ສະຫຼົດໃຈ! ຟ້າຜ່າຄົນເສຍຊີວິດ 1 ຄົນທີ່ເມືອງພິນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະຫຼົດໃຈ! ຟ້າຜ່າຄົນເສຍຊີວິດ 1 ຄົນທີ່ເມືອງພິນ


ສະຫວັນນະເຂດ: ເປັນຂ່າວສະຫຼົດໃຈ ກັບເຫດການບໍ່ຄາດຝັນ ກັບອຸບັດຕິເຫດ ຟ້າຜ່າ ຄົນເສຍຊີວິດ 1 ຄົນ ຈາກການລາຍງານຂອງປະຊາຊົນໃຫ້ຮູ້ວ່າ ໃນຕອນບ່າຍຂອງວັນທີ 21 ພຶດສະພາ 2019 ໄດ້ເກີດມີເຫດຟ້າຜ່າຄົນບາດເຈັບສາຫັດ ທີ່ບ້ານອຸດົມໄຊ ເມືອງພີນ ແຂວງສະຫວັນນະເຂດ.




ຂໍ້ມູນໃຫ້ຮູ້ວ່າ ໃນຂະນະເກີດເຫດໄດ້ມີຊາວບ້ານຈຳນວນຫລາຍທີ່ຢູ່ໃກ້ຄຽງມາໃຫ້ການຊ່ວຍເຫລືອໃນການປະຖົມພະຍາບານເບື້ອງຕົ້ນ ໂດຍການເອົານ້ຳກ້ອນມາປົກ ມານວດມາຄັ້ນ ແຕ່ຫຼັງຜ່ານໄປໄດ້ປະມານສອງຊົ່ວໂມງຜູ້ກ່ຽວກໍ່ໄດ້ເສຍຊີວິດ  ຜູ້ເສຍຊີວິດ ຊື່ທ້າວຫວັງອາຍຸ 41 ປີ.

ເປັນອີກເຫດທີ່ໜ້າສົງສານ ແລະ ອຸທາຫອນແກ່ທຸກຄົນຕ້ອງໄດ້ມີສະຕິລະວັງຕົວ, ເວລາຟ້າລົມຝົນຕົກ ບໍ່ຄວນ ຢູ່ເຂດກາງແຈ້ງ, ບໍ່ຄວນຢູ່ກ້ອງຕົ້ນໄມ້ ເພາະອາດຈະເປັນບ່ອນ ດຶງດູງ ກໍ່ໃຫ້ເກີດຟ້າຜ່າ ຖ້າຢູ່ໃກ້ຄຽງກໍ່ຈະໄດ້ຮັບຜົນກະທົບ.







_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad