ບູດຂາຍເຄື່ອງຫຼາຍກວ່າ 20 ບູດຖືກໄໝ້ເສຍຫາຍ ຈາກເຫດການໄຟໄໝ້ ຕຶກວາງສະແດງສິນຄ້າ ລາວ-ໄອເຕັກ ວັນທີ 10/5/19 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບູດຂາຍເຄື່ອງຫຼາຍກວ່າ 20 ບູດຖືກໄໝ້ເສຍຫາຍ ຈາກເຫດການໄຟໄໝ້ ຕຶກວາງສະແດງສິນຄ້າ ລາວ-ໄອເຕັກ ວັນທີ 10/5/19


ນະຄອນຫຼວງວຽງຈັນ: ຈາກເຫດການ ໄຟໄໝ້ ຕຶກວາງສະແດງສິນຄ້າ ລາວ-ໄອເຕັກ (ຕຶກໄອເຕັກເກົ່າ) ໃນຕອນເຊົ້າເວລາປະມານ 8:40 ວັນທີ 10 ພຶດສະພາ 2019, ເຊິ່ງເປັນວັນດຽວກັນ ທີ່ຈະມີການເປີດງານ ສິນຄ້າລາວ ຫຼື Made in Laos ທີ່ຈະມີການວາງສະແດງແຕ່ວັນທີ 10-19 ພຶດສະພາ 2019.




ຄລິບຕອນໄຟເລີ່ມໄໝ້








ຈາກການລາຍງານເບື້ິອງຕົ້ນ ຂອງທີມງານກູ້ໄພ ໄຟໄໝ້ ແມ່ນໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ, ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ແມ່ນກໍາລັງເລັ່ງກວດສອບຫາສາເຫດ ຂອງການເກີດໄຟໄໝ້ຄັ້ງນີ້.  



ຈາກການລາຍງານຄວາມຫາຍ ດ້ານາໃນມີບູດສິນຄ້າ ປະມານ 20-30 ບູດ ຖືກໄຟໄໝ້, ຈຸດທີ່ໄໝ້ ແມ່ນແຖວໂຊລກ້ອງຂັ້ນໄດທາງຂື້ນເບື້ອງທິດເໝືອ, ເບື້ອງໂຮງໜັງເກົ່າ ແຕ່ເປັນຊັ້ນລຸ່ມ.



ໄຟທີ່ລຸກໄໝ້ຮຸນແຮງທາງດ້ານໃນຂອງຕຶກວາງສະແດງສິນຄ້າລາວໄອເຕັກ ແມ່ນໄດ້ກໍ່ໃຫ້ເກີດຄວັນດໍາຂະໜາດໃຫຍ່ຂຶ້ນ. ເຊິ່ງສາມາດແນມເຫັນ ໄດ້ຈາກຫຼາຍກິໂລແມັດ. 



ບັນດາຜູ່ປະກອບການ ແລະ ຜູ່ຈັດງານ Made in Laos ແມ່ນພາກັນແຕກຕື່ນ ແລະ ຟ້າວຂົນເຄື່ອງຂອງ ໜີໄຟ. ມ່ີສິນຄ້າຈໍາໜື່ງ ກໍ່ແມ່ນຖືກເຜົາໄໝ້ໄປກັບ ເຫດອັກຄີໄພຄັ້ງນີ້.










ຄວາມເສຍຫາຍດ້ານໃນຂອງຕອນທີ່ ທີມກູ້ໄພ ແລະ ໜ່ວຍດັບໄຟ ເຂົ້າໄປສະດັບໄຟ.


ສະພາບຄວາມເສຍຫາຍ ຫຼັງດັບໄຟໄດ້











ສ່ວນລາຍລະອຽດ ສາເຫດ ແລະ ຄວາມເສຍຫາຍ ແມ່ນໃຫ້ລໍ້ຖ້າການຖະແຫຼງຂ່າວຈາກ ໜ່ວຍງານທີ່ກ່ຽວຂ້ອງຕໍ່ໄປ.


ພາບການລົງກວດສອບຂອງເຈົ້າໜ້າທີ່








_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ



Post Bottom Ad