ການນໍາລາວ ເຂົ້າຮ່ວມພິທີລົງນາມປຶ້ມສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງຂອງ ສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ການນໍາລາວ ເຂົ້າຮ່ວມພິທີລົງນາມປຶ້ມສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງຂອງ ສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ



ນະຄອນຫຼວງວຽງຈັນ: ໃນວັນທີ 09 ພຶດສະພາ 2019, ທີ່ສະຖານເອກອັກຄະລາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ເດີນທາງໄປລົງນາມປຶ້ມສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງຂອງ ສົມເດັດເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ, ຊຶ່ງມີເນື້ອໃນລະອຽດດັ່ງນີ້:




“ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ກໍ່ຄື ໃນນາມສ່ວນຕົວ ຂໍໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງປະເທດຍີ່ປຸ່ນ ເນື່ອງໃນໂອກາດຂຶ້ນຄອງລາດຊະບັນລັງຂອງສົມເດັດ ໃນວັນທີ 01 ພຶດສະພາ 2019 ຜ່ານມາ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງສົມເດັດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ແລະ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ກໍ່ຄື ການສົ່ງເສີມການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ສົມເດັດ ກໍ່ຄື ພະບໍຣົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ ແລະ ຊົງພະກະເສມສໍາລານຍິ່ງຍືນນານ, ປະຊາຊົນຍີ່ປຸ່ນ ມີຄວາມຢູ່ເຢັນເປັນສຸກ ແລະ ວັດທະນາຖາວອນຕະຫຼອດໄປ. ”

ຂ່າວ-ພາບ: ກົມຂ່າວ ກະຊວງການຕ່າງປະເທດ

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ


Post Bottom Ad