ປີ 2019 ນີ້! ເມືອງຫົງສາ ໄດ້ມີແຜນການຈະປູກຕົ້ນໄມ້ໃຫ້ໄດ້ 60 000 ກວ່າຕົ້ນ ໃນເນື້ອທີ 60 ເຮັກຕາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປີ 2019 ນີ້! ເມືອງຫົງສາ ໄດ້ມີແຜນການຈະປູກຕົ້ນໄມ້ໃຫ້ໄດ້ 60 000 ກວ່າຕົ້ນ ໃນເນື້ອທີ 60 ເຮັກຕາ



ໄຊຍະບູລີ: ໃນວັນທີ່ 28 ພຶດສະພາ 2019 ເມືອງຫົງສາ ແຂວງໄຊຍະບູລີ ໄດ້ສ້າງຂະບວນການປູກຕົ້ນໄມ້ຮ່ວມກັບປະຊາຊົນຢູ່ເຂດບ້ານຫນອງຫລວງ, ບ້ານພູແລ້ງກາງ ແລະ ບ້ານຫ້ວຍຈ້ວງ. ເພື່ອຟື້ນຟູປ່າ ແລະ ຂ່ຳນັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ.



ເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້, ມີທັງຫມົດ 4.440 ຕົ້ນ ປູກໃນເນື້ອທີ 4 ເຮັກຕາ ເຊິ່ງປະກອບມີ: ຕົ້ນສາມສາ, ຕົ້ນຍາງບົງ, ຕົ້ນໄມ້ຍົມ, ຕົ້ນຂົມຟາດ, ຕົ້ນຂີ້ເຫລັກ ແລະ ຕົ້ນໄມ້ປະດັບອີກຈຳນວນຫນຶ່ງ ເພື່ອປູກໃສ່ຕາມແຄມທາງຕື່ມອີກ.



ສະເພາະປີນີ້, ເມືອງຫົງສາ ໄດ້ມີແຜນການຈະປູກຕົ້ນໄມ້ໃຫ້ໄດ້ 60.000 ກວ່າຕົ້ນ ໃນເນື້ອທີ 60 ເຮັກຕາ






_______
ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ
ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້

ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດ
ສາມາດສົ່ງໄປທາງຂໍ້ຄວາມ ໄປທີ່ m.me/Pakaad

ພິເສດ: ເປັນກໍາລັງໃຈໃຫ້ທີມງານພວກເຮົາ ພຽງແຕ່ທ່ານກົດອ່ານໂຄສະນາ ທີ່ປະກົດຢູ່ດ້ານລຸ່ມ




Post Bottom Ad