶກ ແລະ ການທົດສອບສີມືແຮງງານເປັນການຈັດຕັ້ງຜັນຂະຫຍາຍຕາມແນວທາງ ແລະນະໂຍບາຍຂອງພັກ-ລັດ ເຂົ້າໃນວຽກງານການພັດທະນາຊັບພະຍາກອນມະນຸດ, ກໍ່ຄືການສ້າງ ແລະ ພັດທະນາສີມືແຮງງານໃຫ້ສອດຄ່ອງກັບໂຄງປະກອບສ້າງເສດຖະກິດໃນປັດຈຸບັນ ແລະ ຄວາມຕ້ອງການຂອງຕະຫລາດແຮງງານ ໃນແຕ່ລະໄລຍະ, ເປັນການຫຼຸດຜ່ອນການເປັນແຮງງານດິບ, ຫຼຸດຜ່ອນອັດຕາການຫວ່າງງານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ;



ນອກຈາກນີ້ຍັງເປັນການເປີດໂອກາດ ແລະ ສົ່ງເສິມໃຫ້ບັນດາຊ່າງ ກໍ່ຄືຜູ້ອອກແຮງງານ ໃນສາຂາອາຊີບ ທີ່ມີຄວາມຮູ້ຄວາມສາມາດ ໃນລະດັບໃດໜຶ່ງແລ້ວ ໄດ້ເຂົ້າມາຝຶກ ແລະ ທົດສອບ ເອົາໃບຢັ້ງຢືນສືມືແຮງງານລະດັບໜຶ່ງ ເພື່ອການຢັ້ງຢືນເຖີງສີມືດ້ານວິຊາການ ທີມີຄຸນນະພາບ, ຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດແຮງງານ, ເຮັດໃຫ້ແຮງງານລາວມີປະສິດທິພາບ ປະສິດທິຜົນຂອງວຽກງານ ແລະ ທັງເປັນການສ້າງເງື່ອນໄຂໃຫ້ຜູ້ຈ້າງງານພິຈາລະນາ ໃນການຈ່າຍຄ່າແຮງງານ ທີ່ເໝາະສົມກັບຄຸນນະພາບຂອງແຮງງານ ແລະ ທັງອອກແຮງງານຖຶກຕ້ອງຕາມລະບຽບກົດໝາຍ.



ໃນການຝຶກ ແລະ ທົດສອບສີມືແຮງງານ ໃນຄັ້ງນີ້ໄດ້ໃຊ້ເວລາດຳເນີນການທົດສອບເປັນເວລາ 04 ວັນ ໃນລະຫວ່າງວັນທີ 20-24 ພຶດສະພາ 2019ນີ້, ມີນັກທົບສອບສີມືແຮງງານ ເຂົ້າຮ່ວມທົດໃນຄັ້ງນີ້ມີຈຳນວນທັງໝົດ 85 ທ່ານ ໃນສາມສາຂາວິຊາຊ່າງ, ຊຶ່ງບັນດາຜູ້ເຂົ້າຮ່ວມທົດສອບແມ່ນມາຈາກຫລາຍພາກສ່ວນ ແລະ ປະກອບອາຊີບຫລາຍລັກສະນະ ທັງພາກລັດວິສາຫະກິດ ແລະ ພາກເອກຊົນ ພາຍໄຕ້ງົບປະມານການລົງທຶນຂອງລັດ ໃນສົກປີ 2018,



ຊຶ່ງວິທີການທົດສອບມາດຕະຖານສີມືແຮງງານ ກ່ອນຈະມີເງື່ອນໄຂການຮັບໃບຢັ້ງຢືນ ປະກອບມີ 2 ເງື່ອນໄຂ ຄື: ທົດສອບພາກຄວາມຮູ້ທາງທິດສະດີ ແລະ ທົດສອບພາກປະຕິບັດຕົວຈິງ, ຜູ້ທີ່ສາມາດຜ່ານການທົດສອບຈະໄດ້ຮັບໃບຢັ້ງຢືນ ວ່າເປັນຜູ້ທີ່ມີທັກສະຝີມືສຳນານງານ, ຢ່າງໜ້ອຍກໍ່ເພື່ອນຳໄປປະກອບອາຊີບເພື່ອສ້າງລາຍຮັບໃຫ້ກັບໂຕເອງໃນອະນາຄົດເພີ່ມສູງຂຶ້ນເທື່ອລະກ້າວ.



ພາບ-ຂ່າວ: ຄໍາເມິງ ນັກຂ່າວກະຊວງ ຮສສ ລາຍງານ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad