ຖະແຫລງຂ່າວງານສະເຫລີມສະຫລອງວັນບຸນວິສາຂະບູຊາປະຈໍາປີພຸດທະສັງກາດ2562 ທີ່ເດີ່ນພະທາດຫລວງວຽງຈັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຖະແຫລງຂ່າວງານສະເຫລີມສະຫລອງວັນບຸນວິສາຂະບູຊາປະຈໍາປີພຸດທະສັງກາດ2562 ທີ່ເດີ່ນພະທາດຫລວງວຽງຈັນ




ໃນຕອນເຊົ້າວັນທີ 7 ພຶດສະພາ ທີ່ຫໍທໍາມະສະພາ ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ໄດ້ມີພິທີຖະແຫລງຂ່າວການກຽມຈັດງານສະເຫລີມສະຫລອງວັນບຸນວິສາຂະບູຊາປະຈໍາປີພຸດທະສັງກາດ 2562,ໂດຍມີພະອາຈານໃຫຍ່ ດໍາລົງ ພິມມະຈັກ, ຄະນະບໍລິຫານງານປະຈໍາການ, ຫົວໜ້າຫ້ອງການບໍລິຫານງານສູນກາງອົງການພຸດທະສາດສະໜາສໍາພັນລາວ, ແລະ ທ່ານ ຈັນທະວົງ ແສນມາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ທັງເປັນຜູ້ຊີ້ນໍາວຽກງານສາດສະໜາ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ງານສະເຫລີມສະຫລອງວັນບຸນວິສາຂະບູຊາປະຈໍາປີພຸດທະສັງກາດ 2562 ຈະຈັດຂຶ້ນລະຫວ່າງວັນທີ 16 ຫາ 18 ພຶດສະພານີ້ທີ່ເດີ່ພະທາດຫລວງວຽງຈັນ.

ໃນພິທີຖະແຫລງຂ່າວ, ພະອາຈານໃຫຍ່ ດໍາລົງ ພິມມະຈັກ, ຄະນະບໍລິຫານງານປະຈໍາການ, ຫົວໜ້າຫ້ອງການບໍລິຫານງານສູນກາງອົງການພຸດທະສາດສະໜາສໍາພັນລາວ ໄດ້ຍົກໃຫ້ເຫັນຄວາມເປັນມາຂອງວັນວິສາຂະບູຊາວ່າ: ວັນດັ່ງກ່າວເປັນວັນສໍາຄັນທາງພຸດທະສາດສະໜາ ເນື່ອງຈາກມີເຖິງສາມເຫດການເກີດຂຶ້ນ, ທີ່ກ່ຽວເນື່ອງກັບການຖືກໍາເນີດຂຶ້ນຂອງພຣະພຸດທະສາດສະໜາຄື: ວັນທີ່ພະອົງພຣະບໍຣົມສາສະດາ ອະຣະຫັນຕະສໍາມາສໍາພຸດທະເຈົ້າຊົງປະສູດ ຕັດສະຮູ້ ແລະ ຊົງດັບຂັນປະຣິນິບພານ, ຊຶ່ງພຸດທະສາສະນິກະຊົນທົ່ວໂລກ ຈະໃຫ້ຄວາມສໍາຄັນກັບວັນວິສາຂະບູຊາ, ແລະ ໃນວັນທີ 13 ຕຸລາ ປີ 1999 ອົງການສະຫະປະຊາຊາດກໍ່ໄດ້ຮັບຮອງຢູ່ໃນກອງປະຊຸມ, ໂດຍກໍານົດໃຫ້ວັນວິສາຂະບູຊາເປັນວັນສໍາຄັນສາກົນຂອງໂລກ ພ້ອມທັງເປັນວັນພັກທາງລັດຖະການຂອງສະຫະປະຊາຊາດຕື່ມອີກ, ເພື່ອໃຫ້ຊາວພຸດສາສະນິກະຊົນທົ່ວໂລກ ມີໂອກາດສ້າງບຸນກຸສົນຄື ການບໍາເພັນຄຸນງາມຄວາມດີແກ່ຕົນ, ຄອບຄົວ ກໍ່ຄື ອົງການຕ່າງໆ.

ງານສະເຫລີມສະຫລອງວັນບຸນວິສາຂະບູຊາປະຈໍາປີພຣະພຸດທະສັງກາດ 2562 ທີ່ຈະຈັດຂຶ້ນລະຫວ່າງວັນທີ 16 ຫາ 18 ພຶດສະພາ 2019 ນີ້ ຈະມີຫລາຍກິດຈະກໍາເຊັ່ນ:

- ມື້ຂຶ້ນ 13 ຄໍ່າກົງກັບ ວັນພະຫັດ ວັນທີ 16 ພຶດສະພາເປັນມື້ຫ່າງຫາກະກຽມ, ໂດຍເລີ່ມແຕ່ເວລາ 17 ໂມງເປັນຕົ້ນໄປ ຈະມີພິທີສູດມຸງຄຸນ ຟັງທໍາມະເທດສະໜາ; ເວລາ 19 ໂມງຊົມການສະແດງສີລະປະວັດທະນະທໍາລາວ ແລະ ວັດທະນະທໍາອາຊຽນກ່ຽວກັບວັນວິສາຂະບູຊາ.

- ມື້ຂຶ້ນ 14 ຄໍ່າເດືອນ 6 ກົງກັບ ວັນສຸກ ວັນທີ 17 ພຶດສະພາ, ເລີ່ມແຕ່ 8 ໂມງເປັນຕົ້ນໄປ, ຮ່ວມໂມທະນາບຸນ ບໍລິຈາກທານວັດຖຸປັດໄຈຕ່າງໆ; ເວລາ 12 ໂມງ 30 ນິມົນພະສົງ-ສາມະເນນ, ເຊີນການນໍາພັກ ແລະ ລັດ, ທູດປະເທດຕ່າງໆ ນັກຮຽນ-ນັກສຶກສາ ສື່ມວນຊົນ ແລະ ປະຊາຊົນລາວບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມພິທີ; ເວລາ 13 ໂມງ 30, ຊົມການສະແດງສີລະປະວັດທະນະທໍາກ່ຽວກັບວັນວິສາຂະບູຊາ, ຈົນຮອດ 14 ໂມງ ເລີ່ມເປີດງານບຸນວິສາຂະບູຊາຢ່າງເປັນທາງການ, ແລະ

- ວັນເພັງ 15 ຄໍ່າເດືອນ 6 ກົງກັບ ວັນເສົາ ວັນທີ 18 ພຶດສະພາ, ເລີ່ມແຕ່ເວລາ 6 ໂມງ 30 ເປັນຕົ້ນໄປ ເຕົ້າໂຮມພະສົງ-ສາມະເນນ, ການນໍາພັກ ແລະ ລັດ, ແລະ ພາກສ່ວນຕ່າງໆ, ຈົນຮອດ 7 ໂມງ 20 ຈະມີພິທີໃສ່ບາດ ໄຫວ້ພະຮັກສາສິນ ແລະ ກິດຈະກໍາອື່ນໆ.

ຂ່າວ,​ພາບ: ບຸນຍັງ​ພຸດສະຫວັດ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad